ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ເຂົາປະກອບດ້ວຍສີລຂັນທ໌ອັນເປັນອະຣິຍະເຊັ່ນນີ້, ປະກອບດ້ວຍອິນຊີສັງວອຣອັນເປັນອະຣິຍະເຊັ່ນນີ້, ປະກອບດ້ວຍສະຕິສັມປະຊັນຍະອັນເປັນອະຣິຍະເຊັ່ນນີ້, ປະກອບດ້ວຍຄວາມສັນໂດດອັນເປັນອະຣິຍະເຊັ່ນນີ້ແລ້ວ (ໂສ ອິມິນາ ຈະ ອະຣິເຍນະ ສີລັກຂັນເທນະ ສະມັນນາຄະໂຕ ອິມິນາ ຈະ ອະຣິເຍນະ ອິນທຣິຍະສັງວະເຣນະ ສະມັນນາຄະໂຕ ອິມິນາ ຈະ ອະຣິເຍນະ ສະຕິສັມປະຊັນເຍນະ ສະມັນນາຄະໂຕ ອິມາຍະ ຈະ ອະຣິຍາຍະ ສັນຕຸຕຖິຍາ ສະມັນນາຄະໂຕ) ຍ່ອມເສພເສນາສະນະອັນສງັດຄື ປ່າ ເຫງົ້າໄມ້ ພູຜາ ຮ່ອມພູ ຖ້ຳ ປ່າຊ້າ ປ່າດົງໜາ ທີ່ແຈ້ງ ປ່າເຫລົ່າເຂົາກັບຈາກບິນທະບາຕແລ້ວ ໃນເວລາພາຍຫລັງພັຕ ນັ່ງຄູ້ບັລລັງກ໌ ຕັ້ງກາຍຕົງ ດຳຣົງສະຕິສະເພາະໜ້າ ເຂົາລະອະພິຊຊາໃນໂລກ ມີໃຈປາສະຈາກອະພິຊຊາຢູ່ ຍ່ອມຊຳຣະຈິຕໃຫ້ບໍຣິສຸທຈາກອະພິຊຊາໄດ້. ລະພາຍາບາທ ບໍ່ມີຈິຕພະຍາບາທ ມີຄວາມກະຣຸນາຫວັງປະໂຍຊນ໌ແກ່ສັຕທັງປວງຢູ່ ຍ່ອມຊຳຣະຈິຕໃຫ້ບໍຣິສຸທຈາກພະຍາບາທໄດ້. ລະຖີນະມິທທະ ເປັນຜູ້ປາສະຈາກຖີນະມິທທະ ມີຄວາມກຳນົດໝາຍຢູ່ທີ່ແສງສວ່າງ ມີສະຕິສັມປະຊັນຍະຢູ່ ຍ່ອມຊຳຣະຈິຕໃຫ້ບໍຣິສຸທຈາກຖີນະມິທທະໄດ້. ລະອຸທທັຈຈະກຸກກຸຈຈະ ເປັນຜູ້ບໍ່ຟຸ້ງຊ່ານ ມີຈິຕສງົບໃນພາຍໃນຢູ່ ຍ່ອມຊຳຣະຈິຕໃຫ້ບໍຣິສຸທຈາກອຸທທັຈຈະກຸກກຸຈຈະໄດ້. ລະວິຈິກິຈສາ ເປັນຜູ້ຂ້າມພົ້ນວິຈິກິຈສາ ບໍ່ມີຄວາມເຄືອບແຄງສົງສັຍໃນກຸສົລທັມທັງຫລາຍຢູ່ ຍ່ອມຊຳຣະຈິຕໃຫ້ບໍຣິສຸທຈາກວິຈິກິຈສາໄດ້.

ພຣາມນ໌! ປຽບເໝືອນບຸຣຸສກູ້ໜີ້ໄປປະກອບກາຣງານ ກາຣງານຂອງເຂົາສຳເຣັຈຜົລ ເຂົາຍ່ອມໃຊ້ໜີ້ທີ່ເປັນຕົ້ນທຶນເດີມໃຫ້ໝົດສິ້ນ ແລະຊັພຍ໌ທີ່ເປັນກຳໄຣຂອງເຂົາຍ່ອມມີເຫລືອຢູ່ສຳລັບລ້ຽງພະຣິຍາ ເຂົາຈະມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນເຮົາກູ້ໜີ້ໄປປະກອບກາຣງານ ບັດນີ້ ກາຣງານຂອງເຮົາສຳເຣັຈຜົລແລ້ວ ເຮົາໄດ້ໃຊ້ໜີ້ທີ່ເປັນຕົ້ນທຶນເດີມໃຫ້ໝົດສິ້ນແລ້ວ ແລະຊັພຍ໌ທີ່ເປັນກຳໄຣຂອງເຮົາຍັງມີເຫລືອຢູ່ສຳລັບລ້ຽງພະຣິຍາ ດັ່ງນີ້, ເຂົາຍ່ອມໄດ້ຄວາມປຣາໂມທຍ໌ ເຖິງຄວາມໂສມະນັສ ທີ່ມີຄວາມບໍ່ມີໜີ້ນັ້ນເປັນເຫຕ ສັນໃດ;

ພຣາມນ໌! ປຽບເໝືອນບຸຣຸສເປັນຜູ້ມີອາພາທ ເຖິງຄວາມລຳບາກ ເຈັບໜັກ ບໍຣິໂພຄອາຫາຣບໍ່ໄດ້ ແລະບໍ່ມີກຳລັງກາຍ ສມັຍຕໍ່ມາ ເຂົາຍ່ອມຫາຍຈາກອາພາທນັ້ນ ບໍຣິໂພຄອາຫາຣໄດ້ ແລະມີກຳລັງກາຍ ເຂົາຈະມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນເຮົາເປັນຜູ້ມີອາພາທ ເຖິງຄວາມລຳບາກ ເຈັບໜັກ ບໍຣິໂພຄອາຫາຣບໍ່ໄດ້ ແລະບໍ່ມີກຳລັງກາຍ ບັດນີ້ ເຮົາຍ່ອມຫາຍຈາກອາພາທນັ້ນແລ້ວ ບໍຣິໂພຄອາຫາຣໄດ້ ແລະມີກຳລັງກາຍເປັນປົກກະຕິ ດັ່ງນີ້, ເຂົາຍ່ອມໄດ້ຄວາມປຣາໂມທຍ໌ ເຖິງຄວາມໂສມະນັສ ທີ່ມີຄວາມບໍ່ມີໂຣຄນັ້ນເປັນເຫຕ ສັນໃດ;

ພຣາມນ໌! ປຽບເໝືອນບຸຣຸສຖືກຈອງຈຳຢູ່ໃນຄຸກ ສມັຍຕໍ່ມາ ເຂົາໄດ້ພົ້ນຈາກຄຸກນັ້ນໂດຍສວັສດີ ບໍ່ມີພັຍ ບໍ່ຕ້ອງເສຍຊັພຍ໌ອັນໃດໆເລີຍ ເຂົາຈະມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນເຮົາຖືກຈອງຈຳຢູ່ໃນຄຸກ ບັດນີ້ ເຮົາພົ້ນຈາກຄຸກນັ້ນໂດຍສວັສດີ ບໍ່ມີພັຍ ແລະເຮົາບໍ່ຕ້ອງເສຍຊັພຍ໌ອັນໃດໆເລີຍ ດັ່ງນີ້, ເຂົາຍ່ອມໄດ້ຄວາມປຣາໂມທຍ໌ ເຖິງຄວາມໂສມະນັສ ທີ່ມີກາຣພົ້ນຈາກຄຸກນັ້ນເປັນເຫຕ ສັນໃດ;

ພຣາມນ໌! ປຽບເໝືອນບຸຣຸສເປັນທາສ ບໍ່ໄດ້ເພິ່ງຕົວເອງ ອາສັຍເພິ່ງຜູ້ອື່ນ ໄປໃສຕາມຄວາມພໍໃຈບໍ່ໄດ້ ສມັຍຕໍ່ມາ ເຂົາໄດ້ພົ້ນຈາກຄວາມເປັນທາສນັ້ນ ເພິ່ງຕົນເອງ ບໍ່ຕ້ອງເພິ່ງຜູ້ອື່ນ ເປັນອິສສະຣະແກ່ຕົນ ໄປໃສໄດ້ຕາມຄວາມພໍໃຈ ເຂົາຈະມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນເຮົາເປັນທາສ ບໍ່ໄດ້ເພິ່ງຕົວເອງ ອາສັຍເພິ່ງຜູ້ອື່ນ ໄປໃສຕາມຄວາມພໍໃຈບໍ່ໄດ້ ບັດນີ້ ເຮົາໄດ້ພົ້ນຈາກຄວາມເປັນທາສນັ້ນ ເພິ່ງຕົນເອງ ບໍ່ຕ້ອງເພິ່ງຜູ້ອື່ນ ເປັນອິສສະຣະແກ່ຕົນ ໄປໃສໄດ້ຕາມຄວາມພໍໃຈ ດັ່ງນີ້, ເຂົາຍ່ອມໄດ້ຄວາມປຣາໂມທຍ໌ ເຖິງຄວາມໂສມະນັສ ທີ່ມີຄວາມເປັນອິສສະຣະນັ້ນເປັນເຫຕ ສັນໃດ;

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ