ຄູ່ມືໂສດາບັນ
ໜ້າ/ 82
ອານົນທ໌ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບ ພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ... ໃນອົງຄ໌ພຣະສົງຄ໌... ແລະອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ ຄືເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ.
ອານົນທ໌ ! ທັມປະຣິຍາຍອັນນີ້ແລ ທີ່ຊື່ວ່າ ແຫວ່ນທັມ ຊຶ່ງຫາກຣິຍະສາວົກ ຜູ້ໃດໄດ້ປະກອບພ້ອມແລ້ວ ເມື່ອຈຳນົງ
ຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້, ດັ່ງນີ້ແລ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ພຣະໂສດາບັນແມ່ນໃຜ ໐໒
(ນັຍທີໜຶ່ງ)
- ບາລີ ມະຫາວາຣ. ສັງ. ໑໙/໔໒໙-໔໓໐/໑໔໑໔-໑໔໑໕.
ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າ ໃນທັມວິນັຍນີ້ ເປັນຜູ້ເຖິງພ້ອມແລ້ວດ້ວຍ ທັມ ໔ ປະການນີ້ເອງ ຈຶ່ງເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕ່ຳເປັນທຳມະດາ ທ່ຽງແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລເບື້ອງໜ້າ.
ທັມ ໔ ປະການນັ້ນ ເປັນແນວໃດໜໍ ? ໔ ປະການນັ້ນ ຄື :-
(໑) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ
ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ພຣະພຸດທະເຈົ້າ ວ່າເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຂໍ້ປະຕິບັຕໃຫ້ເຖິງຊຶ່ງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈຳແນກທັມສັ່ງສອນສັຕ ດັ່ງນີ້.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
(໒) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ
ອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ພຣະທັມ ວ່າພຣະທັມ
ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັສໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາ ແລະປະຕິບັຕຕ້ອງເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈຳກັດກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ຕົວ, ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.
(໓) ພິກຂຸທັງຫຼາຍ ! ສາວົກຂອງພຣະອະຣິຍະເຈົ້າໃນ
ທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສ








