ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ມະຫາຣາຊ ! ກໍບຸກຄົນບາງຄົນໃນໂລກນີ້ບໍ່ປະກອບດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ...ໃນພຣະທັມ... ໃນພຣະສົງຄ໌... ບໍ່ມີປັນຍາລ່າເລີງ ບໍ່ສຽບແຫຼມ ແລະບໍ່ປະກອບດ້ວຍວິມຸຕ ແຕ່ວ່າເຂົາມີທັມເຫຼົ່ານີ້ ຄື ສັດທິນຊີ ວິຣິຍິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ ແລະທັມທັງຫຼາຍ ທີ່ພຣະຕະຖາຄົຕປະກາດແລ້ວ ຍ່ອມທົນຕໍ່ການເພັ່ງດ້ວຍປັນຍາຂອງເຂົາ (ຍິ່ງ) ກວ່າປະມານບຸກຄົນແມ່ນວ່ານີ້ກໍບໍ່ໄປສູ່ນະຣົກ ກຳເນີດເດຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ລັກສະນະຂອງຜູ້ບໍ່ໄປສູ່ອະບາຍ (ນັຍທີ ໒)

ມະຫາຣາຊ ! ກໍບຸກຄົນບາງຄົນໃນໂລກນີ້ບໍ່ປະກອບດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ...

ໃນພຣະທັມ... ໃນພຣະສົງຄ໌... ບໍ່ມີປັນຍາລ່າເລີງ ບໍ່ສຽບແຫຼມ ແລະບໍ່ປະກອບດ້ວຍວິມຸຕ ແຕ່ວ່າເຂົາມີທັມເຫຼົ່ານີ້ ຄື ສັດທິນຊີ ວິຣິຍິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີແລະເຂົາມີສັດທາ ມີຄວາມຮັກໃນພຣະຕະຖາຄົຕພໍປະມານ ບຸກຄົນແມ່ນວ່ານີ້ກໍບໍ່ໄປສູ່ນະຣົກ ກຳເນີດເດຣັຈສານ ວິສັຍແຫ່ງເປຕ ອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ທັມ ໗ ປະການຂອງ

ຜູ້ຕັ້ງຢູ່ໃນໂສຕາປັຕຕິຜົລ ໕໒

- ບາລີ ມູ. ມ. ໑໒/໕໘໑/໕໔໒.

ພິກຂຸທັງຫຼາຍ ! ທັມ ໖ ປະການນີ້ ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ ທັມ ໖ ປະການນັ້ນ ເປັນແນວໃດໜໍ ? ຄື

(໑) ພິກຂຸທັງຫຼາຍ ! ພິກຂຸມີກາຍະກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໒) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີວະຈີກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໓) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີມະໂນກັມປະກອບດ້ວຍເມຕຕາ ປາກົດໃນເພື່ອນຮ່ວມປະພຶດພຣົມມະຈັນ ທັງໃນບ່ອນແຈ້ງແລະໃນບ່ອນທີ່ລັບ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

(໔) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີລາບໃດໆ ເກີດໂດຍທັມ ໄດ້ແລ້ວໂດຍທັມ ທີ່ສຸດແມ່ນແຕ່ພຽງອາຫານຕິດກົ້ນບາຕ ກໍບໍຣິໂພກໂດຍບໍ່ກີດກັນໄວ້ເພື່ອຕົນເອງ ຍ່ອມເປັນຜູ້ບໍຣິໂພກສະເລ່ຍທົ່ວໄປກັບເພື່ອນຮ່ວມປະພຶດພຣົມມະຈັນຜູ້ມີສີລ ທັມແມ່ນວ່ານີ້ເປັນເຫຕໃຫ້ລະລຶກເຖິງກັນ ເປັນເຫຕກໍ່ຄວາມຮັກ ກໍ່ຄວາມເຄົາຣົບ ເປັນໄປເພື່ອຄວາມສົງເຄາະກັນ ເພື່ອບໍ່ວິວາດກັນ ເພື່ອຄວາມພ້ອມພຽງກັນ ເພື່ອຄວາມເປັນອັນໜຶ່ງອັນດຽວກັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ