ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ຍ່ອມເປັນຜູ້ບໍ່ຫລົງທຳກາລະ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໔.
ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໕.
ຄະຫະບໍດີທັງຫລາຍ! ອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລ ໕ ປະກາຣນີ້ແລ.
ລຳດັບນັ້ນແລ ພຣະຜູ້ມີພຣະພາຄຊົງຊີ້ແຈງໃຫ້ອຸປາສົກຊາວປາຕະລິຄາມເຫັນແຈ້ງ ສະມາທານ ອາດຫານ ຣ່າເຣິງດ້ວຍທັມມິກະຖາສິ້ນຣາຕຣີເປັນອັນມາກ ແລ້ວຊົງສົ່ງໄປດ້ວຍພຣະດຳຣັສວ່າ ຄະຫະບໍດີທັງຫລາຍ ຣາຕຣີລ່ວງໄປແລ້ວ ທ່ານທັງຫລາຍຈົ່ງສຳຄັນເວລາອັນຄວນໃນບັດນີ້ເຖີດ.
ລຳດັບນັ້ນ ອຸປາສົກຊາວປາຕະລິຄາມທັງຫລາຍຊື່ນຊົມຍິນດີພາສິຕຂອງພຣະຜູ້ມີພຣະພາຄ ລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ກະທຳປະທັກຂິນແລ້ວຫລີກໄປ. ລຳດັບນັ້ນ ເມື່ອອຸປາສົກຊາວປາຕະລິຄາມຫລີກໄປແລ້ວບໍ່ນານ ພຣະຜູ້ມີພຣະພາຄໄດ້ສະເດັຈເຂົ້າໄປຍັງສຸນຍາຄາຣ.
ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໔໙-໑໕໐/໑໖໙-໑໗໑
ຄວາມເປັນຜູ້ມີມິຕຊົ່ວ
ເປັນອັນຕຣາຍຕໍ່ສີລ
ຄວາມເປັນຜູ້ມີມິຕດີ
ເປັນອາຫາຣຂອງສີລ
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ, ໑໐ ປະກາຣເປັນຢ່າງໃດ?
ໂພຄະສົມບັຕ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ວັນນະ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄວາມບໍ່ມີໂຣຄ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ສີລ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ພຣົມມະຈັນຍ໌ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ມິຕ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ຄວາມເປັນພະຫູສູຕ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ປັນຍາ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ທັມມ໌ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ສວັນ ເປັນທັມທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ແລ ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ ເປັນອັນຕຣາຍຕໍ່ທັມ ໑໐ ປະກາຣ ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກຄື:
ຄວາມກຽດຄ້ານ ຄວາມບໍ່ຂະຫຍັນໝັ່ນພຽນ ເປັນອັນຕຣາຍຕໍ່ໂພຄະສົມບັຕ.
ກາຣບໍ່ປະດັບຕົກແຕ່ງ ເປັນອັນຕຣາຍຕໍ່ວັນນະ.
ກາຣກະທຳສິ່ງທີ່ບໍ່ເປັນສັປປາຍະ ເປັນອັນຕຣາຍຕໍ່ຄວາມບໍ່ມີໂຣຄ.
ຄວາມເປັນຜູ້ມີມິຕຊົ່ວ ເປັນອັນຕຣາຍຕໍ່ສີລ.
ຄວາມບໍ່ສັງຣວມອິນຊີ ເປັນອັນຕຣາຍຕໍ່ພຣົມມະຈັນຍ໌.
ກາຣແກ້ງກ່າວໃຫ້ຄາດເຄື່ອນຈາກຄວາມຈິງ ເປັນອັນຕຣາຍຕໍ່ມິຕ.
ກາຣບໍ່ທຳກາຣສາທະຍາຍ ເປັນອັນຕຣາຍຕໍ່ຄວາມເປັນພະຫູສູຕ.
ກາຣບໍ່ຟັງດ້ວຍດີ ກາຣບໍ່ສອບຖາມ ເປັນອັນຕຣາຍຕໍ່ປັນຍາ.
ກາຣບໍ່ປະກອບຄວາມພຽນ ກາຣບໍ່ພິຈາຣະນາ ເປັນອັນຕຣາຍຕໍ່ທັມ.
ກາຣປະຕິບັຕຜິດ ເປັນອັນຕຣາຍຕໍ່ສວັນ.
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ແລ ເປັນອັນຕຣາຍຕໍ່ທັມ ໑໐ ປະກາຣ ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ ເປັນອາຫາຣຂອງທັມ ໑໐ ປະກາຣ ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກຄື:
ຄວາມຂະຫຍັນໝັ່ນພຽນ ຄວາມບໍ່ກຽດຄ້ານ ເປັນອາຫາຣຂອງໂພຄະສົມບັຕ.
ກາຣປະດັບຕົກແຕ່ງ ເປັນອາຫາຣຂອງວັນນະ.
ກາຣກະທຳສິ່ງທີ່ເປັນສັປປາຍະ ເປັນອາຫາຣຂອງຄວາມບໍ່ມີໂຣຄ.
ຄວາມເປັນຜູ້ມີມິຕດີ ເປັນອາຫາຣຂອງສີລ.
ຄວາມສັງຣວມອິນຊີ ເປັນອາຫາຣຂອງພຣົມມະຈັນຍ໌.
ກາຣບໍ່ແກ້ງກ່າວໃຫ້ຄາດເຄື່ອນຈາກຄວາມຈິງ ເປັນອາຫາຣຂອງມິຕ.
ກາຣທຳກາຣສາທະຍາຍ ເປັນອາຫາຣຂອງຄວາມເປັນພະຫູສູຕ.
ກາຣຟັງດ້ວຍດີ ກາຣສອບຖາມ ເປັນອາຫາຣຂອງປັນຍາ.
ກາຣປະກອບຄວາມພຽນ ກາຣພິຈາຣະນາ ເປັນອາຫາຣຂອງທັມ.








