ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
໒໓/໒໐໐-໒໐໒/໑໓໓
ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ
ຕລອດກາລນານ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ພຣະນະຄອຣເວສາລີ. ຄັ້ງນັ້ນແລ ວາເສຕຖະອຸປາສົກເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຖວາຍບັງຄົມແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:
ວາເສຕຖະ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.
ວາເສຕຖະ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ?
ວາເສຕຖະ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາ ທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.
ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕ ພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.
ວາເສຕຖະ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາ ທານຮັກສາແລ້ວ.








