ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະປານາຕິບາຕ ງົດເວັ້ນຈາກປານາຕິບາຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ເຖິງພ້ອມດ້ວຍຄວາມເອັນດູ ອະນຸເຄາະເກື້ອກູນແກ່ສັຕທັງປວງຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໑ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະທິນນາທານ, ງົດເວັ້ນຈາກອະທິນນາທານ, ຖືເອົາແຕ່ສິ່ງຂອງທີ່ເຂົາໃຫ້ ຫວັງແຕ່ສິ່ງຂອງທີ່ເຂົາໃຫ້ ບໍ່ເປັນຂະໂມຍ ເປັນຜູ້ສະອາດຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໒ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຊີວິຕ; ໃນວັນນີ້ ເຮົາກໍລະອະພຣົມມະຈັນຍ໌ ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຈາກເມຖຸນອັນເປັນທັມຂອງຊາວບ້ານຕລອດຄືນໜຶ່ງກັບວັນໜຶ່ງ ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໓ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍ ລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຊີວິຕ; ໃນວັນນີ້ ເຮົາກໍລະມຸສາວາທ ງົດເວັ້ນຈາກມຸສາວາທ ເວົ້າແຕ່ຄຳຈິງ ດຳຣົງຄວາມສັຈ ມີຖ້ອຍຄຳທີ່ເຊື່ອຖືໄດ້ ບໍ່ກ່າວໃຫ້ຄາດເຄື່ອນຈາກຄວາມຈິງແກ່ໂລກຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້ ເຮົາກໍຊື່ວ່າ ກະທຳຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໔ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຊີວິຕ; ໃນວັນນີ້ ເຮົາກໍລະສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໕ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ.
ວິສາຂາ! ອີກປະກາຣໜຶ່ງ ອະຣິຍະສາວົກຍ່ອມຮູ້ຊັດຢ່າງນີ້ວ່າ ພຣະອະຣະຫັນຕ໌ທັງຫລາຍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຊີວິຕ; ໃນວັນນີ້ ເຮົາກໍບໍຣິໂພຄອາຫາຣຄັ້ງດຽວ ງົດກາຣບໍຣິໂພຄໃນຣາຕຣີ, ເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລຢູ່ຕລອດຄືນໜຶ່ງກັບວັນໜຶ່ງ, ດ້ວຍປະກາຣຢ່າງນີ້, ເຮົາກໍຊື່ວ່າ ກະທໍາຕາມພຣະອະຣະຫັນຕ໌ທັງຫລາຍ ແລະອຸໂປສົຖປະກາຣທີ ໖ ກໍຊື່ວ່າ ເຮົາໄດ້ສະມາທານຮັກສາແລ້ວ (ປຸນະ ຈະປະຣັງ ວິສາເຂ ອະຣິຍະສາວະໂກ ອິຕິ ປະຕິສັນຈິກຂະຕິ ຍາວະຊີວັງ ອະຣະຫັນໂຕ ເອກະພັຕຕິກາ ຣັຕຕູປະຣະຕາ ວິຣະຕາ ວິກາລະໂພຊະນາ ອະຫັງປັຊຊະ ອິມັນຈະ ຣັຕຕິງ ອິມັນຈະ ທິວະສັງ ເອກະພັຕຕິໂກ ຣັຕຕູປະຣະໂຕ ວິຣະໂຕ ວິກາລະໂພຊະນາ ອິມິນາປັງເຄນະ ອະຣະຫະຕັງ ອະນຸກະໂຣມິ ອຸໂປສະໂຖ ຈະ ເມ ອຸປະວຸຕໂຖ ພະວິສສະຕີຕິ ອິມິນາ ສັຕເຖນະ ອັງເຄນະ ສະມັນນາຄະໂຕ ໂຫຕິ).








