ຄູ່ມືໂສດາບັນ
ໜ້າ/ 82
ຈຶ່ງດັບສິ້ນ: ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້
ຍ່ອມມີດ້ວຍອາການຢ່າງນີ້.
ຄະຫະບໍດີ ! ອະຣິຍະຍາຍະທັມນີ້ແລ ເປັນສິ່ງທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຝຸ່ນຕິດປາຍເລັບ
(ພໍຮູ້ອະຣິຍະສັຈ ທຸກຂ໌ເຫຼືອໜ້ອຍ
ເທົ່າຂະໜາດຝຸ່ນຕິດປາຍເລັບທຽບກັບປະຖະພີ) ໓໒
- ບາລີ ມຫາ. ສັງ. ໑໙/໕໗໒/໑໗໔໗.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ: ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບນີ້ ກັບ
ມະຫາປະຖະພີນີ້ ຂ້າງຝ່າຍໃດຈະຫຼາຍກວ່າກັນ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ ຫຼາຍກວ່າ. ຝຸ່ນໜ້ອຍໜຶ່ງເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພະນະຂານີ້ ເປັນຂອງມີປະມານໜ້ອຍ. ຝຸ່ນນັ້ນ ເມື່ອນຳໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄຳນວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນເຊິ່ງກະລະພາຄ”.
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະມັຍກໍເຊັ່ນນັ້ນ : ສຳລັບອະຣິຍະສາວົກຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິ ຮູ້ພ້ອມສະເພາະແລ້ວ, ຄວາມທຸກຂ໌ຂອງເຂົາ ສ່ວນທີ່ສິ້ນໄປແລ້ວ ໝົດໄປແລ້ວ ຍ່ອມມີຫຼາຍກວ່າ; ຄວາມທຸກຂ໌ທີ່ຍັງເຫຼືອຢູ່ ມີປະມານໜ້ອຍ: ເມື່ອນຳເຂົ້າໄປທຽບກັບກອງທຸກຂ໌ທີ່ສິ້ນໄປແລ້ວ ໝົດໄປແລ້ວໃນກາລກ່ອນ ຍ່ອມບໍ່ເຖິງຊຶ່ງການຄຳນວນໄດ້ປຽບທຽບໄດ້
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ບໍ່ເຂົ້າເຖິງແມ່ນຊຶ່ງກະລະພາຄ ນັ້ນຄືຄວາມທຸກຂ໌ຂອງໂສດາບັນ ຜູ້ສັຕຕັກຂັຕຕຸປະຣະມະ໑ ຜູ້ເຫັນແຈ້ງຕາມເປັນຈິງ ວ່າ “ທຸກຂ໌ ເປັນຢ່າງນີ້, ເຫຕໃຫ້ເກີດທຸກຂ໌ ເປັນຢ່າງນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້, ທາງດຳເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້” ດັ່ງນີ້.
ພິກຂຸທັງຫຼາຍ ! ເພາະເຫຕນັ້ນໃນເລື່ອງນີ້
ພວກເຈົ້າຈົ່ງປະກອບໂຍຄະກັມອັນເປັນເຄື່ອງເຮັດ ໃຫ້ຮູ້ວ່າ “ທຸກຂ໌ ເປັນຢ່າງນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ ເປັນຢ່າງນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້, ທາງດຳເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນຢ່າງນີ້” ດັ່ງນີ້.
໑. ຄື ພຣະໂສດາບັນ ທີ່ຕ້ອງມີກຳເນີດອີກບໍ່ເກີນ ໗ ຊາຕ ອັນເປັນ
ພຣະອະຣິຍະບຸກຄົນ ຊັ້ນຕົ້ນທີ່ສຸດຂອງຈຳພວກໂສດາບັນ.
ເຖິງຢ່າງນັ້ນ ກໍຕຣັສວ່າ ທຸກຂ໌ໝົດໄປຫຼາຍກວ່າ ທີ່ຍັງເຫຼືອ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສູຕອື່ນອຸປະມາປຽບດ້ວຍ ເມັດແຮ່ເທົ່າເມັດຖົ່ວຂຽວ ໗ ເມັດ ກັບຂຸນເຂົາຫິມະລັຍ (໑໙/໕໖໙/໑໗໔໕-໑໗໔໖).
ອີກສູຕໜຶ່ງປຽບ ນໍ້າຕິດປາຍໃບຫຍ້າຄາກັບນ້ຳໃນສະກວ້າງ ໕໐ ໂຍດ
(໑໙/໕໗໒/໑໗໔໘).
ອີກສູຕໜຶ່ງປຽບ ນ້ຳ ໒-໓ ຢົດກັບນ້ຳ ໃນແມ່ນ້ຳ ໕ ສາຍລວມກັນ
(໑໙/໕໗໓/໑໗໔໙-໑໗໕໐).
ອີກສູຕໜຶ່ງປຽບ ເມັດໝາກກະເບົາ ໗ ເມັດກັບມະຫາປະຖະພີ
(໑໙/໕໗໔/໑໗໕໑-໑໗໕໒).
ອີກສູຕໜຶ່ງປຽບ ນ້ຳ ໒-໓ ຢົດກັບນ້ຳທັງມະຫາສະມຸດ
(໑໙/໕໗໕/໑໗໕໓-໑໗໕໔).
ອີກສູຕໜຶ່ງປຽບ ເມັດຜັກກາດ ໒-໓ ເມັດກັບຂຸນເຂົາຫິມະລັຍ
(໑໙/໕໗໖/໑໗໕໕-໑໗໕໖)]








