ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພຣາມນ໌! ພິກຂຸສົມບູນດ້ວຍສີລຢ່າງນີ້ ຍ່ອມບໍ່ປະສົບພັຍແຕ່ໃດໆເລີຍ ເພາະສີລສັງວອຣນັ້ນ ປຽບເໝືອນກະສັຕຜູ້ໄດ້ມູຣະທາພິເສກ ກຳຈັດຣາຊະສັດຕູໄດ້ແລ້ວ ຍ່ອມບໍ່ປະສົບພັຍແຕ່ໃດໆ ເພາະຣາຊະສັດຕູນັ້ນ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນ ສົມບູນດ້ວຍສີລຢ່າງນີ້ແລ້ວ ຍ່ອມບໍ່ປະສົບພັຍແຕ່ໃດໆ ເພາະສີລສັງວອຣນັ້ນ. ພຣາມນ໌ ພິກຂຸສົມບູນດ້ວຍອະຣິຍະສີລຂັນທ໌ຢ່າງນີ້ ຍ່ອມໄດ້ສເວີຍສຸຂອັນປາສະຈາກໂທສໃນພາຍໃນ. ພຣາມນ໌ ດ້ວຍປະກາຣດັ່ງທີ່ກ່າວມານີ້ແລ ພິກຂຸຊື່ວ່າເປັນຜູ້ເຖິງພ້ອມດ້ວຍສີລ ນີ້ແລ ຄືສີລນັ້ນ.
ພຣາມນ໌! ຢ່າງໃດ ພິກຂຸຊື່ວ່າເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ?
ພຣາມນ໌! ພິກຂຸໃນທັມວິນັຍນີ້ ເຫັນຣູປດ້ວຍຈັກຂຸແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມຈັກຂຸນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາຈັກຂຸນທຣິຍ໌ ຊື່ວ່າສັງຣວມໃນຈັກຂຸນທຣິຍ໌.
ຟັງສຽງດ້ວຍໂສຕະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມໂສຕິນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາໂສຕິນທຣິຍ໌ ຊື່ວ່າສັງຣວມໃນໂສຕິນທຣິຍ໌.
ດົມກິ່ນດ້ວຍຄານະແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມຄານິນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາຄານິນທຣິຍ໌ ຊື່ວ່າສັງຣວມໃນຄານິນທຣິຍ໌.
ຊີມຣົສດ້ວຍຊິວຫາແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມຊິວຫິນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາຊິວຫິນທຣິຍ໌ ຊື່ວ່າສັງຣວມໃນຊິວຫິນທຣິຍ໌.
ຖືກຕ້ອງໂຜຕຖັພພະດ້ວຍກາຍແລ້ວ ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມກາຍິນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາກາຍິນທຣິຍ໌ ຊື່ວ່າສັງຣວມໃນກາຍິນທຣິຍ໌.
ຮູ້ແຈ້ງທັມມ໌ດ້ວຍໃຈແລ້ວ(ມະນະສາ ທັມມັງ ວິນຍາຍະ) ບໍ່ຖືເອົາໂດຍນິມິຕ ບໍ່ຖືເອົາໂດຍອະນຸພະຍັນຊະນະ ເຂົາຍ່ອມປະຕິບັຕເພື່ອສັງຣວມມະນິນທຣິຍ໌ ທີ່ເມື່ອບໍ່ສັງຣວມແລ້ວ ຈະເປັນເຫຕໃຫ້ອະກຸສົລທັມອັນເປັນບາບຄືອະພິຊຊາແລະໂທມະນັສຄອບງຳໄດ້ ຊື່ວ່າຮັກສາມະນິນທຣິຍ໌ ຊື່ວ່າສັງຣວມໃນມະນິນທຣິຍ໌.
ພຣາມນ໌! ດ້ວຍປະກາຣດັ່ງທີ່ກ່າວມານີ້ແລ ພິກຂຸຊື່ວ່າເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍ.
ພຣາມນ໌! ຢ່າງໃດ ພິກຂຸຊື່ວ່າເປັນຜູ້ປະກອບດ້ວຍສະຕິ ສັມປະຊັນຍະ?
ພຣາມນ໌! ພິກຂຸໃນທັມວິນັຍນີ້ ຍ່ອມທຳຄວາມຮູ້ສຶກຕົວໃນກາຣກ້າວໄປ ໃນກາຣຖອຍ ໃນກາຣແລ ໃນກາຣຫລຽວ ໃນກາຣຄູ້ເຂົ້າ ໃນກາຣຢຽດອອກ ໃນກາຣຊົງສັງຄາຕິ ບາຕ ແລະຈີວອຣ ໃນກາຣສັນ ກາຣດື່ມ ກາຣຄ້ຽວ ກາຣຊີມ ໃນກາຣຖ່າຍອຸຈຈາຣະ ກາຣຖ່າຍປັສສາວະ ຍ່ອມທຳຄວາມຮູ້ສຶກຕົວໃນກາຣເດີນ ກາຣຢືນ ກາຣນັ່ງ ກາຣນອນ ກາຣຫລັບ ກາຣຕື່ນ ກາຣເວົ້າ ກາຣນິ້ງ. ພຣາມນ໌ ດ້ວຍປະກາຣດັ່ງທີ່ກ່າວມານີ້ແລ ພິກຂຸຊື່ວ່າເປັນຜູ້ປະກອບດ້ວຍສະຕິສັມປະຊັນຍະ.
ພຣາມນ໌! ຢ່າງໃດ ພິກຂຸຊື່ວ່າເປັນຜູ້ສັນໂດດ?
ພຣາມນ໌! ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣເປັນເຄື່ອງບໍຣິຫາຣກາຍ ດ້ວຍບິນທະບາຕເປັນເຄື່ອງບໍຣິຫາຣທ້ອງ ເຂົາຈະໄປທາງທິສໃດໆ ກໍຖືໄປໄດ້ເອງ. ພຣາມນ໌ ນົກມີປີກຈະບິນໄປທາງທິສໃດໆ ກໍມີແຕ່ປີກຂອງຕົນເປັນພາຣະບິນໄປ ສັນໃດ; ພິກຂຸກໍສັນນັ້ນແລ ເປັນຜູ້ສັນໂດດດ້ວຍຈີວອຣເປັນເຄື່ອງບໍຣິຫາຣກາຍ ດ້ວຍບິນທະບາຕເປັນເຄື່ອງບໍຣິຫາຣທ້ອງ ເຂົາຈະໄປທາງທິສໃດໆ ກໍຖືໄປໄດ້ເອງ. ພຣາມນ໌ ດ້ວຍປະກາຣດັ່ງທີ່ກ່າວມານີ້ແລ ພິກຂຸຊື່ວ່າ ເປັນຜູ້ສັນໂດດ.








