ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ສມັຍນັ້ນ ປະຣິພາຊົກຊື່ ອຸຄຄາຫະມານະ ຜູ້ເປັນບຸຕຂອງນາງສະມະນະມຸນດິກາ ພ້ອມດ້ວຍບໍຣິສັທໝູ່ໃຫຍ່ປະມານ ໕໐໐ ອາສັຍຢູ່ໃນອາຣາມຂອງພຣະນາງມັລລິກາຣາຊະເທວີ ໃນໝູ່ບ້ານເອກະສາລາຊື່ ຕິນດຸກາຈີຣະ ເຊິ່ງເປັນບ່ອນປະຊຸມສະແດງລັທທິຂອງນັກບວຊ. ຄັ້ງນັ້ນ ຊ່າງໄມ້ຜູ້ໜຶ່ງຊື່ ປັນຈະກັງຄະ ອອກຈາກເມືອງສາວັຕຖີເພື່ອຈະໄປເຝົ້າພຣະຜູ້ມີພຣະພາຄໃນເວລາທ່ຽງ. ຄັ້ງນັ້ນ ເຂົາມີຄວາມດຳຣິວ່າ ເວລານີ້ບໍ່ແມ່ນກາລທີ່ຈະເຂົ້າເຝົ້າພຣະຜູ້ມີພຣະພາຄ ພຣະຜູ້ມີພຣະພາຄຊົງຫລີກເຣັ້ນຢູ່ ບໍ່ແມ່ນສມັຍທີ່ຈະໄປຫາພິກຂຸທັງຫລາຍຜູ້ຈະເຣີນທາງໃຈ ພິກຂຸທັງຫລາຍຜູ້ຈະເຣີນທາງໃຈກໍຫລີກເຣັ້ນຢູ່. ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປຫາອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕ ທີ່ອາຣາມຕິນດຸກາຈີຣະຂອງພຣະນາງມັລລິກາຣາຊະເທວີ ໃນໝູ່ບ້ານເອກະສາລາ ເຊິ່ງເປັນບ່ອນປະຊຸມສະແດງລັທທິຂອງນັກບວຊເຖີດ.

ລຳດັບນັ້ນ ຊ່າງໄມ້ປັນຈະກັງຄະຈຶ່ງເຂົ້າໄປຍັງອາຣາມຕິນດຸກາຈີຣະຂອງພຣະນາງມັລລິກາຣາຊະເທວີ ໃນໝູ່ບ້ານເອກະສາລາ.

ສມັຍນັ້ນ ອຸຄຄາຫະມານະປະຣິພາຊົກ ສະມະນະມຸນດິກາບຸຕນັ່ງຢູ່ກັບປະຣິພາຊົກບໍຣິສັທໝູ່ໃຫຍ່ເຊິ່ງກຳລັງເວົ້າຕິຣັຈສານກະຖາຫລາຍປະກາຣ ສົ່ງສຽງອື້ອຶງອຶກະທຶກຄື ເວົ້າເຣື່ອງພຣະຣາຊາ, ເຣື່ອງໂຈຣ, ເຣື່ອງມະຫາອະມາຕຍ໌, ເຣື່ອງກອງທັບ, ເຣື່ອງພັຍ, ເຣື່ອງຣົບ, ເຣື່ອງເຂົ້າ, ເຣື່ອງນ້ຳ, ເຣື່ອງຜ້າ, ເຣື່ອງທີ່ນອນ, ເຣື່ອງດອກໄມ້, ເຣື່ອງຂອງຫອມ, ເຣື່ອງຍາຕ, ເຣື່ອງຍານ, ເຣື່ອງບ້ານ, ເຣື່ອງນິຄົມ, ເຣື່ອງຣາຊະທານີ, ເຣື່ອງຊົນບົທ, ເຣື່ອງສະຕຣີ, ເຣື່ອງຄົນກ້າຫານ, ເຣື່ອງທາງຮ່ອມ, ເຣື່ອງທ່ານ້ຳ, ເຣື່ອງທາສີຕັກນ້ຳ(ກຸມພະທາສິກະຖັງ), ເຣື່ອງຄົນທີ່ລ່ວງລັບໄປແລ້ວ, ເຣື່ອງເລັກໆນ້ອຍໆ, ເຣື່ອງໂລກ ເຣື່ອງທະເລ, ເຣື່ອງຄວາມຈະເຣີນແລະຄວາມເສື່ອມ ດ້ວຍປະກາຣນັ້ນໆ.

ອຸຄຄາຫະມານະປະຣິພາຊົກ ສະມະນະມຸນດິກາບຸຕໄດ້ເຫັນຊ່າງໄມ້ປັນຈະກັງຄະເຊິ່ງກຳລັງມາແຕ່ໄກ ຈຶ່ງຫ້າມບໍຣິສັທຂອງຕົນໃຫ້ສງົບວ່າ ຂໍທ່ານທັງຫລາຍຈົ່ງເບົາສຽງ ຢ່າສົ່ງສຽງແຮງ ຊ່າງໄມ້ປັນຈະກັງຄະຜູ້ເປັນສາວົກຂອງພຣະສະມະນະໂຄດົມກຳລັງມາ ບັນດາສາວົກຂອງພຣະສະມະນະໂຄດົມທີ່ເປັນຄະຣືຫັສຖ໌ຜູ້ນຸ່ງຂາວຫົ່ມຂາວມີປະມານເທົ່າໃດທີ່ອາສັຍຢູ່ໃນພຣະນະຄອຣສາວັຕຖີ ນາຍຊ່າງໄມ້ປັນຈະກັງຄະນີ້ເປັນຜູ້ໜຶ່ງໃນບັນດາສາວົກເຫລົ່ານັ້ນ ທ່ານເຫລົ່ານັ້ນຊອບສຽງເບົາ ໄດ້ຮັບຄຳແນະນຳໃນກາຣໃຊ້ສຽງເບົາ ກ່າວສັນລະເສີນຄຸນຂອງສຽງເບົາ ບາງທີຊ່າງໄມ້ປັນຈະກັງຄະຊາບວ່າບໍຣິສັທມີສຽງເບົາ ຈະສຳຄັນທີ່ຈະເຂົ້າມາຫາກໍໄດ້. ປະຣິພາຊົກເຫລົ່ານັ້ນຈຶ່ງພາກັນນິ້ງຢູ່. ລຳດັບນັ້ນ ນາຍຊ່າງໄມ້ປັນຈະກັງຄະໄດ້ເຂົ້າໄປຫາອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕເຖິງທີ່ໃກ້ ໄດ້ປຣາສັຍກັບອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕ ຄັນຜ່ານກາຣປຣາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ.

ອຸຄຄາຫະມານະປະຣິພາຊົກສະມະນະມຸນດິກາບຸຕໄດ້ກ່າວກັບນາຍຊ່າງໄມ້ປັນຈະກັງຄະຜູ້ນັ່ງຢູ່ໃນທີ່ຄວນສ່ວນຂ້າງໜຶ່ງວ່າ:

ນາຍຊ່າງໄມ້! ເຮົາບັນຍັຕບຸຣຸສບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣວ່າ ເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້. ທັມ ໔ ປະກາຣເປັນຢ່າງໃດ?

ນາຍຊ່າງໄມ້! ບຸຄຄົລໃນກໍຣະນີນີ້ ບໍ່ກະທຳຊົ່ວດ້ວຍກາຍ ບໍ່ກ່າວວາຈາຊົ່ວ ບໍ່ດຳຣິເຖິງຄວາມດຳຣິຊົ່ວ ບໍ່ລ້ຽງຊີພຊົ່ວ ເຮົາບັນຍັຕບຸຣຸສບຸຄຄົລຜູ້ປະກອບດ້ວຍທັມ ໔ ປະກາຣນີ້ວ່າ ເປັນຜູ້ມີກຸສົລສົມບູນ ມີກຸສົລຢ່າງຍິ່ງ ເປັນສະມະນະຜູ້ເຖິງພູມປະຕິບັຕອັນອຸດົມ ບໍ່ມີໃຜຊະນະໄດ້ ດັ່ງນີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ