ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍພຣະຜູ້ມີພຣະພາຄຊົງຮັບເຮືອນສຳລັບພັກຂອງພວກຂ້ານ້ອຍທັງຫລາຍເຖີດ ພຣະຜູ້ມີພຣະພາຄຊົງຮັບໂດຍດຸສນີພາບ. ລຳດັບນັ້ນ ອຸປາສົກຊາວປາຕະລິຄາມ ຊາບວ່າພຣະຜູ້ມີພຣະພາຄຊົງຮັບແລ້ວ ກໍລຸກຈາກອາສະນະ ອະພິວາທພຣະຜູ້ມີພຣະພາຄ ເດີນວຽນຂວາ ແລ້ວເຂົ້າໄປຍັງເຮືອນສຳລັບພັກ ຄັນແລ້ວກໍປູສາດ ປູອາສະນະ ຕັ້ງໝໍ້ນ້ຳແລະປະທີບນ້ຳມັນແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄ ສະແດງຄວາມນອບນ້ອມແລ້ວໄດ້ຢືນຢູ່ໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ເຮືອນສຳລັບພັກ ພວກຂ້ານ້ອຍທັງຫລາຍປູສາດ ປູອາສະນະ ຕັ້ງໝໍ້ນ້ຳ ແລະປະທີບນ້ຳມັນແລ້ວ ບັດນີ້ ຂໍພຣະຜູ້ມີພຣະພາຄຊົງສຳຄັນກາລອັນຄວນເຖີດ.

ຄັ້ງນັ້ນ ເປັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງນຸ່ງແລ້ວ ຊົງຖືບາຕແລະຈີວອຣສະເດັຈໄປຍັງເຮືອນສຳລັບພັກ ພ້ອມດ້ວຍພິກຂຸສົງຄ໌ ຄັນແລ້ວຊົງລ້າງພຣະບາທ ສະເດັຈເຂົ້າໄປຍັງເຮືອນສຳລັບພັກ ປະທັບນັ່ງອີງເສົາກາງ ຜິນພຣະພັກໄປທາງ ທິສບູຣະພາ ແມ່ນແຕ່ພິກຂຸສົງຄ໌ເມື່ອລ້າງປາທາແລ້ວ ກໍເຂົ້າໄປຍັງເຮືອນສຳລັບພັກ ນັ່ງອີງຝາດ້ານຫລັງ ຜິນໜ້າໄປທາງ ທິສບູຣະພາ(ທິສຕາເວັນອອກ) ນັ່ງແວດລ້ອມພຣະຜູ້ມີພຣະພາຄຢູ່ ສ່ວນອຸປາສົກຊາວປາຕະລິຄາມກໍລ້າງເທົ້າແລ້ວເຂົ້າໄປຍັງເຮືອນສຳລັບພັກ ນັ່ງອີງຝາດ້ານໜ້າ ຜິນໜ້າໄປທາງທິສຕາ ເວັນຕົກ ແວດລ້ອມພຣະຜູ້ມີພຣະພາຄຢູ່. ລຳດັບນັ້ນ ພຣະຜູ້ມີພຣະພາຄຕຣັສກັບອຸປາສົກຊາວປາຕະລິຄາມວ່າ:

ຄະຫະບໍດີທັງຫລາຍ! ໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ?

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ທຸສີລ ຜູ້ມີສີລວິບັຕໃນໂລກນີ້ ຍ່ອມເຂົ້າເຖິງຄວາມເສື່ອມແຫ່ງໂພຄະຊັພຍ໌ອັນໃຫຍ່ຫລວງເພາະເຫຕແຫ່ງຄວາມປະມາທ. ຄະຫະບໍດີທັງຫລາຍ ນີ້ເປັນໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລປະກາຣທີ ໑.

ຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ, ກິຕຕິສັທອັນຕ່ຳຊາມຂອງບຸຄຄົລຜູ້ທຸສີລ ຜູ້ມີສີລວິບັຕຍ່ອມຟຸ້ງຂະຈອນໄປ. ຄະຫະບໍດີທັງຫລາຍ ນີ້ເປັນໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ ປະກາຣທີ ໒.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ທຸສີລ ຜູ້ມີສີລວິບັຕ ເຂົ້າໄປຫາບໍຣິສັທໃດຄື ຂັຕຕິຍະບໍຣິສັທ ພຣາມມະນະບໍຣິສັທ ຄະຫະບໍດີບໍຣິສັທ ສະມະນະບໍຣິສັທ ຍ່ອມເປັນຜູ້ບໍ່ອາດຫານ ເກີ້ເຂີນເມື່ອເຂົ້າໄປຫາບໍຣິສັທນັ້ນໆ. ຄະຫະບໍດີທັງຫລາຍ ນີ້ເປັນໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລປະກາຣທີ ໓.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ທຸສີລ ຜູ້ມີສີລວິບັຕ ຍ່ອມເປັນຜູ້ຫລົງທຳກາລະ(ຫລົງສະຕິໃນເວລາຕາຍ). ຄະຫະບໍດີທັງຫລາຍ ນີ້ເປັນໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລປະກາຣທີ ໔.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ທຸສີລ ຜູ້ມີສີລວິບັຕ ເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ຄະຫະບໍດີທັງຫລາຍ ນີ້ເປັນໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລປະກາຣທີ ໕.

ຄະຫະບໍດີທັງຫລາຍ! ໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ ໕ ປະກາຣນີ້ແລ.

ຄະຫະບໍດີທັງຫລາຍ! ອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ?

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລໃນໂລກນີ້ ຍ່ອມໄດ້ມາເຊິ່ງໂພຄະຊັພຍ໌ອັນໃຫຍ່ຫລວງເພາະເຫຕແຫ່ງຄວາມບໍ່ປະມາທ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໑.

ຄະຫະບໍດີທັງຫລາຍ! ອີກປະກາຣໜຶ່ງ, ກິຕຕິສັທອັນງາມຂອງບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ຍ່ອມແຜ່ຂະຈອນໄປ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລປະກາຣທີ ໒.

ຄະຫະບໍດີທັງຫລາຍ! ບຸຄຄົລຜູ້ມີສີລ ຜູ້ເຖິງພ້ອມດ້ວຍສີລ ເຂົ້າໄປຫາບໍຣິສັທໃດເຊັ່ນ ຂັຕຕິຍະບໍຣິສັທ ພຣາມມະນະບໍຣິສັທ ຄະຫະບໍດີບໍຣິສັທ ສະມະນະບໍຣິສັທ ຍ່ອມເປັນຜູ້ອາດຫານ ບໍ່ເກີ້ເຂີນເມື່ອເຂົ້າໄປຫາບໍຣິສັທນັ້ນໆ. ຄະຫະບໍດີທັງຫລາຍ ນີ້ເປັນອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລຜູ້ມີສີລ ປະກາຣທີ ໓.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ