ຄູ່ມືໂສດາບັນ

ໜ້າ/ 82

(໑) ຄະຫະບໍດີ ! ບຸກຄົນຜູ້ຂ້າສັຕຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມ (ປະຈຸບັນ) ດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະ (ໃນເວລາຖັດຕໍ່ໄປ) ດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະປານາຕິບາຕເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກປານາຕິບາຕ ເຮັດໃຫ້ສະງົບລະງັບໄດ້ແລ້ວ.

(໒) ຄະຫະບໍດີ ! ບຸກຄົນຜູ້ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍ ທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະອະທິນນາທານ ເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກອະທິນນາທານ ເຮັດໃຫ້ສະງົບລະງັບໄດ້ແລ້ວ.

(໓) ຄະຫະບໍດີ ! ບຸກຄົນຜູ້ປະພຶດຜິດໃນກາມທັງຫຼາຍຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ, ເພາະກາເມສຸມິຈສາຈາຣເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກກາເມສຸມິຈສາຈາຣ ເຮັດໃຫ້ສະງົບລະງັບໄດ້ແລ້ວ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໔) ຄະຫະບໍດີ ! ບຸກຄົນຜູ້ກ່າວຄຳຕົວະລ່າຍຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ ເພາະມຸສາວາດເປັນປັຈຈັຍ; ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກມຸສາວາດ ເຮັດໃຫ້ສະງົບລະງັບໄດ້ແລ້ວ.

(໕) ຄະຫະບໍດີ ! ບຸກຄົນຜູ້ດື່ມສຸຣາແລະເມຣັຍອັນເປັນທີ່ຕັ້ງຂອງຄວາມປະມາດຢູ່ເປັນປົກກະຕິ ຍ່ອມປະສົບພັຍເວຣໃດໃນທິຕຖະທັມດ້ວຍ, ຍ່ອມປະສົບພັຍເວຣໃດໃນສັມປະຣາຍິກະດ້ວຍ, ຍ່ອມສະເຫວີຍທຸກຂະໂທມະນັສແຫ່ງຈິຕດ້ວຍ, ເພາະສຸຣາແລະເມຣັຍເປັນປັຈຈັຍ ພັຍເວຣນັ້ນໆ ເປັນສິ່ງທີ່ອະຣິຍະສາວົກຜູ້ເວັ້ນຂາດແລ້ວຈາກສຸຣາແລະເມຣັຍ ເຮັດໃຫ້ສະງົບລະງັບໄດ້ແລ້ວ.

ຄະຫະບໍດີ ! ພັຍເວຣ ໕ ປະການເຫຼົ່ານີ້ແລ ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ.

… … … …

ຄະຫະບໍດີ ! ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວດ້ວຍ ອົງຄ໌ແຫ່ງໂສດາບັນ ໔ ປະການ ເຫຼົ່າໃດໜໍ ?

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໑) ຄະຫະບໍດີ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວ ໃນພຣະພຸດທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄູຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ