ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ຕິສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ຕິສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປຕລອດ ໓,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນຕິສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນບຸຣຸສຜູ້ມີຕາດີ ວາງໝາກຂາມປ້ອມສາມໜ່ວຍໃນມືແລ້ວພິຈາຣະນາເບິ່ງໄດ້ ສັນໃດ; ພິກຂຸທັງຫລາຍ ຕິສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໓,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນຕິສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງຕິສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງຕິສະຫັສສະພຣົມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ຈະຕຸສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ຈະຕຸສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປ ຕລອດ ໔,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນຈະຕຸສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນບຸຣຸສຜູ້ມີຕາດີ ວາງໝາກຂາມປ້ອມສີ່ໜ່ວຍໃນມືແລ້ວພິຈາຣະນາເບິ່ງໄດ້ ສັນໃດ; ພິກຂຸທັງຫລາຍ ຈະຕຸສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໔,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນຈະຕຸສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງຈະຕຸສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງຈະຕຸສະຫັສສະພຣົມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ປັນຈະສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ປັນຈະສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປ ຕລອດ ໕,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນປັນຈະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນບຸຣຸສຜູ້ມີຕາດີ ວາງໝາກຂາມປ້ອມຫ້າໜ່ວຍໃນມືແລ້ວພິຈາຣະນາເບິ່ງໄດ້ ສັນໃດ; ພິກຂຸທັງຫລາຍ ປັນຈະສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໕,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນປັນຈະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງປັນຈະສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງປັນຈະສະຫັສສະພຣົມ.








