ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ຊາວສັກກະທັງຫລາຍ! ໑໐ ປີຈົ່ງຍົກໄວ້ ສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໙ ປີ, ໘ ປີ, ໗ ປີ, ໖ ປີ, ໕ ປີ, ໔ ປີ, ໓ ປີ, ໒ ປີ, ໑ ປີ, ຍ່ອມສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ຊາວສັກກະທັງຫລາຍ! ໑ ປີຈົ່ງຍົກໄວ້ ສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໑໐ ເດືອນ ຍ່ອມ ສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ຊາວສັກກະທັງຫລາຍ! ໑໐ ເດືອນຈົ່ງຍົກໄວ້ ສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໙ ເດືອນ, ໘ ເດືອນ, ໗ ເດືອນ, ໖ ເດືອນ, ໕ ເດືອນ, ໔ ເດືອນ, ໓ ເດືອນ, ໒ ເດືອນ, ໑ ເດືອນ, ເຄິ່ງເດືອນ, ຍ່ອມສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ຊາວສັກກະທັງຫລາຍ! ເຄິ່ງເດືອນຈົ່ງຍົກໄວ້ ສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໑໐ ຄືນ ໑໐ ວັນ ຍ່ອມສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ຊາວສັກກະທັງຫລາຍ! ໑໐ ຄືນ ໑໐ ວັນຈົ່ງຍົກໄວ້ ສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໙ ຄືນ ໙ ວັນ, ໘ ຄືນ ໘ ວັນ, ໗ ຄືນ ໗ ວັນ, ໖ ຄືນ ໖ ວັນ, ໕ ຄືນ ໕ ວັນ, ໔ ຄືນ ໔ ວັນ, ໓ ຄືນ ໓ ວັນ, ໒ ຄືນ ໒ ວັນ, ໑ ຄືນ ໑ ວັນ, ຍ່ອມສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ຊາວສັກກະທັງຫລາຍ! ບໍ່ເປັນລາພຂອງທ່ານທັງຫລາຍເສຍແລ້ວ ທ່ານທັງຫລາຍບໍ່ໄດ້ດີເສຍແລ້ວ ທີ່ທ່ານທັງຫລາຍເມື່ອຊີວິຕມີພັຍເພາະຄວາມໂສກ ມີພັຍເພາະຄວາມຕາຍຢູ່ຢ່າງນີ້ ບາງຄາວກໍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ບາງຄາວກໍບໍ່ໄດ້ຮັກສາ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍເຫລົ່ານີ້ຈັກຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໗໖-໗໙/໔໖

ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ

ມີຄວາມແພ່ໄພສາລຫລາຍ

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ບຸພພາຣາມ ປາສາທຂອງມິຄາຣະມາຣດາ ໃກ້ພຣະນະຄອຣສາວັຕຖີ ຄັ້ງນັ້ນແລ ນາງວິສາຂາມິຄາຣະມາຣດາເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ວິສາຂາ! ອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ.

ວິສາຂາ! ກໍອຸໂປສົຖປະກອບດ້ວຍອົງຄ໌ ໘ ປະກາຣ ອັນບຸຄຄົລຮັກສາແລ້ວຢ່າງໃດ ຈຶ່ງມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ ມີຄວາມແພ່ໄພສາລຫລາຍ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ