ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ສມັຍນັ້ນ ອັງຄະກະມານົພ ຫລານຂອງພຣາມນ໌ໂສນະທັນດະນັ່ງຢູ່ໃນບໍຣິສັທນັ້ນດ້ວຍ ພຣາມນ໌ໂສນະທັນດະໄດ້ກ່າວກັບພຣາມນ໌ເຫລົ່ານັ້ນວ່າ ທ່ານທັງຫລາຍ ນີ້ອັງຄະກະມານົພ ຫລານຂອງຂ້າພະເຈົ້າ ພວກທ່ານເຫັນຫລືບໍ່? ພຣາມນ໌ເຫລົ່ານັ້ນຕອບວ່າ ເຫັນແລ້ວທ່ານ. ພຣາມນ໌ໂສນະທັນດະກ່າວຕໍ່ໄປວ່າ ອັງຄະກະມານົພເປັນຄົນມີຮູບງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນຜຸດຜ່ອງຢ່າງຍິ່ງ ມີວັນນະຄ້າຍພຣົມ ມີຮູບຮ່າງຄ້າຍພຣົມ ໜ້າເບິ່ງໜ້າຊົມບໍ່ນ້ອຍ ໃນບໍຣິສັທນີ້ຍົກເວັ້ນພຣະໂຄຕະມະ ບໍ່ມີໃຜມີວັນນະສະເໝີອັງຄະກະມານົພເລີຍ ອັງຄະກະມານົພເປັນຜູ້ເລົ່າຮຽນ ຊົງຈຳມົນຕ໌ ຮູ້ຈົບໄຕຣເພທ ພ້ອມທັງຄັມພີຣ໌ນິຄັນທຸ ຄັມພີຣ໌ເກຕຸພະ ພ້ອມທັງປະເພດອັກສອຣມີຄັມພີຣ໌ອິຕິຫາສເປັນທີ ໕ ເປັນຜູ້ເຂົ້າໃຈຕົວບົທ ເປັນຜູ້ເຂົ້າໃຈໄວຍາກອນ ຊຳນານໃນຄັມພີຣ໌ໂລກາຍະຕະ ແລະມະຫາປຸຣິສະລັກສະນະ ຂ້າພະເຈົ້າເປັນຜູ້ບອກມົນຕ໌ແກ່ເຂົາ. ເຂົາເປັນອຸພະໂຕສຸຊາຕທັງຝ່າຍມາຣດາແລະບິດາ ມີຄັນພ໌ເປັນທີ່ຖືປະຕິສົນທິບໍຣິສຸທຕລອດ ໗ ຊົ່ວບັນພະບຸຣຸສ ບໍ່ມີໃຜຈະຄັດຄ້ານຕິຕຽນໄດ້ດ້ວຍອ້າງເຖິງຊາຕ ຂ້າພະເຈົ້າຮູ້ຈັກມາຣດາບິດາຂອງເຂົາ ເຖິງຢ່າງນັ້ນ ອັງຄະກະມານົພກໍຍັງຂ້າສັຕແດ່ ຖືເອົາສິ່ງຂອງທີ່ເຂົາບໍ່ໄດ້ໃຫ້ແດ່ ຄົບຫາພະຣິຍາຂອງບຸຄຄົລອື່ນແດ່ ກ່າວຕົວະແດ່ ດື່ມນ້ຳເມົາແດ່, ໃນເວລານີ້ ໃນຖານະເຊັ່ນນີ້ ວັນນະຈັກກະທຳອັນໃດໄດ້ ມົນຕ໌ຈັກກະທຳອັນໃດໄດ້ ແລະຊາຕຈັກກະທຳອັນໃດໄດ້. ດ້ວຍເຫຕວ່າບຸຄຄົລຜູ້ເປັນພຣາມນ໌ ເປັນຜູ້ມີສີລ ມີສີລຢັ້ງຢືນ ປະກອບດ້ວຍສີລຢັ້ງຢືນ ແລະເປັນບັນດິຕ ມີປັນຍາເປັນທີ ໑ ຫລືທີ ໒ ຂອງພວກປະຕິຄາຫົກຜູ້ຮັບບູຊາດ້ວຍກັນ. ບຸຄຄົລຜູ້ປະກອບດ້ວຍອົງຄ໌ ໒ ປະກາຣເຫລົ່ານີ້ແລ ພວກພຣາມນ໌ຈະບັນຍັຕວ່າເປັນພຣາມນ໌ກໍໄດ້ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຈະກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພຣາມນ໌! ບັນດາອົງຄ໌ທັງ ໒ ເຫລົ່ານີ້ ຍົກເສຍອົງຄ໌ໜຶ່ງແລ້ວ ບຸຄຄົລປະກອບດ້ວຍອົງຄ໌ພຽງອົງຄ໌ດຽວ ສາມາດບັນຍັຕວ່າເປັນພຣາມນ໌ໄດ້ຫລືບໍ່ ແລະເມື່ອເຂົາຈະກ່າວວ່າເຮົາເປັນພຣາມນ໌ ກໍຍ່ອມກ່າວໄດ້ໂດຍຊອບ ທັງບໍ່ຕ້ອງເຖິງມຸສາວາທດ້ວຍ?

ພຣາມນ໌ໂສນະທັນດະໄດ້ທູລວ່າ ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ ຂໍ້ນີ້ບໍ່ໄດ້ ເພາະວ່າ ສີລຍ່ອມຊຳຣະປັນຍາໃຫ້ບໍຣິສຸທ

ປັນຍາຍ່ອມຊຳຣະສີລໃຫ້ບໍຣິສຸທ,

ສີລມີໃນບຸຄຄົລໃດ

ປັນຍາກໍມີໃນບຸຄຄົລນັ້ນ

ປັນຍາມີໃນບຸຄຄົລໃດ

ສີລກໍມີໃນບຸຄຄົລນັ້ນ,

ປັນຍາເປັນຂອງບຸຄຄົລຜູ້ມີສີລ

ສີລເປັນຂອງບຸຄຄົລຜູ້ມີປັນຍາ,

ບັນດິຕຍ່ອມກ່າວສີລກັບປັນຍາວ່າ ເປັນຍອດໃນໂລກ ເໝືອນບຸຄຄົລລ້າງມືດ້ວຍມື ຫລືລ້າງເທົ້າດ້ວຍເທົ້າ ສັນນັ້ນ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພຣາມນ໌! ຂໍ້ນີ້ເປັນຢ່າງນັ້ນ ຂໍ້ນີ້ເປັນຢ່າງນັ້ນ

ສີລຍ່ອມຊຳຣະປັນຍາໃຫ້ບໍຣິສຸທ

ປັນຍາຍ່ອມຊຳຣະສີລໃຫ້ບໍຣິສຸທ,

ສີລມີໃນບຸຄຄົລໃດ

ປັນຍາກໍມີໃນບຸຄຄົລນັ້ນ

ປັນຍາມີໃນບຸຄຄົລໃດ

ສີລກໍມີໃນບຸຄຄົລນັ້ນ,

ປັນຍາເປັນຂອງບຸຄຄົລຜູ້ມີສີລ

ສີລເປັນຂອງບຸຄຄົລຜູ້ມີປັນຍາ,

ບັນດິຕຍ່ອມກ່າວສີລກັບປັນຍາວ່າ ເປັນຍອດໃນໂລກ ເໝືອນບຸຄຄົລລ້າງມືດ້ວຍມື ຫລືລ້າງເທົ້າດ້ວຍເທົ້າ ສັນນັ້ນ.

ພຣາມນ໌! ສີລນັ້ນເປັນຢ່າງໃດ ປັນຍານັ້ນເປັນຢ່າງໃດ?

ພຣາມນ໌ໂສນະທັນດະທູລວ່າ ຂ້າແຕ່ພຣະໂຄຕະມະຜູ້ຈະເຣີນ ພວກຂ້ານ້ອຍມີຄວາມຮູ້ເທົ່ານີ້ເອງ ເມື່ອເນື້ອຄວາມມີເຊັ່ນໃດ ຂໍເນື້ອຄວາມແຫ່ງພາສິຕນີ້ ຈົ່ງແຈ່ມແຈ້ງກັບພຣະໂຄຕະມະຜູ້ຈະເຣີນເອງເຖີດ.

ພຣາມນ໌! ຖ້າຢ່າງນັ້ນ ທ່ານຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີ ເຮົາຈັກກ່າວ.

ພຣາມນ໌ໂສນະທັນດະຮັບສະໜອງພຣະພຸທທະດຳຣັສແລ້ວ ພຣະຜູ້ມີພຣະພາຄໄດ້ຕຣັສກັບພຣາມນ໌ໂສນະທັນດະວ່າ:

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ