ຄູ່ມືໂສດາບັນ
ໜ້າ/ 82
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສາຣີບຸຕ ! ປະຣິບພາຊົກລັດທິອື່ນ ຍັງອ່ອນຄວາມຮູ້ ບໍ່ສະຫຼາດ ຈັກຮູ້ໄດ້ຢ່າງໃດກັນວ່າຜູ້ໃດມີເຊື້ອເຫຼືອ ໃຜບໍ່ມີເຊື້ອເຫຼືອ. ສາຣີບຸຕ ! ບຸກຄົນເຫຼົ່ານີ້ແລ ທີ່ມີເຊື້ອເຫຼືອ ໙ ຈຳພວກ ເມື່ອຕາຍໄປ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
ສາຣີບຸຕ ! ທັມປະຣິຍາຍຂໍ້ນີ້ ຍັງບໍ່ເຄີຍສະແດງໃຫ້ປາກົດ ແກ່ໝູ່ພິກຂຸ ພິກຂຸນີ ອຸບາສົກ ອຸບາສິກາທັງຫຼາຍມາແຕ່ກາລກ່ອນ.
ຂໍ້ນັ້ນເພາະເຫຕໃດໜໍ ?
ເພາະເຮົາເຫັນວ່າ ຖ້າເຂົາເຫຼົ່ານັ້ນໄດ້ຟັງທັມປະຣິຍາຍຂໍ້ນີ້ແລ້ວ ຈັກພາກັນເກີດຄວາມປະມາດ;
ອັນໜຶ່ງໜໍ ທັມປະຣິຍາຍເຊັ່ນນີ້ ເປັນທັມປະຣິຍາຍ ທີ່ເຮົາກ່າວ ຕໍ່ເມື່ອຖືກຖາມເຈາະຈົງເທົ່ານັ້ນ; ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜົລແປດປະການອັນເປັນພາບລວມ
ຂອງຄວາມເປັນພຣະໂສດາບັນ ໔໐
- ບາລີ ມູ. ມ. ໑໒/໔໘໓-໔໘໕/໔໕໐-໔໕໑.
ພິກຂຸທັງຫຼາຍ ! ຖືກແລ້ວ !
ເມື່ອເປັນຢ່າງນີ້ກໍເປັນອັນວ່າ
ພວກເຈົ້າທັງຫຼາຍກໍກ່າວຢ່າງນັ້ນ,
ແມ່ນວ່າເຮົາຕະຖາຄົຕກໍກ່າວຢ່າງນັ້ນ, ວ່າ
“ເມື່ອສິ່ງນີ້ບໍ່ມີ, ສິ່ງນີ້ຍ່ອມບໍ່ມີ;
ເພາະສິ່ງນີ້ດັບ, ສິ່ງນີ້ຍ່ອມດັບ;໑
໑. ຄຳບາລີຂອງປະໂຫຍກນີ້ມີວ່າ “ອິມັສສະມິງ ອະສະຕິ ອິດັງ ນະ ໂຫຕິ; ອິມັສສະ ນິໂຣທາ ອິດັງ ນິຣຸຊຊະຕິ” ເປັນການອະທິບາຍລຳດັບເຫຕໃນການດັບໄປແຫ່ງລະບົບສົມມຸດ
(ຄືລະບົບທຳມະຊາດທີ່ມີການເກີດ, ແກ່, ຕາຍ ທຸກສິ່ງ ທັງຮູບແລະນາມ).
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ກ່າວຄື
ເພາະມີຄວາມດັບແຫ່ງອະວິຊຊາ ຈຶ່ງມີຄວາມດັບແຫ່ງສັງຂາຣ;
ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ;
ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ;
ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ;
ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ;
ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ;
ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ;
ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ;
ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ;
ເພາະມີຄວາມດັບແຫ່ງຊາຕນັ້ນແລ
ຊະຣາມໍຣະນະໂສກະປະຣິເທວະທຸກຂະໂທມະນັສອຸປາຍາສທັງຫຼາຍ
ຈຶ່ງດັບສິ້ນ:
ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້”.
(໑) ພິກຂຸທັງຫຼາຍ ! ຈະເປັນໄປໄດ້ບໍ່ວ່າ ພວກເຈົ້າເມື່ອຮູ້ຢູ່ຢ່າງນີ້ ເຫັນຢູ່ຢ່າງນີ້ ຈະຍ່ອມແລ່ນໄປສູ່ ທິຕຖິອັນປາຣົບທີ່ສຸດໃນເບື້ອງຕົ້ນ (ຄວາມເຫັນທີ່ນຶກເຖິງຂັນທ໌ໃນອະດີຕ) ວ່າ “ໃນກາລຍືດຍາວນານຝ່າຍອະດີຕ ເຮົາໄດ້ມີແລ້ວຫຼືໜໍ; ເຮົາບໍ່ໄດ້ມີແລ້ວຫຼືໜໍ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ເຮົາໄດ້ເປັນຫຍັງແລ້ວໜໍ; ເຮົາໄດ້ເປັນຢ່າງໃດແລ້ວໜໍ; ເຮົາເປັນຫຍັງແລ້ວ ຈຶ່ງໄດ້ເປັນຫຍັງອີກແລ້ວໜໍ”; ດັ່ງນີ້ ?
“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”.








