ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງຄະຫະບໍດີມະຫາສາລເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມ ປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງຄະຫະບໍດີມະຫາສາລ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຈາຕຸມມະຫາຣາຊິກາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມມະຫາຣາຊິກາເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມມະຫາຣາຊິກາ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຕາວະຕິງສາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕາວະຕິງສາເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນຕາວະຕິງສາ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຍາມາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນຍາມາ.

ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ພິກຂຸເປັນຜູ້ປະກອບດ້ວຍສັທທາ ສີລ ສຸຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຕຸສິຕາ ມີອາຍຸຍືນ ມີວັນນະງາມ ມີຄວາມສຸຂຫລາຍ ເຂົາມີຄວາມປາຖນາຢ່າງນີ້ວ່າ ໂອໜໍ ເມື່ອເຮົາແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຕຸສິຕາເຖີດ ດັ່ງນີ້ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິຕຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫລົ່ານັ້ນອັນເຂົາຈະເຣີນແລ້ວຢ່າງນີ້ ກະທຳໃຫ້ຫລາຍແລ້ວຢ່າງນີ້ ຍ່ອມເປັນໄປເພື່ອຄວາມສຳເຣັຈໃນພາວະນັ້ນ. ພິກຂຸທັງຫລາຍ ນີ້ມັຄ ນີ້ປະຕິປະທາ ທີ່ເປັນໄປເພື່ອຄວາມສຳເຣັຈໃນຄວາມເປັນສະຫາຍແຫ່ງເທວະດາຊັ້ນຕຸສິຕາ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ