ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ພຣາມນ໌! ປຽບເໝືອນບຸຣຸສມີຊັພຍ໌ ມີໂພຄະສົມບັຕທີ່ຈະເດີນທາງໄກກັນດາຣ ຫາອາຫາຣໄດ້ຍາກ ມີພັຍສະເພາະໜ້າ ສມັຍຕໍ່ມາ ເຂົາຍອ່ມຂ້າມພົ້ນທາງກັນດາຣນັ້ນໄດ້ ບັນລຸເຖິງໝູ່ບ້ານອັນກະເສມ ປອດພັຍໂດຍສວັສດີ ເຂົາຈະມີຄວາມຄິດຢ່າງນີ້ວ່າ ເມື່ອກ່ອນເຮົາມີຊັພຍ໌ ມີໂພຄະສົມບັຕເດີນທາງໄກກັນດາຣ ຫາອາຫາຣໄດ້ຍາກ ມີພັຍສະເພາະໜ້າ ບັດນີ້ ເຮົາຂ້າມພົ້ນທາງກັນດາຣນັ້ນໄດ້ ບັນລຸເຖິງໝູ່ບ້ານອັນກະເສມ ປອດພັຍໂດຍສວັສດີແລ້ວ ດັ່ງນີ້, ເຂົາຍ່ອມໄດ້ຄວາມປຣາໂມທຍ໌ ເຖິງຄວາມໂສມະນັສ ທີ່ມີພູມິສະຖານອັນກະເສມນັ້ນເປັນເຫຕ ສັນໃດ;

ພຣາມນ໌! ພິກຂຸພິຈາຣະນາເຫັນນິວອຣນ໌ ໕ ປະກາຣເຫລົ່ານີ້ທີ່ຍັງລະບໍ່ໄດ້ໃນຕົນ ເໝືອນໜີ້ ເໝືອນໂຣຄ ເໝືອນຄຸກ ເໝືອນຄວາມເປັນທາສ ເໝືອນທາງໄກກັນດາຣ ແລະເຂົາພິຈາຣະນາເຫັນນິວອຣນ໌ ໕ ປະກາຣເຫລົ່ານີ້ທີ່ລະໄດ້ແລ້ວໃນຕົນ ເໝືອນຄວາມບໍ່ມີໜີ້ ເໝືອນຄວາມບໍ່ມີໂຣຄ ເໝືອນກາຣພົ້ນຈາກຄຸກ ເໝືອນຄວາມເປັນອິສສະຣະແກ່ຕົນ ເໝືອນພູມິສະຖານອັນກະເສມ ສັນນັ້ນແລ.

ເມື່ອເຂົາພິຈາຣະນາເຫັນນິວອຣນ໌ ໕ ເຫລົ່ານີ້ທີ່ລະໄດ້ແລ້ວໃນຕົນ ຍ່ອມເກີດປຣາໂມທຍ໌ ເມື່ອເກີດປຣາໂມທຍ໌ແລ້ວ ຍ່ອມເກີດປີຕິ ເມື່ອໃຈມີປີຕິ ກາຍຍ່ອມສງົບ ເຂົາມີກາຍສງົບແລ້ວ ຍ່ອມໄດ້ສເວີຍສຸຂ ເມື່ອມີສຸຂ ຈິຕຍ່ອມຕັ້ງໝັ້ນ. ເຂົາສງັດຈາກກາມທັງຫລາຍ ສງັດຈາກອະກຸສົລທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກ ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ວິເວກຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ. ພຣາມນ໌ ປຽບເໝືອນພະນັກງານສົງສນານຫລືລູກນ້ອງຂອງພະນັກງານສົງສນານຜູ້ສລາດ ໃສ່ຈຸນສີໂຕລົງໃນພາຊະນະສຳຣິດ ແລ້ວພຣົມດ້ວຍນ້ຳ ໝັກໄວ້ ເຖິງເວລາຕອນແລງ ກ້ອນຈຸນສີໂຕເຊິ່ງຢ່າງຊຶມໄປຈັບຕິດກັນທົ່ວທັງໝົດ ຍ່ອມບໍ່ກະແຈກກະຈາຍອອກ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ວິເວກ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ວິເວກຈະບໍ່ຖືກຕ້ອງ.

ພຣາມນ໌! ອີກປະກາຣໜຶ່ງ ພິກຂຸບັນລຸທຸຕິຍະຊານ ມີຄວາມຜ່ອງໃສແຫ່ງຈິຕໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ເພາະວິຕົກ ວິຈາຣສງົບໄປ ບໍ່ມີວິຕົກ ບໍ່ມີວິຈາຣ ມີປີຕິແລະສຸຂອັນເກີດແຕ່ສະມາທິຢູ່ ເຂົາກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ. ພຣາມນ໌ ປຽບເໝືອນວັງນ້ຳເລິກມີນ້ຳປັ່ນປ່ວນ ບໍ່ມີທາງທີ່ນ້ຳຈະໄຫລມາໄດ້ ທັງໃນດ້ານຕາເວັນອອກ ດ້ານໃຕ້ ດ້ານຕາເວັນຕົກ ດ້ານເໜືອ ທັງຝົນກໍບໍ່ຕົກເພີ່ມຕາມລະດູກາລ ແຕ່ສາຍນ້ຳເຢັນພຸຂຶ້ນຈາກວັງນ້ຳນັ້ນແລ້ວ ຍ່ອມກະທຳວັງນ້ຳນັ້ນແລໃຫ້ຊຸ່ມຊື່ນເອີບອາບຊາບຊຶມດ້ວຍນ້ຳເຢັນ ບໍ່ມີເອກະເທສໃດໆແຫ່ງວັງນ້ຳນັ້ນທັງໝົດ ທີ່ນ້ຳເຢັນຈະບໍ່ຖືກຕ້ອງ ສັນໃດ; ພຣາມນ໌ ພິກຂຸກໍສັນນັ້ນແລ ຍ່ອມກະທຳກາຍນີ້ແລ ໃຫ້ຊຸ່ມຊື່ນເອີບອາບຊາບຊ່ານດ້ວຍປີຕິແລະສຸຂອັນເກີດແຕ່ສະມາທິ ບໍ່ມີເອກະເທສໃດໆແຫ່ງກາຍຂອງເຂົາທົ່ວທັງໂຕ ທີ່ປີຕິແລະສຸຂອັນເກີດແຕ່ສະມາທິຈະບໍ່ຖືກຕ້ອງ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ