ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ລຳດັບນັ້ນ ນາຍຊ່າງໄມ້ປັນຈະກັງຄະບໍ່ຍິນດີ ບໍ່ຄັດຄ້ານພາສິຕຂອງອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕ ແລ້ວລຸກຈາກອາສະນະຫລີກໄປ ດ້ວຍຄິດວ່າ ເຮົາຈັກຮູ້ແຈ້ງເນື້ອຄວາມແຫ່ງພາສິຕນີ້ໃນສຳນັກຂອງພຣະຜູ້ມີພຣະພາຄ. ເຂົາເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ແລ້ວກຣາບທູລເຣື່ອງທີ່ສົນທະນາປຣາສັຍກັບອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕທັງໝົດແດ່ພຣະຜູ້ມີພຣະພາຄ.

ເມື່ອນາຍຊ່າງໄມ້ປັນຈະກັງຄະກຣາບທູລຢ່າງນີ້ແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສວ່າ:

ດູກ່ອນຊ່າງໄມ້! ຖ້າເປັນເໝືອນຢ່າງຄຳຂອງອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕກ່າວ ເດັກອ່ອນທີ່ຍັງນອນຫງາຍຢູ່ ກໍຈັກເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້.

ດູກ່ອນຊ່າງໄມ້! ເດັກອ່ອນທີ່ຍັງນອນຫງາຍຢູ່ ແມ່ນແຕ່ຈະຮູ້ວ່າ ກາຍ ດັ່ງນີ້ ກໍຍັງບໍ່ຮູ້ ແລ້ວຈັກກະທຳກັມຊົ່ວດ້ວຍກາຍໄດ້ຢ່າງໃດ ນອກຈາກຈະມີພຽງອາກາຣດິ້ນຣົນ. ເດັກອ່ອນທີ່ຍັງນອນຫງາຍຢູ່ ແມ່ນແຕ່ຈະຮູ້ວ່າ ວາຈາ ດັ່ງນີ້ ກໍຍັງບໍ່ຮູ້ ແລ້ວຈັກກະທຳກັມຊົ່ວດ້ວຍວາຈາໄດ້ຢ່າງໃດ ນອກຈາກຈະມີພຽງອາກາຣຮ້ອງໄຫ້ແລະກາຣຫົວ. ເດັກອ່ອນທີ່ຍັງນອນຫງາຍຢູ່ ແມ່ນແຕ່ຈະຮູ້ວ່າ ອາຊີພ ດັ່ງນີ້ ກໍຍັງບໍ່ຮູ້ ແລ້ວຈັກລ້ຽງຊີພຊົ່ວໄດ້ຢ່າງໃດ ນອກຈາກນ້ຳນົມຂອງມາຣດາ.

ດູກ່ອນຊ່າງໄມ້! ຖ້າເປັນເໝືອນຢ່າງຄຳຂອງອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕກ່າວ ເດັກອ່ອນທີ່ຍັງນອນຫງາຍຢູ່ ກໍຈັກເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້.

ດູກ່ອນຊ່າງໄມ້! ເຮົາບັນຍັຕບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣວ່າ ບໍ່ແມ່ນຜູ້ມີກຸສົລສົມບູນ ບໍ່ແມ່ນຜູ້ມີກຸສົລຢ່າງຍິ່ງ ບໍ່ແມ່ນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມບໍ່ມີໃຜຊະນະໄດ້ ກໍແຕ່ວ່າບຸຄຄົລນີ້ຍັງດີກວ່າເດັກອ່ອນນອນຫງາຍຢູ່ແດ່ ທັມ ໔ ປະກາຣເປັນຢ່າງໃດ?

ດູກ່ອນຊ່າງໄມ້! ບຸຄຄົລໃນກໍຣະນີນີ້ ບໍ່ກະທຳຊົ່ວດ້ວຍກາຍ ບໍ່ກ່າວວາຈາຊົ່ວ ບໍ່ດຳຣິເຖິງຄວາມດຳຣິຊົ່ວ ບໍ່ລ້ຽງຊີພຊົ່ວ ເຮົາບັນຍັຕບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣນີ້ວ່າ ບໍ່ແມ່ນຜູ້ມີກຸສົລສົມບູນ ບໍ່ແມ່ນຜູ້ມີກຸສົລຢ່າງຍິ່ງ ບໍ່ແມ່ນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມບໍ່ມີໃຜຊະນະໄດ້ ກໍແຕ່ວ່າບຸຄຄົລນີ້ຍັງດີ ກວ່າເດັກອ່ອນນອນຫງາຍຢູ່ແດ່.

ດູກ່ອນຊ່າງໄມ້! ເຮົາບັນຍັຕບຸຄຄົລຜູ້ປະກອບດ້ວຍທັມ ໑໐ ປະກາຣວ່າ ເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້.

ດູກ່ອນຊ່າງໄມ້! ຂໍ້ທີ່ສີລເຫລົ່ານີ້ເປັນອະກຸສົລ ເຮົາກ່າວວ່າ ຄວນຮູ້ (ອິເມ ອະກຸສະລາ ສີລາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ສະມຸຕຖານແຫ່ງສີລທີ່ເປັນອະກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ອິໂຕສະມຸຕຖານາ ອະກຸສະລາ ສີລາ ຕະ-ມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ສີລທີ່ເປັນອະກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ນີ້ ເຮົາກ່າວວ່າ ຄວນຮູ້ (ອິທະ ອະກຸສະລາ ສີລາ ອະປະຣິ-ເສສາ ນິຣຸຊຊັນຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຜູ້ປະຕິບັຕຢ່າງນີ້ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນອະກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ເອວັງ ປະຕິປັນໂນ ອະກຸສະລານັງ ສີລານັງ ນິໂຣທາຍະ ປະຕິປັນໂນ ໂຫຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ).

ດູກ່ອນຊ່າງໄມ້! ຂໍ້ທີ່ສີລເຫລົ່ານີ້ເປັນກຸສົລ ເຮົາກ່າວວ່າ ຄວນຮູ້ (ອິເມ ກຸສະລາ ສີລາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ສະມຸຕຖານແຫ່ງສີລທີ່ເປັນກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ອິໂຕສະມຸຕຖານາ ກຸສະລາ ສີລາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ