ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ພະຍາກອນວ່າ ຈັກມີຈັນທະຄາສ ຈັກມີສຸຣິຍະຄາສ ຈັກມີນັກຂັຕຕະຄາສ ດວງຈັນທ໌ດວງອາທິຕຈັກເດີນຖືກທາງ ດວງຈັນທ໌ດວງອາທິຕຈັກເດີນຜິດທາງ ດາວນັກຂັຕຕະຈັກເດີນຖືກທາງ ດາວນັກຂັຕຕະຈັກເດີນຜິດທາງ ຈັກມີອຸກກາບາຕ ຈັກມີດາວຫາງ ຈັກມີແຜ່ນດິນໄຫວ ຈັກມີຟ້າຮ້ອງ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຈັກຂຶ້ນ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຈັກຕົກ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຈັກມົວ ໝອງ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຈັກກະຈ່າງ ຈັນທະຄາສຈັກມີຜົລເປັນຢ່າງນີ້ ສຸຣິຍະຄາສຈັກມີຜົລເປັນຢ່າງນີ້ ນັກຂັຕຕະຄາສຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕເດີນຖືກທາງຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕເດີນຜິດທາງຈັກມີຜົລເປັນຢ່າງນີ້ ດາວນັກຂັຕຕະເດີນຖືກທາງຈັກມີຜົລເປັນຢ່າງນີ້ ດາວນັກຂັຕຕະເດີນຜິດທາງຈັກມີຜົລເປັນຢ່າງນີ້ ມີອຸກກາບາຕຈັກມີຜົລເປັນຢ່າງນີ້ ມີດາວຫາງຈັກມີຜົລເປັນຢ່າງນີ້ ແຜ່ນດິນໄຫວຈັກມີຜົລເປັນຢ່າງນີ້ ຟ້າຮ້ອງຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຂຶ້ນຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະຕົກຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະມົວໝອງຈັກມີຜົລເປັນຢ່າງນີ້ ດວງຈັນທ໌ດວງອາທິຕແລະດາວນັກຂັຕຕະກະຈ່າງຈັກມີຜົລເປັນຢ່າງນີ້ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ພະຍາກອນວ່າ ຈັກມີຝົນດີ ຈັກມີຝົນແລ້ງ ຈັກມີພິກສາຫາໄດ້ງ່າຍ ຈັກມີພິກສາຫາໄດ້ຍາກ ຈັກມີຄວາມກະເສມ ຈັກມີພັຍ ຈັກເກີດໂຣຄ ຈັກມີຄວາມສຳຣານຫາໂຣຄບໍ່ໄດ້ ຫລືນັບຄະແນນ ຄຳນວນ ນັບປະມວນ ແຕ່ງກາພຍ໌ໂລກາຍະຕະສາສຕຣ໌ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ໃຫ້ເຣີກອາວາຫະມຸງຄຸລ ໃຫ້ເຣີກວິວາຫະມຸງຄຸລ ດູເຣີກຮຽງໝອນ ດູເຣີກຢ່າຮ້າງ ດູເຣີກເກັບຊັພຍ໌ ດູເຣີກຈ່າຍຊັພຍ໌ ດູໂຊກດີ ດູເຄາະຮ້າຍ ໃຫ້ຢາຜະດຸງຄັນພ໌ ຮ່າຍມົນຕ໌ໃຫ້ລິ້ນກະດ້າງ ຮ່າຍມົນຕ໌ໃຫ້ຄາງແຂັງ ຮ່າຍມົນຕ໌ໃຫ້ມືສັ່ນ ຮ່າຍມົນຕ໌ບໍ່ໃຫ້ຫູໄດ້ຍິນສຽງ ເປັນໝໍຊົງແວ່ນ ເປັນໝໍຊົງຍິງສາວ ເປັນໝໍຊົງເຈົ້າ ບວງສວງພຣະອາທິຕ ບວງສວງທ້າວມະຫາພຣົມ ຮ່າຍມົນຕ໌ ພົ່ນໄຟ ທຳພິທີເຊີນຂວັນ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງລ້ຽງຊີພໂດຍທາງຜິດດ້ວຍຕິຣັຈສານວິຊຊາເຫັນປານນີ້ຄື ທຳພິທີບົນບານ ທຳພິທີແກ້ບົນ ຮ່າຍມົນຕ໌ຂັບຜີ ສອນມົນຕ໌ປ້ອງກັນບ້ານເຮືອນ ທຳກະເທີຍໃຫ້ກັບເປັນຊາຍ ທຳຊາຍໃຫ້ກາຍເປັນກະເທີຍ ທຳພິທີປຸກເຮືອນ ທຳພິທີບວງສວງພື້ນທີ່ ພົ່ນນ້ຳມົນຕ໌ ຣົດນ້ຳມົນຕ໌ ທຳພິທີບູຊາໄຟ ປຸງຢາສຳຣອກ ປຸງຢາຖ່າຍ ປຸງຢາຖ່າຍໂທສເບື້ອງເທິງ ປຸງຢາຖ່າຍໂທສເບື້ອງລຸ່ມ ປຸງຢາແກ້ປວດຫົວ ຫຸງນ້ຳມັນຢອດຫູ ປຸງຢາຕາ ປຸງຢານັຕຖ໌ ປຸງຢາທາກັດ ປຸງຢາທາສະໝານ ປ້າຍຢາຕາ ທຳກາຣຜ່າຕັດ ຮັກສາເດັກ ໃສ່ຢາຊະແຜ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.








