ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

(໔) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ອະນາຄາມີຜູ້ຈະປະຣິນິບພານໂດຍຕ້ອງໃຊ້ຄວາມພຽນເຫື່ອແຮງ.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໔ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໕) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ອະນາຄາມີຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໕ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໖) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ແລະເພາະມີຣາຄະ ໂທສະ ໂມຫະ ເບົາບາງໜ້ອຍລົງ, ເປັນ ສະກະທາຄາມີ ຍັງຈະມາສູ່ເທວະໂລກນີ້ອີກເທື່ອດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ່ ໖ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໗) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ໂສດາບັນຜູ້ມີພືດເທື່ອດຽວ ຄື ຈັກເກີດໃນພົບແຫ່ງມະນຸສອີກເທື່ອດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໗ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

(໘) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸກຄົນຜູ້ນັ້ນເປັນ ໂສດາບັນຜູ້ຕ້ອງທ່ອງທ່ຽວໄປສູ່ສະກຸລອີກ ໒ ຫຼື ໓ ເທື່ອ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໘ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

(໙) ສາຣີບຸຕ ! ບຸກຄົນບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັງໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸກຄົນນັ້ນເປັນ ໂສດາບັນຜູ້ຕ້ອງທ່ຽວໄປໃນເທວະດາແລະມະນຸສອີກ ໗ ເທື່ອເປັນຢ່າງຫຼາຍ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້.

ສາຣີບຸຕ ! ນີ້ເປັນບຸກຄົນຜູ້ມີເຊື້ອເຫຼືອພວກທີ ໙ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ