ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາ ອັນເປັນຖານແຫ່ງກາຣແຕ່ງໂຕຕລອດຊີວິຕ; ໃນວັນນີ້ ເຮົາກໍງົດເວັ້ນຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ແລະກາຣປະດັບຕົກແຕ່ງດ້ວຍດອກໄມ້ຂອງຫອມ ເຄື່ອງລູບທາ ອັນເປັນຖານແຫ່ງກາຣແຕ່ງໂຕຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໗ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.

ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຊີວິຕ; ໃນວັນນີ້ ເຮົາກໍລະທີ່ນອນອັນສູງໃຫຍ່ ງົດເວັ້ນຈາກທີ່ນອນອັນສູງໃຫຍ່ ສຳເຣັຈກາຣນອນໃນທີ່ນອນອັນຕ່ຳ ຄືເທິງຕຽງ ຫລືເຄື່ອງປູດ້ວຍຫຍ້າຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໘ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ (ຍາວະຊີ-ວັງ ອະຣະຫັນໂຕ ອຸຈຈາສະຍະນະມະຫາສະຍະນັງ ປະຫາຍະ ອຸຈຈາ-ສະຍະນະມະຫາສະຍະນາ ປະຕິວິຣະຕາ ນີຈເສີຍຍັງ ກັປເປນຕິ ມັນຈະເກ ວາ ຕິນະສັນຖະຣະເກ ວາ ອະຫັງປັຊຊະ ອິມັນຈະ ຣັຕຕິງ ອິມັນຈະ ທິວະສັງ ອຸຈຈາສະຍະນະມະຫາສະຍະນັງ ປະຫາຍະ ອຸຈຈາສະຍະນະມະຫາສະຍະນາ ປະຕິວິຣະໂຕ ນີຈເສີຍຍັງ ກັປເປມິ ມັນຈະເກ ວາ ຕິນະ-ສັນຖະຣະເກ ວາ ອິມິນາປັງເຄນະ ອະຣະຫະຕັງ ອະນຸກະໂຣມິ ອຸໂປສະ-ໂຖ ຈະ ເມ ອຸປະວຸຕໂຖ ພະວິສສະຕີຕິ ອິມິນາ ສັຕເຖນະ ອັງເຄນະ ສະ-ມັນນາຄະໂຕ ໂຫຕິ).

ວິສາຂາ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ແລ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.

ວິສາຂາ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣນີ້ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍພຽງໃດ?

ວິສາຂາ! ປຽບເໝືອນພຣະຣາຊາສເວີຍຣາຊະສົມບັຕ ດຳຣົງ ອິສສະຣາທິປັຈໃນຊົນບົທໃຫຍ່ໆ ໑໖ ຣັຖ, ມີຣັຕນະ ໗ ປະກາຣມາກມາຍ, ເຫລົ່ານີ້ຄື ອັງຄະ ມະຄະທະ ກາສີ ໂກສົລ ວັຊຊີ ມັລລະ ເຈດີຍ໌ ວັງສະ ກຸຣຸ ປັນຈາລະ ມັຈສະ ສຸຣະເສນະ ອັສສະກະ ອະວັນຕີ ຄັນທາຣະ ກັມໂພຊະ ກາຣສເວີຍຣາຊະສົມບັຕ ດຳຣົງອິສສະຣາທິປັຈຂອງພຣະຣາຊານັ້ນ ຍ່ອມບໍ່ເຖິງສ້ຽວທີ ໑໖ ແຫ່ງອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ຂໍ້ນັ້ນເພາະເຫຕໃດ? ເພາະຣາຊະສົມບັຕຂອງມະນຸສເປັນ ເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໕໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໕໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນຈາຕຸມມະຫາຣາຊິກາ ນີ້ເປັນຖານະທີ່ຈະມີໄດ້.

ວິສາຂາ! ເຮົາໝາຍເອົາຂໍ້ນີ້ຈຶ່ງກ່າວວ່າ ຣາຊະສົມບັຕຂອງມະນຸສເປັນເໝືອນຂອງຄົນກຳພ້າເມື່ອທຽບກັບສຸຂອັນເປັນທິພ.

ວິສາຂາ! ໑໐໐ ປີຂອງມະນຸສ ເປັນຄືນໜຶ່ງກັບວັນໜຶ່ງຂອງເທວະດາຊັ້ນດາວະດຶງສ໌, ໓໐ ຣາຕຣີໂດຍຣາຕຣີນັ້ນເປັນໜຶ່ງເດືອນ, ໑໒ ເດືອນໂດຍເດືອນນັ້ນເປັນໜຶ່ງປີ, ໑໐໐໐ ປີທິພໂດຍປີນັ້ນເປັນປະມານອາຍຸຂອງເທວະດາຊັ້ນດາວະດຶງສ໌.

ວິສາຂາ! ຂໍ້ທີ່ບຸຄຄົລບາງຄົນໃນໂລກນີ້ ຈະເປັນຍິງຫລືຊາຍກໍຕາມ ເຂົ້າຢູ່ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣແລ້ວ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາຊັ້ນດາວະດຶງສ໌ ນີ້ເປັນຖານະທີ່ຈະມີໄດ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ