ຄູ່ມືໂສດາບັນ

ໜ້າ/ 82

(໓) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ ອັນບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າ “ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸກຄົນເຫຼົ່ານີ້ ຄື ຄູ່ແຫ່ງບຸຣຸສ ສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ ນັ້ນແຫຼະສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ” ດັ່ງນີ້.

(໔) ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍຊະນິດ ເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ: ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາແລະເປັນສີລທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.

ມະຫານາມ ! ປຽບເໝືອນຕົ້ນໄມ້ນ້ອມໄປໃນທິສປາຈີນ ເນີ້ງໄປສູ່ທິສປາຈີນ ອຽງໄປທາງທິສປາຈີນ. ຕົ້ນໄມ້ນັ້ນ ເມື່ອເຂົາຕັດທີ່ເຫງົ້າແລ້ວ ມັນຈະລົ້ມໄປທາງໃດໜໍ ?

“ມັນຈະລົ້ມໄປທາງທິສທີ່ມັນນ້ອມໄປ ເນີ້ງໄປ ອຽງໄປ ຂ້ານ້ອຍ !”.

ມະຫານາມ ! ເຊັ່ນໃດກໍເຊັ່ນນັ້ນ: ອະຣິຍະສາວົກປະກອບແລ້ວດ້ວຍທັມ ໔ ປະການເຫຼົ່ານີ້ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິບພານ ເນີ້ງໄປສູ່ນິບພານ ອຽງໄປທາງນິບພານໂດຍແທ້ ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະໂສດາບັນປະກອບພ້ອມແລ້ວ ໐໔

ດ້ວຍອະຣິຍະມັຄມີອົງແປດ

- ບາລີ ມະຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.

ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ-ໂສດາບັນ ດັ່ງນີ້ ເປັນແນວໃດໜໍ ສາຣີບຸຕ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທ່ານຜູ້ໃດ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ຜູ້ເຊັ່ນນັ້ນແລ ຂ້ານ້ອຍຮຽກວ່າເປັນພຣະໂສດາບັນ ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ ຂ້ານ້ອຍ !”.

ສາຣີບຸຕ ! ຖືກແລ້ວ ຖືກແລ້ວ ຜູ້ທີ່ປະກອບພ້ອມແລ້ວ

ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ເຖິງເຮົາເອງກໍເອີ້ນຜູ້ເຊັ່ນນັ້ນວ່າເປັນ ພຣະໂສດາບັນ ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຫຼັກເກນພະຍາກອນ ໐໕

ພາວະໂສດາບັນຂອງຕົນເອງ

- ບາລີ ທສກ. ອັງ. ໒໔/໑໙໕-໑໙໘/໙໒.

ຄະຫະບໍດີ ! ໃນກາລໃດ ພັຍເວຣ ໕ ປະການອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ດ້ວຍ, ອະຣິຍະສາວົກປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ ດ້ວຍ, ອະຣິຍະຍາຍະທັມ ເປັນທັມທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ ດ້ວຍ;

ໃນກາລນັ້ນ ອະຣິຍະສາວົກນັ້ນ ເມື່ອຫວັງຢູ່ກໍພະຍາກອນຕົນດ້ວຍຕົນ ນັ້ນແຫຼະວ່າ

“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນີດເດຣັຈສານສິ້ນແລ້ວ ມີເປຕວິສັຍສິ້ນແລ້ວ ມີອະບາຍທຸຄະຕິວິນິບາຕສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ) ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.

ຄະຫະບໍດີ ! ພັຍເວຣ ໕ ປະການ ເຫຼົ່າໃດໜໍ ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ?

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ