ຄູ່ມືໂສດາບັນ
ໜ້າ/ 82
ບໍ່ອາດແປປ່ຽນ ໒໓
- ບາລີ ມຫາວາຣ. ສັງ. ໑໙/໔໕໗-໔໕໘/໑໔໙໕-໖.
ພິກຂຸທັງຫຼາຍ ! ເຖິງແມ່ນມະຫາພູຕະຮູບສີ່ ກ່າວຄື ທາຕດິນ ນ້ຳ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນຢ່າງອື່ນໄປໄດ້.ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ... ໃນອົງຄ໌ພຣະສົງຄ໌... ຍ່ອມບໍ່ມີຄວາມແປປ່ຽນເປັນຢ່າງອື່ນເລີຍ. ຂໍ້ທີ່ວ່າຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ ເປັນຕົ້ນນັ້ນ ຍັງຈະມີການແປປ່ຽນໄປເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກຳເນີດເດຣັຈສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ນັ້ນ ບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.
ພິກຂຸທັງຫຼາຍ ! ແມ່ນວ່າມະຫາພູຕະຮູບສີ່ ກ່າວຄື ທາຕດິນ ນ້ຳ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນອື່ນໄປໄດ້, ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຍ່ອມບໍ່ມີ
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຄວາມແປປ່ຽນເປັນຢ່າງອື່ນໄດ້ເລີຍ. ຂໍ້ທີ່ວ່າຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້ານັ້ນ ຍັງຈະມີການແປປ່ຽນໄປເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກຳເນີດເດຣັຈສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ນັ້ນ ບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ສິ່ງທີ່ຜູ້ເຖິງພ້ອມດ້ວຍທິຕຖິ (ພຣະໂສດາບັນ)
ເຮັດບໍ່ໄດ້ໂດຍທຳມະຊາຕ ໒໔
- ບາລີ ສັກກ. ອັງ. ໒໒/໔໘໙/໓໖໔.
ພິກຂຸທັງຫຼາຍ !
ຖານະທີ່ບໍ່ອາດເປັນໄປໄດ້ (ໂດຍທຳມະຊາດ)
໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື: -
ຜູ້ເຖິງພ້ອມດ້ວຍທິດຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ
ໂດຍຄວາມເປັນຂອງທ່ຽງ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ
ໂດຍຄວາມເປັນຂອງສຸຂ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງທັມມະໃດໆ
ໂດຍຄວາມເປັນຕົວຕົນ;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດກະທຳອະນັນຕະຣິຍະກັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຫວັງການເຖິງຄວາມບໍຣິສຸດ
ໂດຍໂກຕຸຫົລມຸງຄຸນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດສະແຫວງຫາທັກຂິເນີຍຍະບຸກຄົນ
ພາຍນອກຈາກສາສນານີ້.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ
ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຖານະທີ່ເປັນໄປບໍ່ໄດ້
ສຳລັບຜູ້ເຖິງພ້ອມດ້ວຍທິຕຖິ (ພຣະໂສດາບັນ)
ນັຍທີໜຶ່ງ ໒໕
- ບາລີ ສັກກ. ອັງ. ໒໒/໔໘໙/໓໖໓.
ພິກຂຸທັງຫຼາຍ ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່.
ຫົກປະການ ເຫຼົ່າໃດໜໍ ?
ຫົກປະການ ຄື : -
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ
ຢໍາເກງ ໃນພຣະສາສດາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ
ຢໍາເກງ ໃນພຣະທັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ
ຢໍາເກງ ໃນພຣະສົງຄ໌;
ໜັງສືພຸດທະພົຈນ໌ - ໝວດທັມ : ຄູ່ມືໂສດາບັນ
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ຢ່າງບໍ່ມີຄວາມເຄົາຣົບ
ຢໍາເກງ ໃນສິກຂາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ອະນາຄະມະນີຍະວັຕຖຸ
(ວັຕຖຸທີ່ບໍ່ຄວນເຂົ້າຫາ);








