ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ອານົນທ໌! ເພາະເຫຕນັ້ນແລ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາທັງຫລາຍຈັກພະຍາຍາມບຳເພັນທັມທີ່ສູງຍິ່ງຂຶ້ນໄປ ປະນີຕຂຶ້ນໄປ ກໍຈັກກະທຳໃຫ້ແຈ້ງເຊິ່ງວິມຸຕອັນເປັນທັມຊັ້ນຢ້ຽມ. ອານົນທ໌ ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໙໑-໑໙໔/໑໘໐

“ທ່ານທັງຫລາຍໄດ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຫລືໜໍ?”

ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິໂຄທາຣາມ ໃກ້ພຣະນະຄອຣກະບິລະພັສ ໃນສັກກະຊົນບົທ, ຄັ້ງນັ້ນແລ ອຸປາສົກຊາວສັກກະຊົນບົທຈຳນວນຫລາຍໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບໃນວັນອຸໂປສົຖ ຖວາຍອະພິວາທພຣະຜູ້ມີພຣະພາຄແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສຖາມອຸປາສົກຊາວສັກກະຊົນບົທວ່າ:

ຊາວສັກກະທັງຫລາຍ! ທ່ານທັງຫລາຍໄດ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຫລືໜໍ?

ອຸປາສົກຊາວສັກກະຊົນບົທເຫລົ່ານັ້ນກຣາບທູລວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ບາງຄາວພວກຂ້ານ້ອຍທັງຫລາຍກໍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ບາງຄາວກໍບໍ່ໄດ້ຮັກສາ ພຣະອົງຄ໌ຜູ້ຈະເຣີນ.

ຊາວສັກກະທັງຫລາຍ! ບໍ່ເປັນລາພຂອງທ່ານທັງຫລາຍເສຍແລ້ວ ທ່ານທັງຫລາຍບໍ່ໄດ້ດີເສຍແລ້ວ ທີ່ທ່ານທັງຫລາຍເມື່ອຊີວິຕມີພັຍເພາະຄວາມໂສກ ມີພັຍເພາະຄວາມຕາຍຢູ່ຢ່າງນີ້ ບາງຄາວກໍຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ບາງຄາວກໍບໍ່ໄດ້ຮັກສາ.

ຊາວສັກກະທັງຫລາຍ! ທ່ານທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສໃນໂລກນີ້ຍ່ອມກະທຳຊັພຍ໌ເຄິ່ງກະຫາປະນະໃຫ້ເກີດຂຶ້ນທຸກໆວັນ ດ້ວຍກາຣງານອັນຊອບ ໂດຍບໍ່ແຕະຕ້ອງອະກຸສົລເລີຍ ສົມຄວນຈະກ່າວໄດ້ຫລືບໍ່ວ່າ ເປັນບຸຣຸສສລາດ ສົມບູນດ້ວຍຄວາມໝັ່ນ?

ສົມຄວນກ່າວໄດ້ຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ຊາວສັກກະທັງຫລາຍ! ທ່ານທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສໃນໂລກນີ້ຍ່ອມກະທຳຊັພຍ໌ ໑ ກະຫາປະນະໃຫ້ເກີດຂຶ້ນທຸກໆວັນ ດ້ວຍກາຣງານອັນຊອບ ໂດຍບໍ່ແຕະຕ້ອງອະກຸສົລເລີຍ ສົມຄວນຈະກ່າວໄດ້ຫລືບໍ່ວ່າ ເປັນບຸຣຸສສລາດ ສົມບູນດ້ວຍຄວາມໝັ່ນ?

ສົມຄວນກ່າວໄດ້ຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ຊາວສັກກະທັງຫລາຍ! ທ່ານທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສໃນໂລກນີ້ຍ່ອມກະທຳຊັພຍ໌ ໒ ກະຫາປະນະ, ໓ ກະຫາປະນະ, ໔ ກະຫາປະນະ, ໕ ກະຫາປະນະ, ໖ ກະຫາປະນະ, ໗ ກະຫາປະນະ, ໘ ກະຫາປະນະ, ໙ ກະຫາປະນະ, ໑໐ ກະຫາປະນະ, ໒໐ ກະຫາປະນະ, ໓໐ ກະຫາປະນະ, ໔໐ ກະຫາປະນະ, ໕໐ ກະຫາປະນະ, ໖໐ ກະຫາປະນະ, ໗໐ ກະຫາປະນະ, ໘໐ ກະຫາປະນະ, ໙໐ ກະຫາປະນະ, ໑໐໐ ກະຫາປະນະ ໃຫ້ເກີດຂຶ້ນທຸກໆວັນ ດ້ວຍກາຣງານອັນຊອບ ໂດຍບໍ່ແຕະຕ້ອງອະກຸສົລເລີຍ ສົມຄວນຈະກ່າວໄດ້ຫລືບໍ່ວ່າ ເປັນບຸຣຸສສລາດ ສົມບູນດ້ວຍຄວາມໝັ່ນ?

ສົມຄວນກ່າວໄດ້ຢ່າງນັ້ນ ພຣະອົງຄ໌ຜູ້ຈະເຣີນ!

ຊາວສັກກະທັງຫລາຍ! ທ່ານທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສໃນໂລກນີ້ຍ່ອມກະທຳຊັພຍ໌ ໑໐໐ກະຫາປະນະ, ໑໐໐໐ ກະຫາປະນະໃຫ້ເກີດຂຶ້ນທຸກໆວັນ ເກັບຊັພຍ໌ທີ່ຕົນໄດ້ແລ້ວ ໄດ້ແລ້ວໄວ້ ເປັນຜູ້ມີຊີວິຕຮ້ອຍປີ ຍ່ອມຈະປະສົບກອງໂພຄະສົມບັຕຫລາຍຫລືໜໍ?

ຍ່ອມເປັນຢ່າງນັ້ນໄດ້ ພຣະອົງຄ໌ຜູ້ຈະເຣີນ!

ຊາວສັກກະທັງຫລາຍ! ທ່ານທັງຫລາຍຈະເຂົ້າໃຈຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຈະສເວີຍຄວາມສຸຂໂດຍສ່ວນດຽວຢູ່ໜຶ່ງຄືນໜຶ່ງວັນ ຫລືເຄິ່ງວັນ ອັນມີໂພຄະສົມບັຕເປັນເຫຕ ມີໂພຄະສົມບັຕເປັນແດນເກີດ ມີໂພຄະສົມບັຕເປັນທີ່ຕັ້ງຫລືໜໍ?

ບໍ່ເປັນຢ່່າງນັ້ນເລີຍ ພຣະອົງຄ໌ຜູ້ຈະເຣີນ!

ຂໍ້ນັ້ນເປັນເພາະເຫຕໃດ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ເພາະກາມທັງຫລາຍເປັນຂອງບໍ່ທ່ຽງ ເປັນຂອງວ່າງເປົ່າ ເປັນຂອງຫລອກລວງ ເປັນຂອງມີຄວາມຈິບຫາຍໄປເປັນທັມມະດາ.

ຊາວສັກກະທັງຫລາຍ! ສ່ວນສາວົກຂອງເຮົາໃນທັມວິນັຍນີ້ ເປັນຜູ້ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ປະຕິບັຕຕາມຄຳທີ່ເຮົາພ່ຳສອນຢູ່ຕລອດ ໑໐ ປີ ຍ່ອມສເວີຍຄວາມສຸຂໂດຍສ່ວນດຽວຕລອດຮ້ອຍປີກໍມີ ໝື່ນປີກໍມີ ແສນປີກໍມີ ແລະສາວົກຂອງເຮົານັ້ນແລ ຍ່ອມເປັນສະກະທາຄາມີກໍມີ ເປັນອະນາຄາມີກໍມີ ເປັນໂສດາບັນປະຕິບັຕບໍ່ຜິດກໍມີ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ