ຄູ່ມືໂສດາບັນ
ໜ້າ/ 82
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາກັມມັນຕະເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາກັມມັນຕະເຫັນປານນັ້ນຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາກັມມັນຕະ ກໍເມື່ອທ່ານເຫັນສັມມາກັມມັນຕະນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາອາຊີວະເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາອາຊີວະເຫັນປານນັ້ນຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາອາຊີວະ ກໍເມື່ອທ່ານເຫັນສັມມາອາຊີວະນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາວາຍາມະເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາວາຍາມະເຫັນປານນັ້ນຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາວາຍາມະ ກໍເມື່ອທ່ານເຫັນສັມມາວາຍາມະນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາສະຕິເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາສະຕິເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານສ່ວນທ່ານມີສັມມາສະຕິ ກໍເມື່ອທ່ານເຫັນສັມມາສະຕິນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາສະມາທິເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາສະມາທິເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາສະມາທິ ກໍເມື່ອທ່ານເຫັນ ສັມມາສະມາທິນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາຍານະເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາຍານະເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາຍານະ ກໍເມື່ອທ່ານເຫັນສັມມາຍານະນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍພັນ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາວິມຸຕເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາວິມຸຕເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາວິມຸຕ ກໍເມື່ອທ່ານເຫັນສັມມາວິມຸຕ ນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄັ້ງນັ້ນ ເວທະນາຂອງທ່ານອະນາຖະບິນດິກະຄະຫະບໍດີ ສະງົບລະງັບແລ້ວໂດຍໄວ ທ່ານອະນາຖະບິນດິກະຄະຫະບໍດີອັງຄາສທ່ານພຣະສາຣີບຸຕແລະທ່ານພຣະອານົນທ໌ດ້ວຍອາຫານ ທີ່ເຂົາຈັດມາສະເພາະຕົນ ເທື່ອນັ້ນ ທ່ານອະນາຖະບິນດິກະຄະຫະບໍດີ ເມື່ອທ່ານພຣະສາຣີບຸຕສັນແລ້ວ ເອົາມືອອກຈາກບາຕແລ້ວ ຈຶ່ງຖືເອົາອາສະນະຕ່ຳ ອັນໜຶ່ງ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງແລ້ວ ທ່ານພຣະສາຣີບຸຕອະນຸໂມທະນາດ້ວຍຄາຖາເຫຼົ່ານີ້








