ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ທະສະສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ທະສະສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປ ຕລອດ ໑໐,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນທະສະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນແກ້ວໄພທູຣຍ໌ງາມແປດຫລຽ່ມອັນເຂົາເຈຍຣະໄນດີແລ້ວ ວາງໄວ້ເທິງຜ້າກັມພົນເຫລືອງ ຍ່ອມສ່ອງແສງເຮືອງຮຸ່ງ ສັນໃດ; ພິກຂຸທັງຫລາຍ ທະສະສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໑໐,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນທະສະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງທະສະສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງທະສະສະຫັສສະພຣົມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ສະຕະສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ສະຕະສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປ ຕລອດ ໑໐໐,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນສະຕະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບ ເໝືອນແທ່ງຄຳຊົມພູນຸທ ທີ່ເຂົາຫລອມດ້ວຍຄວາມຊຳນານດີໃນເບົ້າຂອງຊ່າງຄຳຜູ້ສລາດແລ້ວ ວາງໄວ້ເທິງຜ້າກັມພົນເຫລືອງ ຍ່ອມສ່ອງແສງເຮືອງຮຸ່ງ ສັນໃດ; ພິກຂຸທັງຫລາຍ ສະຕະສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໑໐໐,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນສະຕະສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງສະຕະສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງສະຕະສະຫັສສະພຣົມ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນອາພາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນອາພາເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນອາພາ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນປະຣິຕຕາພາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣິຕຕາພາເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣິຕຕາພາ.








