ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໒໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຍາມາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໒໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຍາມາ.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຍາມາ ນີ້ເປັນຖານະທີ່ຈະມີໄດ້.

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໔໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດຸສິຕ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໔໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດຸສິຕ.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດຸສິຕ ນີ້ເປັນຖານະທີ່ຈະມີໄດ້.

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໘໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນນິມມານະຣະດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນ ໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໘໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນນິມມານະຣະດີ.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນນິມມານະຣະດີ ນີ້ເປັນຖານະທີ່ຈະມີໄດ້.

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໑,໖໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໖,໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນປະຣະນິມມິຕະວະສະວັຕດີ ນີ້ເປັນຖານະທີ່ຈະມີໄດ້.

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ບຸຄຄົລບໍ່ຄວນຂ້າສັຕ ບໍ່ຄວນຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ຄວນເວັ້ນຈາກເມຖຸນທັມ ອັນບໍ່ແມ່ນຄວາມປະພຶຕຂອງພຣົມ ບໍ່ຄວນເວົ້າຕົວະ ບໍ່ຄວນດື່ມນ້ຳເມົາ ບໍ່ຄວນບໍຣິໂພຄອາຫາຣໃນເວລາວິກາລ ໃນຣາຕຣີ ບໍ່ຄວນປະດັບຕົກແຕ່ງດ້ວຍດອກໄມ້ແລະຂອງຫອມ ຄວນນອນເທິງຕຽງ ເທິງແຜ່ນດິນ ຫລືເທິງເຄື່ອງລາດດ້ວຍຫຍ້າ ບັນດິຕທັງຫລາຍກ່າວອຸໂປສົຖ ໘ ປະກາຣ ທີ່ພຣະພຸທທະເຈົ້າຜູ້ເຖິງທີ່ສຸດແຫ່ງທຸກຂ໌ຊົງປະກາສແລ້ວ ດວງຈັນທ໌ແລະດວງອາທິຕທັງສອງສ່ອງແສງສະວ່າງສະໄຫວ ຍ່ອມໂຄຈອຣໄປຕາມວິຖີພຽງໃດ ດວງຈັນທ໌ແລະດວງອາທິຕນັ້ນກໍກຳຈັດຄວາມມືດໄດ້ພຽງນັ້ນ ລອຍຢູ່ເທິງອາກາສ ສ່ອງແສງທົ່ວທຸກທິສໃນທ້ອງຟ້າ ຊັພຍ໌ໃດອັນມີຢູ່ໃນລະຫວ່າງນີ້ ຄື ແກ້ວມຸກດາ ແກ້ວມະນີ ແກ້ວໄພທູຣຍ໌ ຫລືທອງຄຳມີສີສຸກໃສ ທີ່ຮຽກກັນວ່າ ຫະຕະກະ ດວງຈັນທ໌ດວງອາທິຕແລະຊັພຍ໌ ນັ້ນໆ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ປຽບເໝືອນຣັສມີຂອງດວງຈັນທ໌ຍ່ອມຂົ່ມໝູ່ດາວທັງຫລາຍ ສັນນັ້ນ. ເພາະເຫຕນັ້ນແລ ຍິງຫລືຊາຍຜູ້ມີສີລ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ກະທຳບຸນຍ໌ທັງຫລາຍອັນມີສຸຂເປັນກຳໄຣ ບໍ່ມີໃຜຕິຕຽນ ຍ່ອມເຂົ້າເຖິງສວັນ.

ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ