ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ໃນກາລໃດແລ ຄວາມສົງໄສ (ກັງຂາ) ໃນຖານະທັງຫຼາຍ ໖ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກລະຂາດແລ້ວ; ໃນການນັ້ນ ກໍເປັນອັນວ່າຄວາມສົງໄສແມ່ນໃນທຸກຂ໌, ແມ່ນໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ແມ່ນໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແມ່ນໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ກໍເປັນສິ່ງທີ່ອະຣິຍະສາວົກນັ້ນລະຂາດແລ້ວ.

ພິກຂຸທັງຫຼາຍ ! ອະຣິຍະສາວົກນີ້ ເຮົາເອີ້ນວ່າເປັນອະຣິຍະສາວົກຜູ້ເປັນໂສດາບັນ ມີອັນບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ (ຕໍ່ນິບພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ,

ດັ່ງນີ້ ແລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຜົລແຫ່ງຄວາມເປັນໂສດາບັນ ໒໑

- ບາລີ ສັກ. ອັງ. ໒໒/໔໙໐/໓໖໘.

ພິກຂຸທັງຫຼາຍ ! ອານິສົງສ໌ແຫ່ງການເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ ໖ ຢ່າງ ເຫຼົ່ານີ້ ມີຢູ່.

ຫົກຢ່າງເຫຼົ່າໃດໜໍ ? ຫົກຢ່າງ ຄື: -

ເປັນບຸກຄົນຜູ້ ທ່ຽງແທ້ຕໍ່ພຣະສັດທັມ;

ເປັນບຸກຄົນຜູ້ ມີທັມອັນບໍ່ຮູ້ເສື່ອມ;

ທຸກຂ໌ດັບໄປທຸກຂັ້ນຕອນແຫ່ງການກະທຳ

ທີ່ກະທຳແລ້ວ;

ເປັນບຸກຄົນຜູ້ ປະກອບດ້ວຍອະສາທາຣະນະຍານ

(ທີ່ບໍ່ທົ່ວໄປແກ່ພວກອື່ນ);

ເປັນບຸກຄົນຜູ້ ເຫັນທັມທີ່ເປັນເຫຕ ແລະ

ເຫັນທັມທັງຫຼາຍ ທີ່ເກີດມາແຕ່ເຫຕ.

ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ອານິສົງສ໌ ໖ ປະການແຫ່ງການເຮັດໃຫ້ແຈ້ງຊຶ່ງໂສດາປັຕຕິຜົລ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄວາມເປັນໂສດາບັນ

ປະເສີດກວ່າເປັນພຣະເຈົ້າຈັກກະພັດ ໒໒

- ບາລີ ມຫາວາຣ. ສັງ. ໑໙/໔໒໘-໔໒໙/໑໔໑໑-໑໔໑໓.

ພິກຂຸທັງຫຼາຍ ! ແມ່ນວ່າພຣະເຈົ້າຈັກກະພັດ ໄດ້ຄອງຄວາມເປັນໃຫຍ່ຍິ່ງແຫ່ງທະວີບທັງສີ່ ເບື້ອງໜ້າຈາກການຕາຍເພາະການແຕກທຳລາຍແຫ່ງກາຍ ອາດໄດ້ເຂົ້າເຖິງສຸຄຄະຕິໂລກສະຫວັນເປັນສະຫາຍຢູ່ຮ່ວມກັບເຫຼົ່າເທວະດາຊັ້ນດາວະດຶງ ຖືກແວດລ້ອມຢູ່ດ້ວຍໝູ່ນາງອັບປະສອນ ໃນສວນນັນທະວັນ ທ້າວເຈົ້າເປັນຜູ້ເອີບອີ່ມພຽບພ້ອມດ້ວຍກາມະຄຸນທັງຫ້າອັນເປັນຂອງທິບ ຢ່າງນີ້ກໍຕາມ, ແຕ່ຢ່າງນັ້ນທ້າວເຈົ້າກໍຍັງ ລອດພົ້ນໄປບໍ່ໄດ້ ຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.

ພິກຂຸທັງຫຼາຍ ! ສ່ວນອະຣິຍະສາວົກໃນທັມວິນັຍນີ້ແມ່ນວ່າເປັນຜູ້ຍັງອັຕຕະພາບໃຫ້ພໍເປັນໄປດ້ວຍຄຳເຂົ້າທີ່ໄດ້ມາຈາກບິນດະບາຕ ດ້ວຍລຳແຂ່ງຂອງຕົນເອງ ພັນກາຍດ້ວຍການນຸ່ງຫົ່ມຜ້າເກົ່າໆໝອງໆ ບໍ່ມີຊາຍ, ຫາກແຕ່ວ່າເປັນຜູ້ປະກອບພ້ອມແລ້ວດ້ວຍທັມ ໔ ປະການ

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ເຂົາກໍຍັງສາມາດ ລອດພົ້ນເສຍໄດ້ຈາກນະຣົກ ຈາກກຳເນີດເດຣັຈສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.

ພິກຂຸທັງຫຼາຍ ! ທັມ ໔ ປະການນັ້ນເປັນແນວໃດ ? ໔ ປະການ ຄື: -

ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມ ແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ

... ໃນອົງຄ໌ພຣະພຸດທະເຈົ້າ

... ໃນອົງຄ໌ພຣະທັມ

... ໃນອົງຄ໌ພຣະສົງຄ໌

... ເປັນຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ

ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ໆລໆ ດັ່ງນີ້.

ພິກຂຸທັງຫຼາຍ ! ລະຫວ່າງການໄດ້ທະວີບທັງສີ່ ກັບການໄດ້ທັມ ໔ ປະການນີ້ນັ້ນ ການໄດ້ທະວີບທັງສີ່ ມີຄ່າບໍ່ເຖິງສ້ຽວທີ່ສິບຫົກ ຂອງການໄດ້ທັມ ໔ ປະການນີ້ ເລີຍ.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ຄວາມເປັນພຣະໂສດາບັນ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ