ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ກາຣປະຕິບັຕຊອບ ເປັນອາຫາຣຂອງສວັນ.
ພິກຂຸທັງຫລາຍ! ທັມ ໑໐ ປະກາຣນີ້ແລ ເປັນອາຫາຣຂອງທັມ ໑໐ ປະກາຣ ທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ຫາໄດ້ຍາກໃນໂລກ.
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ
ສະບັບມະຫາຈຸລາ ໒໔/໑໖໐/໗໓
ນັນທະນະເທວະບຸຕທູລຖາມ
ພຣະຜູ້ມີພຣະພາຄ
ນັນທະນະເທວະບຸຕຢືນໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄດ້ວຍຄາຖາວ່າ:
ຂ້າແຕ່ພຣະໂຄດົມຜູ້ມີປັນຍາກວ້າງຂວາງ! ຂ້ານ້ອຍຂໍທູລຖາມພຣະອົງຄ໌ເຖິງຍານທັສສະນະອັນບໍ່ວຽນກັບຂອງພຣະຜູ້ມີພຣະພາຄ:
ບັນດິຕທັງຫລາຍຮຽກບຸຄຄົລຊະນິດໃດວ່າ ເປັນຜູ້ມີສີລ?
ຮຽກບຸຄຄົລຊະນິດໃດວ່າ ເປັນຜູ້ມີປັນຍາ?
ບຸຄຄົລຊະນິດໃດລ່ວງທຸກຂ໌ໄດ້ແລ້ວ?
ເທວະດາທັງຫລາຍບູຊາບຸຄຄົລເຊັ່ນໃດ?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ບຸຄຄົລໃດ ມີສີລ ມີປັນຍາ ມີຕົນອົບຮົມແລ້ວ ມີຈິຕຕັ້ງໝັ້ນ ຍິນດີໃນຊານ ມີສະຕິ ເຂົາປາສະຈາກຄວາມໂສກທັງປວງ
ລະໄດ້ຂາດ ມີອາສະວະທັງຫລາຍສິ້ນແລ້ວ ຊົງໄວ້ເຊິ່ງສະຣີຣະອັນມີໃນທີ່ສຸດ,
ບັນດິຕທັງຫລາຍຮຽກບຸຄຄົລນັ້ນວ່າ ເປັນຜູ້ມີສີລ,
ຮຽກບຸຄຄົລນັ້ນວ່າ ເປັນຜູ້ມີປັນຍາ,
ບຸຄຄົລຊະນິດນັ້ນລ່ວງທຸກຂ໌ໄດ້ແລ້ວ,
ເທວະດາທັງຫລາຍບູຊາບຸຄຄົລເຊັ່ນນັ້ນ.
ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໖໖-໖໗/໒໕໘-໒໕໙
ຈັນທະນະເທວະບຸຕທູລຖາມ
ພຣະຜູ້ມີພຣະພາຄ
ຈັນທະນະເທວະບຸຕຢືນໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູລພຣະຜູ້ມີພຣະພາຄດ້ວຍຄາຖາວ່າ:
ບຸຄຄົລຜູ້ບໍ່ກຽດຄ້ານທັງກາງເວັນແລະກາງຄືນຈະຂ້າມໂອຄະໄດ້ຢ່າງໃດ?
ໃຜຈະບໍ່ຈົມໃນຫ້ວງນ້ຳເລິກ ອັນບໍ່ມີທີ່ເພິ່ງພາ ບໍ່ມີທີ່ຢຶດໜ່ຽວ?
ພຣະຜູ້ມີພຣະພາຄຕຣັສຕອບວ່າ:
ບຸຄຄົລຜູ້ສົມບູນດ້ວຍສີລ ໃນກາລທຸກເມື່ອ ມີປັນຍາ ມີໃຈຕັ້ງໝັ້ນດີແລ້ວ ປຣາຣົພຄວາມພຽນ ມີຕົນສົ່ງໄປແລ້ວ ຍ່ອມຂ້າມໂອຄະທີ່ຂ້າມໄດ້ຍາກ ເຂົາເວັ້ນຂາດແລ້ວຈາກກາມສັນຍາ ລ່ວງຣູປສັນໂຍຊນ໌ໄດ້ ມີພົພອັນເປັນທີ່ເພີດເພີນສິ້ນໄປແລ້ວ ຍ່ອມບໍ່ຈົມໃນຫ້ວງນ້ຳເລິກ.
ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໖໖-໖໗/໒໕໘-໒໕໙
ອຸຄຄະຄະຫະບໍດີຊາວເມືອງເວສາລີ
ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ ອັນບໍ່ເຄີຍມີມາ ໘ ປະກາຣ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ນະຄອຣເວສາລີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນທູລຮັບພຣະຜູ້ມີພຣະພາຄແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງຊົງຈຳອຸຄຄະຄະຫະບໍດີຊາວເມືອງເວສາລີວ່າ ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣ.
ພຣະຜູ້ມີພຣະພາຄຜູ້ສຸຄົຕຄັນໄດ້ຕຣັສພຣະດຳຣັສນີ້ແລ້ວ ສະເດັຈລຸກຈາກອາສະນະເຂົ້າໄປສູ່ວິຫາຣ.
ຄັ້ງນັ້ນ ເປັນເວລາເຊົ້າ ພິກຂຸອົງຄ໌ໜຶ່ງນຸ່ງແລ້ວ ຖືບາຕແລະຈີວອຣເຂົ້າໄປສູ່ນິເວສຂອງອຸຄຄະຄະຫະບໍດີຊາວເມືອງເວສາລີ ຄັນແລ້ວຈຶ່ງນັ່ງເທິງອາສະນະທີ່ເຂົາປູໄວ້ ລຳດັບນັ້ນ ອຸຄຄະຄະຫະບໍດີຊາວເມືອງເວສາລີໄດ້ເຂົ້າໄປຫາພິກຂຸນັ້ນ ໄຫວ້ແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ພິກຂຸນັ້ນໄດ້ກ່າວກັບອຸຄຄະຄະຫະບໍດີຊາວເມືອງເວສາລີວ່າ:
ຄະຫະບໍດີ! ພຣະຜູ້ມີພຣະພາຄຊົງພະຍາກອນທ່ານວ່າ ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣ.
ຄະຫະບໍດີ! ທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣເປັນຢ່າງໃດ?
ອຸຄຄະຄະຫະບໍດີກ່າວວ່າ ຂ້າແຕ່ທ່ານຜູ້ຈະເຣີນ ຂ້ານ້ອຍກໍບໍ່ຊາບເລີຍວ່າ ພຣະຜູ້ມີພຣະພາຄຊົງພະຍາກອນຂ້ານ້ອຍວ່າເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣວ່າເປັນແນວໃດ, ແຕ່ຂໍທ່ານໄດ້ໂປດຟັງທັມທີ່ໜ້າອັຈສະຈັນຍ໌ອັນບໍ່ເຄີຍມີມາ ໘ ປະກາຣຂອງຂ້ານ້ອຍທີ່ມີຢູ່ ຈົ່ງໃສ່ໃຈໃຫ້ດີ ຂ້ານ້ອຍຈັກກ່າວຖວາຍ ພິກຂຸນັ້ນຮັບຄຳອຸຄຄະຄະຫະບໍດີຊາວເມືອງເວສາລີແລ້ວ ອຸຄຄະຄະຫະບໍດີຊາວເມືອງເວສາລີໄດ້ກ່າວວ່າ:








