ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ພຣາມນ໌! ພຣະຕະຖາຄົຕສະເດັຈອຸບັຕຂຶ້ນໃນໂລກນີ້ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພຣະຕະຖາຄົຕນັ້ນຊົງທຳໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃຫ້ແຈ້ງຊັດດ້ວຍພຣະປັນຍາອັນຍິ່ງຂອງພຣະອົງຄ໌ເອງແລ້ວ ຊົງສອນໝູ່ສັຕພ້ອມທັງສະມະນະ ພຣາມນ໌ ເທວະດາ ແລະມະນຸສໃຫ້ຮູ້ຕາມ ຊົງສະແດງທັມງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີ່ສຸດ ຊົງປະກາສ ພຣົມມະຈັນຍ໌ ພ້ອມທັງອັຕຖະ ພ້ອມທັງພະຍັນຊະນະ ບໍຣິສຸທ ບໍຣິບູນສິ້ນເຊິງ, ຄະຫະບໍດີ ບຸຕຂອງຄະຫະບໍດີ ຫລືຜູ້ເກີດສະເພາະໃນຕະກຸນໃດຕະກຸນໜຶ່ງຍ່ອມຟັງທັມນັ້ນ ຄັນຟັງແລ້ວ ໄດ້ສັທທາໃນພຣະຕະຖາຄົຕ ເມື່ອໄດ້ສັທທາແລ້ວ ຍ່ອມເຫັນວ່າ ຄະຣາວາສຄັບແຄບ ເປັນທາງມາແຫ່ງທຸລີ ບັນພະຊາເປັນທາງປອດໂປ່ງ ກາຣທີ່ບຸຄຄົລຜູ້ຄອງເຮືອນຈະປະພຶຕພຣົມມະຈັນຍ໌ໃຫ້ບໍຣິສຸທ ບໍຣິບູນໂດຍສ່ວນດຽວເໝືອນສັງຂ໌ທີ່ຂັດດີແລ້ວ ບໍ່ກະທຳໄດ້ໂດຍງ່າຍ ຖ້າເຊັ່ນນັ້ນ ເຮົາຄວນປົງຜົມແລະໜວດ ນຸ່ງຫົ່ມຜ້າກາສາວະພັສອອກບວຊເປັນບັນພະຊິຕ ສມັຍຕໍ່ມາ ເຂົາລະກອງໂພຄະສົມບັຕນ້ອຍໃຫຍ່ ລະເຄືອຍາຕນ້ອຍໃຫຍ່ ປົງຜົມແລະໜວດ ນຸ່ງຫົ່ມຜ້າກາສາວະພັສອອກບວຊເປັນບັນພະຊິຕ ເມື່ອບວຊແລ້ວ ສັງຣວມຣະວັງໃນປາຕິໂມກຂ໌ຢູ່ ເຖິງພ້ອມດ້ວຍມະຣະຍາທແລະໂຄຈອຣ ມີປົກກະຕິເຫັນພັຍໃນໂທສແມ່ນພຽງເລັກນ້ອຍ ສະມາທານສຶກສາຢູ່ໃນສິກຂາບົທທັງຫລາຍ ປະກອບດ້ວຍກາຍກັມ ວະຈີກັມທີ່ເປັນກຸສົລ ມີອາຊີພບໍຣິສຸທ ເຖິງພ້ອມດ້ວຍສີລ ຄຸ້ມຄອງທະວາຣໃນອິນຊີທັງຫລາຍ ປະກອບດ້ວຍສະຕິສັມປະຊັນຍະ ເປັນຜູ້ສັນໂດດ.
ພຣາມນ໌! ຢ່າງໃດ ພິກຂຸຈຶ່ງຊື່ວ່າເປັນຜູ້ເຖິງພ້ອມດ້ວຍສີລ?
ພຣາມນ໌! ພິກຂຸໃນທັມວິນັຍນີ້ ລະກາຣຂ້າສັຕ ເວັ້ນຂາດຈາກກາຣຂ້າສັຕ ວາງທ່ອນໄມ້ ວາງສັສຕຣາ ມີຄວາມລະອາຍ ມີຄວາມເອັນດູ ມີຄວາມກະຣຸນາ ຫວັງປະໂຍຊນ໌ເກື້ອກູນແກ່ສັຕທັງປວງຢູ່ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະກາຣລັກຊັພຍ໌ ເວັ້ນຂາດຈາກກາຣລັກຊັພຍ໌ ຮັບແຕ່ຂອງທີ່ເຂົາໃຫ້ ຫວັງແຕ່ຂອງທີ່ເຂົາໃຫ້ ບໍ່ປະພຶຕຕົນເປັນຂະໂມຍ ເປັນຜູ້ສະອາດຢູ່ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະກັມອັນເປັນຂ້າເສິກແກ່ພຣົມມະຈັນຍ໌ ປະພຶຕຫ່າງໄກ ເວັ້ນຂາດຈາກເມຖຸນອັນເປັນທັມຂອງຊາວບ້ານ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະກາຣເວົ້າຕົວະ ເວັ້ນຂາດຈາກກາຣເວົ້າຕົວະ ເວົ້າແຕ່ຄຳຈິງ ດຳຣົງຄຳສັຈ ມີຖ້ອຍຄຳເປັນຫລັກຖານຄວນເຊື່ອໄດ້ ບໍ່ເວົ້າລວງໂລກ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະຄຳສຽດສີ ເວັ້ນຂາດຈາກຄຳສຽດສີ ຟັງຈາກຂ້າງນີ້ແລ້ວບໍ່ໄປບອກຂ້າງນັ້ນ ເພື່ອໃຫ້ຄົນໝູ່ນີ້ແຕກລ້າວກັນ ຫລືຟັງຈາກຂ້າງນັ້ນແລ້ວບໍ່ມາບອກຂ້າງນີ້ ເພື່ອໃຫ້ຄົນໝູ່ນັ້ນແຕກລ້າວກັນ ສະໝານຄົນທີ່ແຕກລ້າວກັນແລ້ວແດ່ ສົ່ງເສີມຄົນທີ່ພ້ອມພຽງກັນແລ້ວແດ່ ຊອບຄົນຜູ້ພ້ອມພຽງກັນ ຍິນດີໃນຄົນຜູ້ພ້ອມພຽງກັນ ເພີດເພີນໃນຄົນຜູ້ພ້ອມພຽງກັນ ກ່າວແຕ່ຄຳທີ່ກະທຳໃຫ້ພ້ອມພຽງກັນ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະຄຳຫຍາບ ເວັ້ນຂາດຈາກຄຳຫຍາບ ກ່າວແຕ່ຄຳທີ່ບໍ່ມີໂທສ ມ່ວນຫູ ຊວນໃຫ້ຮັກ ຈັບໃຈ ເປັນຂອງຊາວເມືອງ ຄົນສ່ວນໃຫຍ່ຮັກໃຄ່ພໍໃຈ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາລະຄຳສັມຜັປປລາປະ ເວັ້ນຂາດຈາກຄຳສັມຜັປປລາປາ(ສັມຜັປປລາປັງ ປະຫາຍະ ສັມຜັປປລາປາ ປະຕິວິຣະໂຕ) ເວົ້າຖືກກາລ ເວົ້າແຕ່ຄຳທີ່ເປັນຈິງ ເວົ້າອີງອັຕຖະ ເວົ້າອີງທັມ ເວົ້າອີງວິນັຍ ເວົ້າແຕ່ຄຳທີ່ມີຫລັກຖານ ມີທີ່ອ້າງ ມີທີ່ກຳນົດ ປະກອບດ້ວຍປະໂຍຊນ໌ ໂດຍກາລອັນສົມຄວນ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ເຂົາເວັ້ນຂາດຈາກກາຣພາກພືຊຄາມແລະພູຕະຄາມ.
ເຂົາສັນຄັ້ງດຽວ ງົດກາຣສັນໃນຣາຕຣີ ເວັ້ນຈາກກາຣສັນໃນເວລາວິກາລ.
ເຂົາເວັ້ນຂາດຈາກກາຣຟ້ອນລຳ ຂັບຮ້ອງ ປະໂຄມດົນຕຣີ ແລະເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ.








