ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ດູກ່ອນຊ່າງໄມ້! ຂໍ້ທີ່ສີລທີ່ເປັນກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ນີ້ ເຮົາກ່າວວ່າ ຄວນຮູ້ (ອິທະ ກຸສະລາ ສີລາ ອະປະຣິເສສາ ນິຣຸຊຊັນຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຜູ້ປະຕິບັຕຢ່າງນີ້ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ເອວັງ ປະຕິປັນໂນ ກຸສະລານັງ ສີລານັງ ນິໂຣທາຍະ ປະຕິປັນໂນ ໂຫຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ).

ດູກ່ອນຊ່າງໄມ້! ຂໍ້ທີ່ຄວາມດຳຣິເຫລົ່ານີ້ເປັນອະກຸສົລ ເຮົາກ່າວວ່າ ຄວນຮູ້ (ອິເມ ອະກຸສະລາ ສັງກັປປາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ສະມຸຕຖານແຫ່ງຄວາມດຳຣິທີ່ເປັນອະກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ອິໂຕສະມຸຕຖານາ ອະກຸສະລາ ສັງກັປປາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຄວາມດຳຣິທີ່ເປັນອະກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ນີ້ ເຮົາກ່າວວ່າ ຄວນຮູ້ (ອິທະ ອະກຸສະລາ ສັງກັປປາ ອະປະຣິເສສາ ນິຣຸຊຊັນຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຜູ້ປະຕິບັຕຢ່າງນີ້ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນອະກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ເອວັງ ປະຕິປັນໂນ ອະກຸສະລານັງ ສັງກັປປານັງ ນິໂຣທາຍະ ປະຕິ-ປັນໂນ ໂຫຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ).

ດູກ່ອນຊ່າງໄມ້! ຂໍ້ທີ່ຄວາມດຳຣິເຫລົ່ານີ້ເປັນກຸສົລ ເຮົາກ່າວວ່າ ຄວນຮູ້ (ອິເມ ກຸສະລາ ສັງກັປປາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ສະມຸຕຖານແຫ່ງຄວາມດຳຣິທີ່ເປັນກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ອິໂຕສະມຸຕຖານາ ກຸສະລາ ສັງກັປ-ປາ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຄວາມດຳຣິທີ່ເປັນກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ນີ້ ເຮົາກ່າວວ່າ ຄວນຮູ້ (ອິທະ ກຸສະລາ ສັງກັປປາ ອະປະຣິເສສາ ນິຣຸຊຊັນຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ),

ດູກ່ອນຊ່າງໄມ້! ຂໍ້ທີ່ຜູ້ປະຕິບັຕຢ່າງນີ້ຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງຄວາມດຳຣິທີ່ເປັນກຸສົລເຫລົ່ານີ້ ເຮົາກ່າວວ່າ ຄວນຮູ້ (ເອວັງ ປະຕິປັນໂນ ກຸສະລານັງ ສັງກັປປານັງ ນິໂຣທາຍະ ປະຕິປັນໂນ ໂຫຕິ ຕະມະຫັງ ຖະປະຕິ ເວທິຕັພພັນຕິ ວະທາມິ).

ສີລທີ່ເປັນອະກຸສົລ

ດູກ່ອນຊ່າງໄມ້! ກໍສີລທີ່ເປັນອະກຸສົລເປັນຢ່າງໃດ?

ດູກ່ອນຊ່າງໄມ້! ກາຍະກັມທີ່ເປັນອະກຸສົລ, ວະຈີກັມທີ່ເປັນອະກຸສົລ, ກາຣລ້ຽງຊີພຊົ່ວ. ດູກ່ອນຊ່າງໄມ້ ເຫລົ່ານີ້ຮຽກວ່າ ສີລທີ່ເປັນອະກຸສົລ (ກະຕະເມ ຈະ ຖະປະຕິ ອະກຸສະລາ ສີລາ ໆ ອະກຸສະລັງ ກາຍະກັມມັງ ອະກຸສະລັງ ວະຈີກັມມັງ ປາປະໂກ ອາຊີໂວ ອິເມ ວຸຈຈັນຕິ ຖະປະຕິ ອະກຸສະລາ ສີລາ).

ດູກ່ອນຊ່າງໄມ້! ກໍສີລທີ່ເປັນອະກຸສົລເຫລົ່ານີ້ມີອັນໃດເປັນສະມຸຕຖານ?

ແມ່ນແຕ່ສະມຸຕຖານແຫ່ງສີລທີ່ເປັນອະກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ ຄວນກ່າວວ່າ ມີຈິຕເປັນສະມຸຕຖານ.

ຈິຕເປັນຢ່າງໃດ?

ຈິຕກໍມີຫລາຍ ຫລາຍຢ່າງ ມີປະກາຣຕ່າງໆ ຈິຕໃດມີຣາຄະ ໂທສະ ໂມຫະ ສີລທີ່ເປັນອະກຸສົລມີຈິຕນີ້ເປັນສະມຸຕຖານ.

ດູກ່ອນຊ່າງໄມ້! ສີລທີ່ເປັນອະກຸສົລເຫລົ່ານີ້ດັບລົງໝົດສິ້ນໄປໃນທີ່ໃດ?

ແມ່ນແຕ່ຄວາມດັບແຫ່ງສີລທີ່ເປັນອະກຸສົລເຫລົ່ານັ້ນ ເຮົາກໍກ່າວແລ້ວ.

ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ລະກາຍທຸຈະຣິຕ ຈະເຣີນກາຍສຸຈະຣິຕ, ລະວະຈີທຸຈະຣິຕ ຈະເຣີນວະຈີສຸຈະຣິຕ, ລະມະໂນທຸຈະຣິຕ ຈະເຣີນມະໂນສຸຈະຣິຕ, ລະມິຈສາອາຊີວະ ລ້ຽງຊີພດ້ວຍສັມມາອາຊີວະ.

ຜູ້ປະຕິບັຕຢ່າງໃດ ຈຶ່ງຊື່ວ່າປະຕິບັຕເພື່ອຄວາມດັບແຫ່ງສີລທີ່ເປັນອະກຸສົລ?

ດູກ່ອນຊ່າງໄມ້! ພິກຂຸໃນທັມວິນັຍນີ້ ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອບໍ່ໃຫ້ອະກຸສົລທັມອັນເປັນບາບທັງຫລາຍທີ່ຍັງບໍ່ເກີດເກີດຂຶ້ນ.

ຍັງສັນທະໃຫ້ເກີດ ພະຍາຍາມ ປຣາຣົພຄວາມພຽນ ປະຄອງຈິຕ ຕັ້ງຈິຕໄວ້ ເພື່ອລະອະກຸສົລທັມອັນເປັນບາບທັງຫລາຍທີ່ເກີດຂຶ້ນແລ້ວ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ