ທານ

ໜ້າ/ 70

ພະຍັກຄະປັຊຊະ ! ທັມ ໔ ປະການເຫຼົ່ານີ້ ເປັນໄປເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂຂອງກຸນລະບຸຕໃນສັມປະຣາຍະ (ໃນກາລເບື້ອງໜ້າ) ໔ ປະການເປັນແນວໃດ ຄື

(໑) ສັດທາສັມປະທາ (ຄວາມເຖິງພ້ອມດ້ວຍສັດທາ)

(໒) ສີລະສັມປະທາ (ຄວາມເຖິງພ້ອມດ້ວຍສີລ)

(໓) ຈາຄະສັມປະທາ (ຄວາມເຖິງພ້ອມດ້ວຍການບໍຣິຈາກ)

(໔) ປັນຍາສັມປະທາ (ຄວາມເຖິງພ້ອມດ້ວຍປັນຍາ)

ພະຍັກຄະປັຊຊະ ! ສັດທາສັມປະທາ ເປັນແນວໃດ.

ພະຍັກຄະປັຊຊະ ! ກຸນລະບຸຕໃນກໍລະນີນີ້ ເປັນຜູ້ມີສັດທາ ເຊື່ອໃນການຕຣັສຮູ້ ຂອງຕະຖາຄົຕວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ເປັນຜູ້ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກບຸຣຸສທີ່ສົມຄວນຝຶກໄດ້ ຢ່າງບໍ່ມີໃຜຍິ່ງກວ່າເປັນຄູຜູ້ສອນຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ” ນີ້ຮຽກວ່າ ສັດທາສັມປະທາ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ພະຍັກຄະປັຊຊະ ! ສີລະສັມປະທາ ເປັນແນວໃດ.

ພະຍັກຄະປັຊຊະ ! ກຸນລະບຸຕໃນກໍລະນີນີ້ ເປັນຜູ້ເວັ້ນຂາດຈາກປານາຕິບາຕ ເປັນຜູ້ເວັ້ນຂາດຈາກອະທິນນາທານ ເປັນຜູ້ເວັ້ນຂາດຈາກກາເມສຸມິຈສາຈາຣ ເປັນຜູ້ເວັ້ນຂາດຈາກມຸສາວາທ ເປັນຜູ້ເວັ້ນຂາດຈາກສຸຣາເມຣະຍະມັຊຊະປະມາທັຕຖານ ນີ້ຮຽກວ່າ ສີລະສັມປະທາ.

ພະຍັກຄະປັຊຊະ ! ຈາຄະສັມປະທາ ເປັນແນວໃດ.

ພະຍັກຄະປັຊຊະ ! ກຸນລະບຸຕໃນກໍລະນີນີ້ ມີໃຈປາສະຈາກມົນທິນຄືຄວາມຂີ້ຖີ່ຢູ່ຄອງເຮືອນ ມີການບໍຣິຈາກອັນປ່ອຍຢູ່ເປັນປະຈຳ ມີຝ່າມືອັນຊຸ່ມຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການໃຫ້ແລະການແບ່ງປັນ ນີ້ຮຽກວ່າຈາຄະສັມປະທາ.

ພະຍັກຄະປັຊຊະ ! ປັນຍາສັມປະທາ ເປັນແນວໃດ.

ພະຍັກຄະປັຊຊະ ! ກຸນລະບຸຕໃນກໍລະນີນີ້ ເປັນຜູ້ມີປັນຍາປະກອບດ້ວຍປັນຍາເຄື່ອງໃຫ້ເຖິງສັຈຈະແຫ່ງການເກີດດັບ ເປັນເຄື່ອງໄປຈາກຂ້າເສິກ ເປັນເຄື່ອງເຈາະແທງກິເລສ ເປັນເຄື່ອງໃຫ້ເຖິງຊຶ່ງຄວາມດັບສິ້ນໄປແຫ່ງທຸກຂ໌ໂດຍຊອບ ນີ້ຮຽກວ່າ ປັນຍາສັມປະທາ.

ພະຍັກຄະປັຊຊະ ! ທັມ ໔ ປະການເຫຼົ່ານີ້ແລ ເປັນທັມເປັນໄປເພື່ອປະໂຍຊນ໌ເກື້ອກູລ ເພື່ອຄວາມສຸຂ ຂອງກຸນລະບຸຕໃນສັມປະຣາຍະ.

ໜັງສືພຸດທະພົຈນ໌ - ໝວດທັມ : ທານະ (ການໃຫ້)

ການສົງເຄາະຜູ້ລ່ວງລັບ ໑໙

- ບາລີ ທສກ. ອັງ. ໒໔/໒໙໐/໑໖໖.

ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າ ໄດ້ນາມວ່າ ເປັນພຣາມ ຍ່ອມໃຫ້ທານ ຍ່ອມປູກຄວາມເຊື່ອວ່າ ທານນີ້ຕ້ອງສຳເລັດແກ່ຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວ ຂໍຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວຈົ່ງບໍຣິໂພຄທານນີ້ (ອິທັງ ທານັງ ເປຕາ ຍາຕິສາໂລຫິຕາ ປະຣິພຸນຊັນຕິ).

ພຣະໂຄດົມຜູ້ຈະເຣີນ ! ທານນັ້ນຍ່ອມສຳເລັດແກ່ຍາຕສາຍໂລຫິຕ ຜູ້ລ່ວງລັບໄປແລ້ວຫຼື ຍາຕສາຍໂລຫິຕຜູ້ລ່ວງລັບໄປແລ້ວເຫຼົ່ານັ້ນ ຍ່ອມໄດ້ບໍຣິໂພກທານນັ້ນຫຼື.

ພຣາມ ! ທານນັ້ນ ຍ່ອມສຳເລັດໃນຖານະ໑ ແລະຍ່ອມບໍ່ສຳເລັດໃນອະຖານະ໒

ພຣະໂຄດົມຜູ້ຈະເຣີນ ! ຖານະ ເປັນແນວໃດ ອະຖານະ ເປັນຢ່າງໃດ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ