ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ຄັ້ງນັ້ນ ພະເວສີອຸປາສົກໄດ້ຄິດວ່າ ກໍເຮົາເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນອຸປາສົກປະມານ ໕໐໐ ຄົນເຫລົ່ານີ້ ເຮົາເປັນຜູ້ກະທຳໃຫ້ບໍຣິບູນໃນສີລ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ ກໍກະທຳໃຫ້ບໍຣິບູນໃນສີລ, ເຮົາເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ກໍເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ, ເຮົາເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ກໍເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລ ຕ່າງຄົນຕ່າງກໍເທົ່າໆກັນ ບໍ່ໄດ້ຍິ່ງໄປກວ່າກັນ ເພາະສະນັ້ນ ເຮົາຄວນປະຕິບັຕໃຫ້ຍິ່ງກວ່າ.

ຄັ້ງນັ້ນ ພະເວສີອຸປາສົກໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄພຣະນາມວ່າ ກັສສະປະອະຣະຫັນຕະສັມມາສັມພຸທທະເຖິງທີ່ປະທັບ ແລ້ວໄດ້ກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂ້ານ້ອຍຂໍບັນພະຊາອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄ.

ພະເວສີອຸປາສົກໄດ້ບັນພະຊາອຸປະສົມບົທແລ້ວໃນສຳນັກຂອງພຣະຜູ້ມີພຣະພາຄພຣະນາມວ່າ ກັສສະປະອະຣະຫັນຕະສັມມາສັມພຸທທະ ເມື່ອພະເວສີພິກຂຸອຸປະສົມບົທແລ້ວບໍ່ນານ ຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ພະເວສີພິກຂຸກໍໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນຈຳນວນພຣະອະຣະຫັນຕ໌ທັງຫລາຍ.

ອານົນທ໌! ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ຄິດວ່າ ພະເວສີອຸປາສົກຜູ້ເປັນນາຍ ເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນເຮົາທັງຫລາຍ ກໍພະເວສີອຸປາສົກຜູ້ເປັນນາຍປົງຜົມແລະໜວດ ຄອງຜ້າກາສາຍະອອກບວຊເປັນບັນພະຊິຕ ເຫຕໃດເຮົາທັງຫລາຍຈະເປັນຜູ້ປົງຜົມແລະໜວດ ຄອງຜ້າກາສາຍະອອກບວຊເປັນບັນພະຊິຕບໍ່ໄດ້ໜໍ?

(ອະຖະໂຂ ອານັນທະ ເຕສັງ ປັນຈັນນັງ ອຸປາສະກະສະຕານັງ ເອຕະທະໂຫສິ ອັຍໂຍ ໂຂ ພະເວສີ ອັມຫາກັງ ພະຫູປະກາໂຣ ປຸພພັງຄະໂມ ສະມາທະເປຕາ ອັຍໂຍ ຫິ ນາມະ ພະເວສີ ເກສະມັສສຸງ ໂອຫາເຣຕວາ ກາສາຍານິ ວັຕຖານິ ອັຈສາເທຕວາ ອະຄາຣັສມາ ອະນະຄາຣິຍັງ ປັພ-ພະຊິສສະຕິ ກິມັງຄັງ ປະນະ ມະຍັນຕິ)

ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາຄພຣະນາມວ່າ ກັສສະປະອະຣະຫັນຕະສັມມາສັມພຸທທະເຖິງທີ່ປະທັບ ແລ້ວໄດ້ກຣາບທູລວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍທັງຫລາຍຂໍບັນພະ ຊາອຸປະສົມບົທໃນສຳນັກຂອງພຣະຜູ້ມີພຣະພາຄ.

ຄັ້ງນັ້ນ ພະເວສີພິກຂຸໄດ້ຄິດວ່າ ເຮົາແລເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງວິມຸຕຕິສຸຂ ອັນເປັນທັມຊັ້ນຢ້ຽມ. ໂອໜໍ ພິກຂຸປະມານ ໕໐໐ ເຫລົ່ານີ້ກໍຄວນເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງວິມຸຕຕິສຸຂ ອັນເປັນທັມຊັ້ນຢ້ຽມນີ້.

ຄັ້ງນັ້ນ ພິກຂຸປະມານ ໕໐໐ ເຫລົ່ານັ້ນຕ່າງເປັນຜູ້ຫລີກອອກຈາກໝູ່ຢູ່ຜູ້ດຽວ ບໍ່ປະມາທ ມີຄວາມພຽນ ມີໃຈເດັດດ່ຽວ ບໍ່ນານກໍກະທຳໃຫ້ແຈ້ງເຊິ່ງທີ່ສຸດແຫ່ງພຣົມມະຈັນຍ໌ອັນຍອດຢ້ຽມ ທີ່ກຸລະບຸຕທັງຫລາຍອອກບວຊເປັນບັນພະຊິຕໂດຍຊອບມີຄວາມຕ້ອງກາຣ ດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ຮູ້ຊັດວ່າ ຊາຕສິ້ນແລ້ວ ພຣົມມະຈັນຍ໌ຢູ່ຈົບແລ້ວ ກິຈທີ່ຄວນທຳໄດ້ທຳສຳເຣັຈແລ້ວ ກິຈອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ພິກຂຸປະມານ ໕໐໐ ເຫລົ່ານັ້ນເຊິ່ງມີພະເວສີພິກຂຸເປັນປະມຸຂ ພະຍາຍາມບຳເພັນທັມທີ່ສູງຍິ່ງຂຶ້ນໄປ ປະນີຕຂຶ້ນໄປ ກໍກະທຳໃຫ້ແຈ້ງເຊິ່ງວິມຸຕອັນເປັນທັມຊັ້ນຢ້ຽມ ດ້ວຍປະກາຣຢ່າງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ