ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ເຂົາເວັ້ນຂາດຈາກກາຣປະດັບຕົບແຕ່ງຮ່າງກາຍດ້ວຍດອກໄມ້ຂອງຫອມ ແລະເຄື່ອງລູບທາ ອັນເປັນຖານແຫ່ງກາຣແຕ່ງໂຕ.
ເຂົາເວັ້ນຂາດຈາກທີ່ນອນອັນສູງໃຫຍ່.
ເຂົາເວັ້ນຂາດຈາກກາຣຮັບເງິນແລະຄຳ.
ເຂົາເວັ້ນຂາດຈາກກາຣຮັບທັນຍາຫາຣດິບ.
ເຂົາເວັ້ນຂາດຈາກກາຣຮັບເນື້ອດິບ.
ເຂົາເວັ້ນຂາດຈາກກາຣຮັບສະຕຣີແລະກຸມາຣີ.
ເຂົາເວັ້ນຂາດຈາກກາຣຮັບທາສີແລະທາສ.
ເຂົາເວັ້ນຂາດຈາກກາຣຮັບແບ້ແລະແກະ.
ເຂົາເວັ້ນຂາດຈາກກາຣຮັບໄກ່ແລະໝູ.
ເຂົາເວັ້ນຂາດຈາກກາຣຮັບຊ້າງ ງົວ ມ້າ ແລະລາ.
ເຂົາເວັ້ນຂາດຈາກກາຣຮັບໄຮ່ນາແລະທີ່ດິນ.
ເຂົາເວັ້ນຂາດຈາກກາຣປະກອບທູຕກັມແລະກາຣຮັບໃຊ້.
ເຂົາເວັ້ນຂາດຈາກກາຣຊື້ ກາຣຂາຍ.
ເຂົາເວັ້ນຂາດຈາກກາຣໂກງດ້ວຍຕາຊິງ ກາຣໂກງດ້ວຍຂອງປອມ ແລະກາຣໂກງດ້ວຍເຄື່ອງຕວງວັດ.
ເຂົາເວັ້ນຂາດຈາກກາຣຮັບສິນບົນ ກາຣລໍ້ລວງ ແລະກາຣຕະລົບຕະແລງ.
ເຂົາເວັ້ນຂາດຈາກກາຣຕັດ ກາຣຂ້າ ກາຣຈອງຈຳ ກາຣຕີຊິງ ກາຣປຸ້ນ ແລະກາຣຂົ່ມຂູ່ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣພາກພືຊຄາມແລະພູຕະຄາມ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງປະກອບກາຣພາກພືຊຄາມແລະພູຕະຄາມເຫັນປານນີ້ຄື ພືຊເກີດແຕ່ເຫງົ້າ ພືຊເກີດແຕ່ລຳຕົ້ນ ພືຊເກີດແຕ່ຜົລ ພືຊເກີດແຕ່ຍອດ ພືຊເກີດແຕ່ໄນ ເປັນທີ່ຄົບຫ້າ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣບໍຣິໂພຄຂອງທີ່ທຳກາຣສະສົມໄວ້ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງປະກອບກາຣບໍຣິໂພຄຂອງທີ່ທຳກາຣສະສົມໄວ້ເຫັນປານນີ້ຄື ສະສົມເຂົ້າ ສະສົມນ້ຳ ສະສົມຜ້າ ສະສົມຍານ ສະສົມທີ່ນອນ ສະສົມເຄື່ອງປະເທືອງຜິວ ສະສົມຂອງຫອມ ສະສົມອາມິສ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງຂົນຂວາຍເບິ່ງກາຣຫລິ້ນອັນເປັນຂ້າເສິກແກ່ກຸສົລເຫັນປານນີ້ຄື ກາຣຟ້ອນ ກາຣຂັບຮ້ອງ ກາຣປະໂຄມດົນຕຣີ ກາຣເລົ່ານິຍາຍ ກາຣຫລິ້ນຕົບມື ກາຣຫລິ້ນປຸກຜີ ກາຣຫລິ້ນຕີກອງ ສາກພາບບ້ານເມືອງທີ່ສວຍງາມ ກາຣຫລິ້ນຂອງຄົນຈັນທາລ ກາຣຫລິ້ນໄມ້ສູງ ກາຣຫລິ້ນໜ້າສົບ ຊົນຊ້າງ ຊົນມ້າ ຊົນຄວາຍ ຊົນງົວ ຊົນແບ້ ຊົນແກະ ຊົນໄກ່ ຣົບນົກກະທາ ລຳກະບີ່ກະບອງ ມວຍຊົກ ມວຍປ້ຳ ກາຣຣົບ ກາຣກວດພົລ ກາຣຈັດຂະບວນທັບ ກອງທັບ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.
ພິກຂຸເວັ້ນຂາດຈາກກາຣຂົນຂວາຍຫລິ້ນກາຣພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ເຊັ່ນຢ່າງທີ່ສະມະນະພຣາມນ໌ຜູ້ຈະເຣີນບາງພວກສັນໂພຊະນະທີ່ເຂົາໃຫ້ດ້ວຍສັທທາແລ້ວ ຍັງຂົນຂວາຍຫລິ້ນກາຣພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາທເຫັນປານນີ້ຄື ຫລິ້ນໝາກດາມແຖວລະແປດຕາ ແຖວລະສິບຕາ ຫລິ້ນໝາກເກັບ ຫລິ້ນວົງວຽນ(ປຣິຫາຣະປະຖັງ) ຫລິ້ນໝາກປິ່ນ ຫລິ້ນໂຍນບ້ວງ ຫລິ້ນໄມ້ຫຶ່ງ ຫລິ້ນກຳທາຍ ຫລິ້ນສະກາ ຫລິ້ນເປົ່າໃບໄມ້ ຫລິ້ນໄຖນ້ອຍໆ ຫລິ້ນຕີລັງກາ ຫລິ້ນກັງຫັນ ຫລິ້ນຕວງທວາຍ ຫລິ້ນຣົຖນ້ອຍໆ ຫລິ້ນທະນູນ້ອຍ ຫລິ້ນຂຽນທາຍກັນ ຫລິ້ນທາຍໃຈ ຫລິ້ນຮຽນແບບຄົນພິກາຣ ຂໍ້ນີ້ກໍເປັນສີລຂອງເຂົາປະກາຣໜຶ່ງ.








