ຄູ່ມືໂສດາບັນ
ໜ້າ/ 82
(ຊະວະນະປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຄົມ
(ຕິກຂະປັນຍະຕາຍະ) ... .
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ທັມ ໔ ປະການນີ້
ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເປັນເຄື່ອງ ເຈາະແທງກິເລສ (ນິບເພທິກະປັັນຍະຕາຍະ).
ທັມ ໔ ປະການ ແນວໃດໜໍ ?
໔ ປະການ ຄື: -
ການຄົບສັຕບຸຣຸສ ໑,
ການຟັງພຣະສັດທັມ ໑,
ການຮິ່ນຕອງໄວ້ໃນໃຈໂດຍລະອຽດ ໑,
ການປະຕິບັຕທັມສົມຄວນແກ່ທັມ ໑.
ພິກຂຸທັງຫຼາຍ ! ທັມ ໔ ປະການນີ້ແລ
ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເປັນເຄື່ອງ ເຈາະແທງກິເລສ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ຕັ້ງຢູ່ໃນເສຂະພູມ ໕໐
- ບາລີ ມຫາວາຣ. ສັງ. ໑໙/໓໐໓/໑໐໓໒-໑໐໓໕.
ພິກຂຸທັງຫຼາຍ ! ປະຣິຍາຍທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມຍ່ອມຮູ້ວ່າ ເຮົາເປັນພຣະເສຂະ... ມີຢູ່.
ພິກຂຸທັງຫຼາຍ ! ປະຣິຍາຍທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ ເປັນແນວໃດໜໍ ?
ພິກຂຸຜູ້ເປັນເສຂະໃນທັມວິນັຍນີ້ ຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີທຸກຂະນິໂຣທະຄາມິນີປະຕິປະທາ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ແຈ້ງວ່າເຮົາເປັນພຣະເສຂະ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຜູ້ເປັນເສຂະ ຍ່ອມພິຈາຣະນາເຫັນດັ່ງນີ້ວ່າ ສະມະນະຫຼືພຣາມເຫຼົ່າອື່ນ ພາຍນອກຈາກສາສນານີ້ ຊຶ່ງຈະສະແດງທັມທີ່ຈິງແທ້ແນ່ນອນ ເໝືອນພຣະຜູ້ມີພຣະພາຄ ມີຢູ່ຫຼືໜໍ ?
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະເສຂະນັ້ນຍ່ອມຮູ້ແຈ້ງ ຢ່າງນີ້ວ່າ ສະມະນະຫຼືພຣາມເຫຼົ່າອື່ນພາຍນອກຈາກສາສນານີ້ ຊຶ່ງຈະສະແດງທັມທີ່ຈິງແທ້ແນ່ນອນເໝືອນພຣະຜູ້ມີພຣະພາຄ ບໍ່ມີ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຜູ້ເປັນເສຂະ ຍ່ອມຮູ້ແຈ້ງ ຊຶ່ງອິນຊີ ໕ ຄື ສັດທິນຊີ ໑ ວິຣິຍິນຊີ ໑ ສະຕິນຊີ ໑ ສະມາທິນຊີ ໑ ປັນຍິນຊີ ໑ ອິນຊີ ໕ ນັ້ນ ມີສິ່ງໃດເປັນຄະຕິ ມີສິ່ງໃດເປັນຢ່າງຍິ່ງ ມີສິ່ງໃດເປັນຜົລ ມີສິ່ງໃດເປັນທີ່ສຸດ ພິກຂຸຜູ້ເປັນເສຂະ ຍັງບໍ່ຖືກຕ້ອງສິ່ງນັ້ນດ້ວຍນາມກາຍ໑ ແຕ່ເຫັນແຈ້ງແທງຕະຫຼອດດ້ວຍປັນຍາ. ພິກຂຸທັງຫຼາຍ ! ປະຣິຍາຍແມ່ນວ່ານີ້ແລ ທີ່ພິກຂຸຜູ້ເປັນເສຂະອາໄສແລ້ວ ຕັ້ງຢູ່ໃນເສຂະພູມ ຍ່ອມຮູ້ວ່າ ເຮົາເປັນພຣະເສຂະ.
໑. ນາມກາຍ: ເປັນສຳນວນໃນບາລີສະຫຽາມລັດ ຜູ້ຮວບຮວມເຫັນຄວນແປວ່າ
“ຖືກຕ້ອງສິ່ງນັ້ນດ້ວຍກາຍ” ຊຶ່ງບາລີໃຊ້ວ່າ “ກາເຍນະ ຜຸສິຕວາ”.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄຸນນະທັມຂອງຜູ້ຕ່ຳກວ່າໂສຕາປັຕຕິມັຄ
ແລະເປັນເຫຕໃຫ້ບໍ່ໄປສູ່ອະບາຍໃນຊາຕນັ້ນ ໕໐
- ບາລີ ມຫາວາຣ. ສັງ. ໑໙/໔໗໓/໑໕໓໔-໑໕໓໕.
ລັກສະນະຂອງຜູ້ບໍ່ໄປສູ່ອະບາຍ (ນັຍທີ ໑)








