ຄູ່ມືໂສດາບັນ
ໜ້າ/ 82
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າບໍ່ປະຕິກູນ ທັງໃນສິ່ງທີ່ເປັນປະຕິກູນແລະບໍ່ເປັນປະຕິກູນ ດັ່ງນີ້
ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າບໍ່ປະຕິກູນທັງໃນສິ່ງທີ່ເປັນປະຕິກູນແລະບໍ່ເປັນປະຕິກູນນັ້ນໄດ້.
ຖ້າເຂົາຫວັງວ່າ ຈະເປັນຜູ້ຢູ່ຢ່າງມີຄວາມຮູ້ສຶກວ່າປະຕິກູນ ທັງໃນສິ່ງທີ່ບໍ່ເປັນປະຕິກູນແລະສິ່ງທີ່ເປັນປະຕິກູນ ດັ່ງນີ້
ເຂົາກໍຢູ່ຢ່າງຜູ້ມີຄວາມຮູ້ສຶກວ່າປະຕິກູນທັງໃນສິ່ງທີ່ບໍ່ເປັນປະຕິກູນແລະສິ່ງທີ່ເປັນປະຕິກູນນັ້ນໄດ້.
ແລະຖ້າທ່ານຫວັງວ່າ ຈະເປັນຜູ້ຢູ່ຢ່າງເວັ້ນຂາດຈາກ ຄວາມຮູ້ສຶກວ່າປະຕິກູນແລະບໍ່ປະຕິກູນທັງສອງຢ່າງເສຍແລ້ວ ຢູ່ຢ່າງຜູ້ອຸເປກຂາ ມີສະຕິສັມປະຊັນຍະ ດັ່ງນີ້ ເຂົາກໍຢູ່ຢ່າງຜູ້ອຸເປກຂາ ມີສະຕິສັມປະຊັນຍະໃນສິ່ງເປັນປະຕິກູນແລະບໍ່ເປັນປະຕິກູນທັງສອງຢ່າງນັ້ນໄດ້.
ອານົນທ໌ ! ຢ່າງນີ້ແລ ຊື່ວ່າ
ຜູ້ມີອິນຊີອັນຈະເຣີນແລ້ວໃນຂັ້ນອະຣິຍະ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນກັບພຣະອະຣະຫັນຕ໌ຕ່າງກັນ
ໃນການເຫັນທັມ ໓໕
- ບາລີ ຂັນທ. ອັງ. ໑໗/໑໙໖/໒໙໖.
ພິກຂຸທັງຫຼາຍ ! ອຸປາທານຂັນທ໌ (ຄວາມຢຶດໝັ້ນໃນທຳມະຊາດ) ທັງຫຼາຍເຫຼົ່ານີ້ ມີຢູ່ຫ້າຢ່າງ.
ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງ ຄື: -
ຣູປູປາທານະຂັນທ໌
(ຄວາມຢຶດໝັ້ນໃນຮູບກາຍ)
ເວທະນູປາທານະຂັນທ໌
ຄວາມຢຶດໝັ້ນໃນເວທະນາ (ສຸຂ, ທຸກຂ໌, ອຸເປກຂາ)
ສັນຍູປາທານະຂັນທ໌
ຄວາມຢຶດໝັ້ນໃນສັນຍາ (ຄວາມຈຳໄດ້ໝາຍຮູ້)
ສັງຂາຣູປາທານະຂັນທ໌
ຄວາມຢຶດໝັ້ນໃນສັງຂາຣ (ຄວາມຄິດປຸງແຕ່ງ)
ວິນຍານູປາທານະຂັນທ໌
ຄວາມຢຶດໝັ້ນໃນວິນຍານ (ຜູ້ຮູ້ແຈ້ງຊຶ່ງອາຣົມ)
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ເມື່ອໃດ ອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ (ສະມຸທັຍ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງຣົສຍົວະຍວນ (ອັສສາທະ) ຊຶ່ງໂທດອັນຕ່ຳຊາມ (ອາທີນະວະ) ແລະຊຶ່ງອຸບາຍເປັນເຄື່ອງສະລັດອອກ (ນິສສະຣະນະ) ແຫ່ງອຸປາທານຂັນທ໌ທັງຫ້າ ເຫຼົ່ານີ້;
ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິບພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
ພິກຂຸທັງຫຼາຍ !
ອຸປາທານຂັນທ໌ເຫຼົ່ານີ້ ມີຢູ່ຫ້າຢ່າງ.
ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງ ຄື: -
ຣູປູປາທານະຂັນທ໌
ເວທະນູປາທານະຂັນທ໌
ສັນຍູປາທານະຂັນທ໌
ສັງຂາຣູປາທານະຂັນທ໌
ວິນຍານູປາທານະຂັນທ໌
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພິກຂຸທັງຫຼາຍ ! ເມື່ອໃດ ພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງຣົສຍົວະຍວນ ຊຶ່ງໂທດອັນຕ່ຳຊາມ ແລະຊຶ່ງອຸບາຍເປັນເຄື່ອງສະລັດອອກ ແຫ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ.
ພິກຂຸທັງຫຼາຍ ! ພິກຂຸນີ້ ເຮົາເອີ້ນວ່າ ເປັນະພຣະອະຣະຫັນຕ໌ ຜູ້ມີອາສະວະສິ້ນແລ້ວ ຢູ່ຈົບພຣົມມະຈັນແລ້ວ ເຮັດກິຈທີ່ຄວນເຮັດສຳເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັງໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ ດັ່ງນີ້ ແລ.
- ບາລີ ຂັນທ. ສັງ. ໑໗/໑໙໖/໒໙໗.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນກັບພຣະອະຣະຫັນຕ໌ຕ່າງກັນ
ໃນການເຫັນທັມ (ອີກນັຍໜຶ່ງ) ໓໖
- ບາລີ ມຫາວາຣ. ສັງ. ໑໙/໒໗໑-໒໗໒/໙໐໒-໙໐໓.








