ຄູ່ມືໂສດາບັນ
ໜ້າ/ 82
ຜູ້ໃດມີສັດທາ ຕັ້ງໝັ້ນບໍ່ຫວັ່ນໄຫວ ໃນພຣະຕະຖາຄົຕມີສີລອັນງາມ ທີ່ພຣະອະຣິຍະເຈົ້າຮັກໃຄ່ແລ້ວ ສັນເສີນແລ້ວ ມີຄວາມເຫຼື້ອມໃສໃນພຣະສົງຄ໌ ແລະມີຄວາມເຫັນອັນຕົງ ບັນດິຕທັງຫຼາຍ ເອີ້ນຜູ້ນັ້ນວ່າ ເປັນຄົນບໍ່ຂັດສົນ ຊີວິດຂອງຜູ້ນັ້ນບໍ່ເປົ່າປະໂຍຊນ໌ ເພາະສະນັ້ນບຸກຄົນຜູ້ມີປັນຍາ ເມື່ອລະນຶກເຖິງຄຳສອນຂອງພຣະພຸດທະເຈົ້າທັງຫຼາຍ ຄວນປະກອບຕາມຊຶ່ງສັດທາ ສີລ ຄວາມເຫຼື້ອມໃສ ແລະຄວາມເຫັນທັມ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເທື່ອນັ້ນ ທ່ານພຣະສາຣີບຸຕ ຄັນອະນຸໂມທະນາດ້ວຍຄາຖາເຫຼົ່ານີ້ແລ້ວ ຈຶ່ງລຸກຈາກອາສະນະຫຼີກໄປ.
ລຳດັບນັ້ນ ທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາຄແລ້ວ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວພຣະຜູ້ມີພຣະພາຄໄດ້ຕຣັສຖາມທ່ານພຣະອານົນທ໌ວ່າ
ອານົນທ໌ ! ເຈົ້າມາຈາກໃສແຕ່ຍັງເວັນ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທ່ານພຣະສາຣີບຸຕກ່າວສອນ ອະນາຖະບິນດິກະຄະຫະບໍດີດ້ວຍໂອວາດຂໍ້ນີ້ໆ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອານົນທ໌ !
ສາຣີບຸຕເປັນບັນດິຕ
ສາຣີບຸຕມີປັນຍາຫຼາຍ
ໄດ້ຈຳແນກໂສຕາປັຕຕິຍັງຄະ ໔
ດ້ວຍອາການ ໑໐ ຢ່າງ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ອານິສົງສ໌ຂອງທັມ ໔ ປະການ ໔໙
- ບາລີ ມຫາວາຣ. ສັງ. ໑໙/໕໑໖/໑໖໓໔.
ພິກຂຸທັງຫຼາຍ ! ທັມ ໔ ປະການນີ້
ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ.
ທັມ ໔ ປະການ ແນວໃດໜໍ ? ໔ ປະການຄື : -
ການຄົບສັຕບຸຣຸສ ໑,
ການຟັງພຣະສັດທັມ ໑,
ການຮິ່ນຕອງໃນໃຈໂດຍລະອຽດຮອບຄອບ ໑,
ການປະຕິບັຕທັມສົມຄວນແກ່ທັມ ໑.
ພິກຂຸທັງຫຼາຍ ! ທັມ ໔ ປະການນີ້ແລ
ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ທັມ ໔ ປະການນີ້
ອັນບຸກຄົນຈະເຣີນແລ້ວ ຝຶກໃຫ້ຫຼາຍແລ້ວ
ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງຊຶ່ງສະກະທາຄາມິຜົລ....
... ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງຊຶ່ງອະນາຄາມິຜົລ....
... ຍ່ອມເປັນໄປເພື່ອເຮັດໃຫ້ແຈ້ງຊຶ່ງອະຫັນຕະຜົລ....
... ຍ່ອມເປັນໄປເພື່ອໄດ້ປັນຍາ (ປັນຍາປະຕິລາພາຍະ) ....
... ຍ່ອມເປັນໄປເພື່ອຄວາມຈະເຣີນແຫ່ງປັນຍາ
(ປັນາຍາວຸຕທິຍາ) ... .
... ຍ່ອມເປັນໄປເພື່ອຄວາມໄພບູນແຫ່ງປັນຍາ
(ປັນຍາເວປຸລລາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໃຫຍ່
(ມະຫາປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາແໜ້ນໜາ
(ປຸຖຸປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄພບູນ
(ວິປຸລະປັນຍະຕາຍະ)... .
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເລິກ
(ຄັມພີຣະປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາປະມານບໍ່ໄດ້
(ອັປປະມັຕຕະປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາ
ທຽມດັ່ງແຜ່ນດິນ (ພູຣິປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຫຼາຍ
(ປັນຍາພາຫຸລລາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາໄວ
(ສີຄະປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເບົາ
(ລະຫຸປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາລ່າເລີງ
(ຫາສະປັນຍະຕາຍະ) ... .
... ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາສຽບແຫຼມ (ໄວ)








