ຄູ່ມືໂສດາບັນ
ໜ້າ/ 82
ແລະຍັງມີສູຕອີກກຸ່ມໜຶ່ງ ຄື ສູຕທີ່ ໑-໑໐ ອະພິສະມາຍະວັຄ ອະພິສະມາຍະສັງຍຸຕ ນິທານ. ສໍ. ໑໖/໑໖໘/໓໓໑. ຕຣັສແກ່ພິກຂຸທັງຫຼາຍທີ່ເຊຕະວັນ ປະກອບດ້ວຍອຸປະມາຫຼາຍຢ່າງໃນແຕ່ລະສູຕ ແລະມີເນື້ອຫາຂໍ້ຄວາມທີ່ອະທິບາຍ ເລີ່ມຕັ້ງແຕ່ດູຣາພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ... ໄປຈົນຈົບປະໂຫຍກ ວ່າ... ຜູ້ເປັນສັຕຕັກຂັຕຕຸປະຣະມະ ຄືກັນທຸກຕົວອັກສອນ ມີບ່ອນຕ່າງກັນທີ່ຂໍ້ຄວາມຕໍ່ທ້າຍຈາກປະໂຫຍກນີ້ (ໃນບ່ອນສະແດງໄວ້ທັງ ໑໐ ສູຕ) ຈະຕໍ່ທ້າຍຄຳ ສັຕຕັກຂັຕຕຸປະຣະມະ ວ່າ “ພິກຂຸທັງຫຼາຍ ! ການຮູ້ພ້ອມສະເພາະຊຶ່ງທັມ ເປັນໄປເພື່ອປະໂຍຊນ໌ອັນໃຫຍ່ຫຼວງຢ່າງນີ້ການໄດ້ສະເພາະຊຶ່ງທັມຈັກຂຸ ເປັນໄປເພື່ອປະໂຍຊນ໌ອັນໃຫຍ່ຫຼວງຢ່າງນີ້”.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສາມັນຍະຜົລໃນພຸດທະສາສນາ
ທຽບກັນບໍ່ໄດ້ ກັບໃນລັດທິອື່ນ ໓໓
- ບາລີ ນິທານ. ສັງ. ໑໖/໑໖໘-໑໖໙/໓໓໑-໓໓໒.
ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸສຍ່ອມໂຍນຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ເຂົ້າໄປທີ່ພູເຂົາຫຼວງ ຊື່ສິເນຣຸ. ພິກຂຸທັງຫຼາຍ ! ພວກເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ ວ່າຈັ່ງໃດ: ຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ທີ່ບຸຣຸສໂຍນເຂົ້າໄປ (ທີ່ພູເຂົາຫຼວງຊື່ສິເນຣຸ) ເປັນສິ່ງທີ່ຫຼາຍກວ່າ ຫຼືວ່າພູເຂົາຫຼວງຊື່ສິເນຣຸ ເປັນສິ່ງທີ່ຫຼາຍກວ່າ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພູເຂົາຫຼວງຊື່ສິເນຣຸນັ້ນແຫຼະ ເປັນສິ່ງທີ່ຫຼາຍກວ່າ. ຫິນແຮ່ມີປະມານເທົ່າເມັດຖົ່ວຂຽວເຈັດເມັດ ທີ່ບຸຣຸສໂຍນເຂົ້າໄປ (ທີ່ພູເຂົາຫຼວງຊື່ສິເນຣຸ) ມີປະມານໜ້ອຍ. ຫິນແຮ່ນີ້ ເມື່ອນຳເຂົ້າໄປ ທຽບກັບພູເຂົາຫຼວງຊື່ສິເນຣຸ ຍ່ອມບໍ່ເຂົ້າເຖິງສ່ວນໜຶ່ງໃນຮ້ອຍ ສ່ວນໜຶ່ງໃນພັນ ສ່ວນໜຶ່ງໃນແສນ”.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ:
ການບັນລຸຄຸນວິເສດ ແຫ່ງສະມະນະພຣາມແລະປະຣິບພາຊົກຜູ້ເປັນເດຍຣະຖີເຫຼົ່າອື່ນ ເມື່ອນຳເຂົ້າໄປທຽບກັບການບັນລຸຄຸນວິເສດ ຂອງອະຣິຍະສາວົກ ຊຶ່ງເປັນບຸກຄົນຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິ ຍ່ອມບໍ່ເຂົ້າເຖິງ ສ່ວນໜຶ່ງໃນຮ້ອຍ ສ່ວນໜຶ່ງໃນພັນ ສ່ວນໜຶ່ງໃນແສນ.
ພິກຂຸທັງຫຼາຍ ! ບຸກຄົນຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິເປັນຜູ້ມີການບັນລຸອັນໃຫຍ່ຫຼວງຢ່າງນີ້ ເປັນຜູ້ມີຄວາມຮູ້ຍິ່ງອັນໃຫຍ່ຫຼວງຢ່າງນີ້, ດັ່ງນີ້ ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ລັກສະນະແຫ່ງຜູ້ຈະເຣີນອິນຊີຂັ້ນອະຣິຍະ ໓໔
- ບາລີ ອຸປຣິ. ມ. ໑໔/໕໔໕-໕໔໖/໘໖໓-໘໖໔.
ອານົນທ໌ ! ຜູ້ມີອິນຊີອັນອົບຮົມແລ້ວໃນຂັ້ນອະຣິຍະເປັນແນວໃດໜໍ ?
ອານົນທ໌ ! ໃນກໍລະນີນີ້
ຄວາມພໍໃຈ, ຄວາມບໍ່ພໍໃຈ, ຄວາມພໍໃຈແລະບໍ່ພໍໃຈ ເກີດຂຶ້ນແກ່ພິກຂຸເພາະເຫັນຮູບດ້ວຍຕາ... ຟັງສຽງດ້ວຍຫູ ...ດົມກິ່ນດ້ວຍດັງ... ຊີມຣົສດ້ວຍລີ້ນ... ຖືກຕ້ອງສຳຜັສດ້ວຍຜິວກາຍ... ຮູ້ແຈ້ງທັມມາຣົມດ້ວຍໃຈ.
ພິກຂຸນັ້ນ: -
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າບໍ່ປະຕິກູນ ໃນສິ່ງທີ່ເປັນປະຕິກູນ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າບໍ່ປະຕິກູນ ໃນສິ່ງທີ່ເປັນປະຕິກູນນັ້ນໄດ້.
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າປະຕິກູນ ໃນສິ່ງທີ່ບໍ່ເປັນປະຕິກູນ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າປະຕິກູນໃນສິ່ງທີ່ບໍ່ເປັນປະຕິກູນນັ້ນໄດ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ








