ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືໂສດາບັນ

ໜ້າ/ 82

ອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທໍາຊົ່ວແລ້ວ, ບໍ່ມີໂລກນີ້, ບໍ່ມີໂລກອື່ນ, ບໍ່ມີແມ່, ບໍ່ມີພໍ່, ບໍ່ມີສັຕທັງຫຼາຍອັນເປັນໂອປະປາຕິກະ, ບໍ່ມີສະມະນະແລະພຣາມຜູ້ໄປແລ້ວຖືກຕ້ອງ ຜູ້ເຮັດໃຫ້ແຈ້ງຊຶ່ງໂລກນີ້ແລະໂລກອື່ນ ດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດຢູ່ໃນໂລກ; ຄົນເຮົານີ້ ເປັນແຕ່ການປະຊຸມຂອງມະຫາພູຕະທັງສີ່, ເມື່ອໃດທຳກາລະ ເມື່ອນັ້ນດິນຍ່ອມເຂົ້າໄປສູ່ໝູ່ແຫ່ງດິນ ນ້ຳຍ່ອມເຂົ້າໄປສູ່ໝູ່ແຫ່ງນ້ຳ ໄຟຍ່ອມເຂົ້າໄປສູ່ໝູ່ແຫ່ງໄຟ ລົມຍ່ອມເຂົ້າໄປສູ່ໝູ່ແຫ່ງລົມ ອິນຊີທັງຫຼາຍຍ່ອມຫາຍໄປໃນອາກາດ; ບຸຣຸສທັງຫຼາຍມີຕຽງວາງສົບເປັນທີ່ຄົບຫ້າ ຈະພາເຂົາຜູ້ຕາຍແລ້ວໄປ; ຮ່ອງຮອຍທັງຫຼາຍປາກົດຢູ່ພຽງແຕ່ປ່າຊ້າ ເປັນພຽງກະດູກທັງຫຼາຍ ມີສີພຽງດັ່ງສີແຫ່ງນົກກາງແກ, ການບູຊາບວງສວງ ມີຂີ້ເຖົ່າເປັນທີ່ສຸດ, ສິ່ງທີ່ເອີ້ນວ່າທານນັ້ນ ເປັນບົດບັນຍັຕຂອງຄົນຈ້າ, ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນ ເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນດິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນ ພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້.

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ພວກເຈົ້າຈະສຳຄັນຄວາມຂໍ້ນີ້ວ່າຢ່າງໃດ:

ຮູບ ທ່ຽງຫຼືບໍ່ທ່ຽງ ?

“ບໍ່ທ່ຽງ ຂ້ານ້ອຍ !”.

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ ?

“ເປັນທຸກຂ໌ ຂ້ານ້ອຍ !”.

ແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ຈະເກີດຂຶ້ນໄດ້ບໍວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີ ຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ,... ໆລໆ... ໆລໆ... ຄຳຂອງພວກທີ່ກ່າວວ່າອັນໃດໆ ມີຢູ່ນັ້ນເປັນຄຳເປົ່າ(ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນທິຕ ຄັນກາຍແຕກທຳລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?

“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.

(ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຖ້ອຍຄວາມທີ່ຕຣັສຢ່າງດຽວກັນທຸກຕົວອັກສອນກັບໃນກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ແຕ່ລະຂັນທ໌ ເທົ່ານັ້ນ).

ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ

ພິກຂຸທັງຫຼາຍ ! ແມ່ນວ່າສິ່ງໃດທີ່ບຸກຄົນໄດ້ເຫັນແລ້ວຟັງແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ສະແຫວງຫາແລ້ວຄຸ່ນຄິດຢູ່ດ້ວຍໃຈແລ້ວ; ເຫຼົ່ານີ້ເປັນຂອງທ່ຽງຫຼືບໍ່ທ່ຽງ ?

“ບໍ່ທ່ຽງ ຂ້ານ້ອຍ !”.

ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ຫລືເປັນສຸຂໜໍ ?

“ເປັນທຸກຂ໌ ຂ້ານ້ອຍ !”.

ແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິຢ່າງນີ້ຈະເກີດຂຶ້ນໄດ້ບໍວ່າ “ບໍ່ມີທານອັນບຸກຄົນບໍຣິຈາກແລ້ວ, ບໍ່ມີຍັນຍະອັນບຸກຄົນປະກອບແລ້ວ, ບໍ່ມີໂຫຕະຣະອັນບຸກຄົນບູຊາແລ້ວ, ບໍ່ມີຜົລວິບາກແຫ່ງກັມ ອັນບຸກຄົນກະທຳດີແລ້ວ ກະທຳຊົ່ວແລ້ວ,... ໆລໆ... ໆລໆ... ຄຳຂອງພວກທີ່ກ່າວວ່າ

ອັນໃດໆ ມີຢູ່ນັ້ນເປັນຄຳເປົ່າ (ຈາກຄວາມໝາຍ) ເປັນຄຳລວງ ເປັນຄຳໂລເລ; ທັງຄົນພາລແລະບັນທິຕ ຄັນກາຍແຕກທຳ ລາຍແລ້ວ ຍ່ອມຂາດສູນພິນາດໄປ ບໍ່ໄດ້ມີຢູ່ພາຍຫຼັງແຕ່ການຕາຍ” ດັ່ງນີ້ ?

“ຂໍ້ນັ້ນຫາບໍ່ໄດ້ ຂ້ານ້ອຍ !”.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ