ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ສິບປະການ ແນວໃດໜໍ ? ສິບປະການ ຄື: -

ໂອຣັມພາຄິະຍສັງໂຍຊນ໌ ໕ ປະການ

ອຸດທັມພາຄິຍະສັງໂຍຊນ໌ ໕ ປະການ.

ໂອຣັມພາຄິຍະສັງໂຍຊນ໌໑ ໕ ປະການ ເປັນແນວໃດໜໍ ?

໕ ປະການ ຄື : -

ສັກກາຍະທິຕຖິ

ວິຈິກິຈສາ

ສີລັບພະຕະປຣາມາສ

ກາມະສັນທະ

ພະຍາບາດ:

ເຫຼົ່ານີ້ ຄື ໂອຣັມພາຄິຍະສັງໂຍຊນ໌ ໕ ປະການ.

໑. ຄື ສັງໂຍຊນ໌ເບື້ອງຕ່ຳ ໝາຍເຖິງເຄື່ອງຮ້ອຍຮັດຈິຕຢ່າງຫຍາບ ໕ ປະການ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ອຸດທັມພາຄິຍະສັງໂຍຊນ໌໑ ໕ ປະການ ເປັນແນວໃດໜໍ ?

໕ ປະການ ຄື : -

ຮູບຣາຄະ

ອະຮູບຣາຄະ

ມານະ

ອຸດທັດຈະ

ອະວິຊຊາ:

ເຫຼົ່ານີ້ ຄື ອຸດທັມພາຄິຍະສັງໂຍຊນ໌ ໕ ປະການ.

ພິກຂຸທັງຫຼາຍ !

ເຫຼົ່ານີ້ແລ ສັງໂຍຊນ໌ ໑໐ ປະການ.

໑. ຄືສັງໂຍຊນ໌ເບື້ອງສູງ ໝາຍເຖິງເຄື່ອງຮ້ອຍຮັດຈິຕຢ່າງລະອຽດ ໕ ປະການ

ທີ່ອະຣິຍະບຸຄົນລະດັບອະຣະຫັນຕະມັຄຈະຕ້ອງລະວາງ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ອະຣິຍະຍາຍະທັມ

ຄື ການຮູ້ເລື່ອງປະຕິຈຈະສະມຸບບາດ ໓໑

- ບາລີ ນິທານ. ສັງ. ໑໖/໘໓/໑໕໓.

ຄະຫະບໍດີ !

ກໍອະຣິຍະຍາຍະທັມ

ເປັນສິ່ງທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ

ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາ

ເປັນແນວໃດໜໍ ?

ຄະຫະບໍດີ !

ອະຣິຍະສາວົກໃນທັມວິນັຍນີ້

ຍ່ອມ ພິຈາຣະນາເຫັນໂດຍປະຈັກແຈ້ງ ດັ່ງນີ້ວ່າ

ດ້ວຍອາການຢ່າງນີ້

ເພາະສິ່ງນີ້ມີ, ສິ່ງນີ້ຈຶ່ງມີ;

ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້, ສິ່ງນີ້ຈຶ່ງເກີດຂຶ້ນ.

ເພາະສິ່ງນີ້ບໍ່ມີ, ສິ່ງນີ້ຈຶ່ງບໍ່ມີ;

ເພາະຄວາມດັບໄປແຫ່ງສິ່ງນີ້, ສິ່ງນີ້ຈຶ່ງດັບໄປ:

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຂໍ້ນີ້ ໄດ້ແກ່ສິ່ງເຫຼົ່ານີ້ ຄື: -

ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;

ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;

ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;

ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;

ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;

ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;

ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;

ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;

ເພາະມີອຸປາທານປັຈຈັຍ ຈຶ່ງມີພົບ;

ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;

ເພາະມີຊາຕ ເປັນປັຈຈັຍ

ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ

ຈຶ່ງເກີດຂຶ້ນຄົບຖ້ວນ:

ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້

ຍ່ອມມີ ດ້ວຍອາການຢ່າງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ເພາະຄວາມຈາງຄາຍດັບໄປ

ໂດຍບໍ່ເຫຼືອແຫ່ງອະວິຊຊານັ້ນນັ້ນແລ,

ຈຶ່ງມີຄວາມດັບແຫ່ງສັງຂາຣ;

ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ;

ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ;

ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ

ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ;

ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ;

ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ;

ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ;

ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;

ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ;

ເພາະມີຄວາມດັບແຫ່ງຊາຕນັ້ນແລ

ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ