ຄູ່ມືໂສດາບັນ

ໜ້າ/ 82

ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸກຄົນເຫຼົ່ານີ້ ຄືຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ. ນັ້ນແຫຼະ ຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸກຄົນທົ່ວໄປຈະຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຂອງໂລກ ບໍ່ມີນາບຸນອື່ນຍິ່ງກວ່າ ດັ່ງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໔) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນ ທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ: ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະ ຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ ດັ່ງນີ້.

ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ປະກອບ ພ້ອມແລ້ວດ້ວຍທັມ ໔ ປະການນີ້ແລ ຊື່ວ່າເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພຣະໂສດາບັນແມ່ນໃຜ ໐໓

(ນັຍທີສອງ)

- ບາລີ ມະຫາວາຣ. ສັງ. ໑໙/໔໖໕-໔໖໖/໑໕໑໑-໑໕໑໒.

ຢ່າຢ້ານເລີຍ ມະຫານາມະ ! ຢ່າຢ້ານເລີຍ ມະຫານາມະ !

ຄວາມຕາຍຂອງເຈົ້າຈັກບໍ່ຕ່ຳຊາມ ກາລະກິຣິຍາຂອງເຈົ້າຈັກບໍ່ຕ່ຳຊາມ. ມະຫານາມ ! ອະຣິຍະສາວົກຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິບພານ ເນີ້ງໄປສູ່ນິບພານ ອຽງໄປທາງນິບພານໂດຍແທ້.

ທັມ ໔ ປະການ ແນວໃດໜໍ ?

ທັມ ໔ ປະການ ຄື: -

ມະຫານາມ ! ອະຣິຍະສາວົກໃນກໍລະນີນີ້

(໑) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ

ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະ ຕິບັຕໃຫ້ເຖິງຊຶ່ງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຜູ້ສອນຂອງເທວະດາແລະມະນຸສທັງຫຼາຍ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ” ດັ່ງນີ້.

(໒) ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ

ອັນບໍ່ຫວັ່ນໄຫວໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຕ້ອງເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈຳກັດກາລ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ