ຄູ່ມືໂສດາບັນ
ໜ້າ/ 82
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍຄວາມບໍ່ເຫຼື້ອມໃສໃນພຣະພຸດທະເຈົ້າເຫັນປານໃດ ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຄວາມບໍ່ເຫຼື້ອມໃສໃນພຣະພຸດທະເຈົ້າເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າວ່າ ແມ່ນເພາະເຫຕນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ... ເປັນຜູ້ຈຳແນກທັມ ກໍເມື່ອທ່ານເຫັນຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້ານັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍຄວາມບໍ່ເຫຼື້ອມໃສໃນພຣະທັມເຫັນປານໃດ ເມື່ອແຕກກາຍຕາຍໄປຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຄວາມບໍ່ເຫຼື້ອມໃສໃນພຣະທັມເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມ ວ່າທັມອັນພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ... ອັນວິນຍູຊົນຍ່ອມຮູ້ສະເພາະຕົນ ກໍເມື່ອທ່ານເຫັນຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະທັມນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍຄວາມບໍ່ເຫຼື້ອມໃສໃນພຣະສົງຄ໌ເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຄວາມບໍ່ເຫຼື້ອມໃສໃນພຣະສົງຄ໌ເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີຄວາມເຫຼື້ອມໃສໃນພຣະສົງຄ໌ ວ່າ ພຣະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເປັນຜູ້ປະຕິບັຕດີແລ້ວ... ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ກໍເມື່ອທ່ານເຫັນຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະສົງຄ໌ນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍຄວາມເປັນຜູ້ທຸສີລເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຄວາມເປັນຜູ້ທຸສີລເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສີລທີ່ພຣະອະຣິຍະເຈົ້າຮັກໃຄ່ແລ້ວບໍ່ຂາດ... ເປັນໄປເພື່ອສະມາທິ ກໍເມື່ອທ່ານເຫັນສີລທີ່ພຣະອະຣິຍະເຈົ້າຮັກໃຄ່ແລ້ວຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາທິຕຖິເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາທິຕຖິເຫັນປານນັ້ນຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາທິຕຖິ ກໍເມື່ອທ່ານເຫັນສັມມາທິຕຖິນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາສັງກັບປະເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາສັງກັບປະເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາສັງກັບປະ ກໍເມື່ອທ່ານເຫັນສັມມາສັງກັບປະນັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.
ຄະຫະບໍດີ ! ປຸຖຸຊົນຜູ້ບໍ່ໄດ້ສະດັບ ປະກອບດ້ວຍມິຈສາວາຈາເຫັນປານໃດ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ມິຈສາວາຈາເຫັນປານນັ້ນ ຍ່ອມບໍ່ມີແກ່ທ່ານ ສ່ວນທ່ານມີສັມມາວາຈາ ກໍເມື່ອທ່ານເຫັນສັມມາວາຈານັ້ນຢູ່ໃນຕົນ ເວທະນາຈະຍ່ອມສະງົບລະງັບໂດຍໄວ.








