ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນນິມມານະຣະຕີ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະຕີເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນນິມມານະຣະຕີ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນປະຣະນິມມິຕະວະສວັຕຕີ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສວັຕຕີເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສວັຕຕີ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປຕລອດ ໑,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນບຸຣຸສຜູ້ມີຕາດີ ວາງໝາກຂາມປ້ອມໜຶ່ງໜ່ວຍໃນມືແລ້ວພິຈາຣະນາເບິ່ງໄດ້ ສັນໃດ; ພິກຂຸທັງຫລາຍ ສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໑,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງສະຫັສສະພຣົມ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ທະວິສະຫັສສະພຣົມ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ. ພິກຂຸທັງຫລາຍ ທະວິສະຫັສສະພຣົມຍ່ອມນ້ອມຈິຕແຜ່ໄປ ຕລອດ ໒,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນທະວິສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ປຽບເໝືອນບຸຣຸສຜູ້ມີຕາດີ ວາງໝາກຂາມປ້ອມສອງໜ່ວຍໃນມືແລ້ວພິຈາຣະນາເບິ່ງໄດ້ ສັນໃດ; ພິກຂຸທັງຫລາຍ ທະວິສະຫັສສະພຣົມກໍສັນນັ້ນເໝືອນກັນ ຍ່ອມນ້ອມຈິຕແຜ່ໄປຕລອດ ໒,໐໐໐ ໂລກະທາຕຢູ່ ແມ່ນແຕ່ສັຕທັງຫລາຍທີ່ເກີດໃນທະວິສະຫັສສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງທະວິສະຫັສສະພຣົມເຖີດ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງທະວິສະຫັສສະພຣົມ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ