ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ເຂົ້າໄປຫາພະເວສີອຸປາສົກແລ້ວກ່າວວ່າ ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຂໍພະເວສີຜູ້ເປັນນາຍຈົ່ງຈຳອຸປາສົກ ໕໐໐ ເຫລົ່ານີ້ວ່າ ເປັນຜູ້ກະທຳໃຫ້ບໍຣິບູນໃນສີລ.
ຄັ້ງນັ້ນ ພະເວສີອຸປາສົກໄດ້ຄິດວ່າ ກໍເຮົາເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນອຸປາສົກປະມານ ໕໐໐ ຄົນເຫລົ່ານີ້ ເຮົາເປັນຜູ້ກະທຳໃຫ້ບໍຣິບູນໃນສີລ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ ກໍກະທຳໃຫ້ບໍຣິບູນໃນສີລ ຕ່າງຄົນຕ່າງກໍເທົ່າໆກັນ ບໍ່ໄດ້ຍິ່ງໄປກວ່າກັນ ເພາະສະນັ້ນ ເຮົາຄວນປະຕິບັຕໃຫ້ຍິ່ງກວ່າ. ຄັ້ງນັ້ນ ພະເວສີອຸປາສົກໄດ້ເຂົ້າໄປຫາອຸປາສົກປະມານ ໕໐໐ ເຫລົ່ານັ້ນ ແລ້ວໄດ້ກ່າວວ່າ:
ທ່ານຜູ້ມີອາຍຸທັງຫລາຍ! ຕັ້ງແຕ່ວັນນີ້ໄປ ຂໍທ່ານທັງຫລາຍຈົ່ງຈຳເຮົາໄວ້ວ່າ ເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ.
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ຄິດວ່າ ພະເວສີອຸປາສົກຜູ້ເປັນນາຍ ເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນເຮົາທັງຫລາຍ ກໍພະເວສີອຸປາສົກຜູ້ເປັນນາຍຈັກເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ ເຫຕໃດເຮົາທັງຫລາຍຈະເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານບໍ່ໄດ້ໜໍ?
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ເຂົ້າໄປຫາພະເວສີອຸປາສົກແລ້ວກ່າວວ່າ ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຂໍພະເວສີຜູ້ເປັນນາຍຈົ່ງຈຳອຸປາສົກ ໕໐໐ ເຫລົ່ານີ້ວ່າ ເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ.
ຄັ້ງນັ້ນ ພະເວສີອຸປາສົກໄດ້ຄິດວ່າ ກໍເຮົາເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນອຸປາສົກປະມານ ໕໐໐ ຄົນເຫລົ່ານີ້ ເຮົາເປັນຜູ້ກະທຳໃຫ້ບໍຣິບູນໃນສີລ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ກໍກະທຳໃຫ້ບໍຣິບູນໃນສີລ, ເຮົາເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ກໍເປັນຜູ້ປະພຶຕພຣົມມະຈັນຍ໌ ປະພຶຕຫ່າງໄກຈາກເມຖຸນອັນເປັນທັມຂອງຊາວບ້ານ ຕ່າງຄົນຕ່າງກໍເທົ່າໆກັນ ບໍ່ໄດ້ຍິ່ງໄປກວ່າກັນ ເພາະສະນັ້ນ ເຮົາຄວນປະຕິບັຕໃຫ້ຍິ່ງກວ່າ. ຄັ້ງນັ້ນ ພະເວສີອຸປາສົກໄດ້ເຂົ້າໄປຫາອຸປາສົກປະມານ ໕໐໐ ເຫລົ່ານັ້ນ ແລ້ວໄດ້ກ່າວວ່າ:
ທ່ານຜູ້ມີອາຍຸທັງຫລາຍ! ຕັ້ງແຕ່ວັນນີ້ໄປ ຂໍທ່ານທັງຫລາຍຈົ່ງຈຳເຮົາໄວ້ວ່າ ເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລ.
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ຄິດວ່າ ພະເວສີອຸປາສົກຜູ້ເປັນນາຍ ເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນເຮົາທັງຫລາຍ ກໍພະເວສີອຸປາສົກຜູ້ເປັນນາຍຈັກເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລ ເຫຕໃດເຮົາທັງຫລາຍຈະເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລບໍ່ໄດ້ໜໍ?
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ເຂົ້າໄປຫາພະເວສີອຸປາສົກແລ້ວກ່າວວ່າ ຕັ້ງແຕ່ວັນນີ້ເປັນຕົ້ນໄປ ຂໍພະເວສີຜູ້ເປັນນາຍຈົ່ງຈຳອຸປາສົກ ໕໐໐ ເຫລົ່ານີ້ວ່າເປັນຜູ້ບໍຣິໂພຄອາຫາຣຄັ້ງດຽວ ເວັ້ນຈາກກາຣບໍຣິໂພຄໃນຣາຕຣີ ງົດເວັ້ນຈາກກາຣບໍຣິໂພຄອາຫາຣໃນເວລາວິກາລ.








