ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ຈຶ່ງຈະເຣີນສັມມັປປະທານ ໔
130 ສີລຍ່ອມຊຳຣະປັນຍາໃຫ້ບໍຣິສຸທ
200 ບັນດິຕປາຖນາຄວາມສຸຂ ໓ ປະກາຣ ຈຶ່ງຮັກສາສີລ
204 ເປັນທັມມະດາທີ່ອະວິປປະຕິສາຣຍ່ອມເກີດຂຶ້ນແກ່ບຸຄຄົລຜູ້ມີສີລ ຜູ້ສົມບູນດ້ວຍສີລ
210 ສີລຍ່ອມຮູ້ໄດ້ດ້ວຍກາຣຢູ່ຮ່ວມກັນ...
218 You Can Get to Know a Person’s Ethics by Living with Them…
223 ສີລເປັນໜຶ່ງໃນທັມທີ່ເປັນເຫຕໃຫ້ສົມປາຖນາ
249 ຄວາມສຳຄັນຂອງກາຣສະມາທານສັທທາ ສະມາທານສີລ ສະມາທານສຸຕະ ສະມາທານຈາຄະ ສະມາທານປັນຍາ ໃນທັມວິນັຍທີ່ພຣະຕະຖາຄົຕປະກາສແລ້ວ
254 ສີລທີ່ເປັນກຸສົລມີອະວິປປະຕິສາຣເປັນຜົລ
ມີອະວິປປະຕິສາຣເປັນອານິສົງສ໌
261 ສີລທີ່ເປັນອະກຸສົລ
ສີລທີ່ເປັນກຸສົລ
285 Unskillful Behaviors
Skillful Behaviors
299 ສີລ ພຣົຕ ຊີວິຕ ພຣົມມະຈັນຍ໌
303 ຊານຸສະໂສນີພຣາມນ໌ທູລຖາມເຖິງພຣົມມະຈັນຍ໌
ທີ່ຂາດ ທະລຸ ດ່າງ ພ້ອຍ
312 ທຸສະສີລະສູຕ
316 ໂທສແຫ່ງສີລວິບັຕຂອງບຸຄຄົລຜູ້ທຸສີລ
ແລະອານິສົງສ໌ແຫ່ງສີລສົມບັຕຂອງບຸຄຄົລ
ຜູ້ເຖິງພ້ອມດ້ວຍສີລ
324 ຄວາມເປັນຜູ້ມີມິຕຊົ່ວເປັນອັນຕຣາຍຕໍ່ສີລ
ຄວາມເປັນຜູ້ມີມິຕດີເປັນອາຫາຣຂອງສີລ
331 ນັນທະນະເທວະບຸຕທູລຖາມພຣະຜູ້ມີພຣະພາຄ
334 ຈັນທະນະເທວະບຸຕທູລຖາມພຣະຜູ້ມີພຣະພາຄ
337 ອຸຄຄະຄະຫະບໍດີຊາວເມືອງເວສາລີ
ເປັນຜູ້ປະກອບດ້ວຍທັມທີ່ໜ້າອັຈສະຈັນຍ໌
ອັນບໍ່ເຄີຍມີມາ ໘ ປະກາຣ
346 ກິ່ນຫອມທວນລົມ
351 ຄຸນແຫ່ງກາຣສັນອາຫາຣຄັ້ງດຽວ
381 ຫລັກກາຣບໍຣິໂພຄອາຫາຣ
384 ເຫຕປັຈຈັຍທີ່ເຮັດໃຫ້ອາຍຸສັ້ນແລະອາຍຸຍືນ
387 ສີລເປັນໜຶ່ງໃນທັມທີ່ເປັນເຫຕໃຫ້ອາຍຸຍືນ
390 ພຣະເຈົ້າພິມພິສາຣກຣາບທູລພຣະຜູ້ມີພຣະພາຄ
ຂໍໃຫ້ພິກຂຸທັງຫລາຍປະຊຸມກັນໃນວັນ ໑໔ ຄ່ຳ,
໑໕ ຄ່ຳ ແລະ ໘ ຄ່ຳແຫ່ງປັກຂ໌
ບົທທັມທີ່ຄວນຊາບກ່ອນ
ສມັຍໜຶ່ງ ພຣະຜູ້ມີພຣະພາຄສະເດັຈຈາຣິກໄປໃນໂກສົລຊົນບົທ ພ້ອມດ້ວຍພິກຂຸສົງຄ໌ໝູ່ໃຫຍ່ ຂະນະທີ່ສະເດັຈໄປຕາມຫົນທາງໄກ ໄດ້ທອດພຣະເນຕເຫັນປ່າສາລະໃຫຍ່ໃນປະເທສແຫ່ງໜຶ່ງ ຈຶ່ງຊົງແວະລົງຈາກທາງ ສະເດັຈເຂົ້າໄປສູ່ປ່າສາລະນັ້ນ ຄັນສະເດັຈເຖິງແລ້ວຈຶ່ງຊົງກະທຳກາຣຍິ້ມໃຫ້ປາກົຕໃນທີ່ແຫ່ງໜຶ່ງ ຄັ້ງນັ້ນ ທ່ານພຣະອານົນທ໌ໄດ້ຄິດວ່າ ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ພຣະຜູ້ມີພຣະພາຄຊົງກະທຳກາຣຍິ້ມໃຫ້ປາກົຕ ພຣະຕະຖາຄົຕຍ່ອມບໍ່ຊົງກະທຳກາຣຍິ້ມໃຫ້ປາກົຕເມື່ອບໍ່ມີເຫຕ. ຄັ້ງນັ້ນ ທ່ານພຣະອານົນທ໌ຈຶ່ງໄດ້ທູລຖາມພຣະຜູ້ມີພຣະພາຄວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍເປັນເຫຕ ເປັນປັຈຈັຍໃຫ້ພຣະຜູ້ມີພຣະພາຄຊົງກະທຳກາຣຍິ້ມໃຫ້ປາກົຕ ພຣະຕະຖາຄົຕຍ່ອມບໍ່ຊົງກະທຳກາຣຍິ້ມໃຫ້ປາກົຕເມື່ອບໍ່ມີເຫຕ?
ອານົນທ໌! ເຣື່ອງເຄີຍມີມາແລ້ວ ຄືໃນປະເທສນີ້ເຄີຍເປັນເມືອງອຸດົມຮັ່ງມີ ກວ້າງຂວາງ ມີຊົນຈຳນວນຫລາຍ ມີມະນຸສໜາ ແໜ້ນ ກໍພຣະຜູ້ມີພຣະພາຄພຣະນາມວ່າ ກັສສະປະອະຣະຫັນຕະສັມມາສັມພຸທທະຊົງອາສັຍຢູ່ໃນພຣະນະຄອຣນີ້ ກໍອຸປາສົກນາມວ່າ ພະເວສີ ຂອງພຣະຜູ້ມີພຣະພາຄພຣະນາມວ່າ ກັສສະປະອະຣະຫັນຕະສັມມາສັມພຸທທະ ເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສີລ ແລະອຸປາສົກປະມານ ໕໐໐ ຄົນ ຜູ້ທີ່ພະເວສີອຸປາສົກຊີ້ແຈງ ຊັກຊວນ ກໍບໍ່ກະທຳໃຫ້ບໍຣິບູນໃນສີລ.
ຄັ້ງນັ້ນ ພະເວສີອຸປາສົກໄດ້ຄິດວ່າ ກໍເຮົາເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນອຸປາສົກປະມານ ໕໐໐ ຄົນເຫລົ່ານີ້ ແລະເຮົາກໍເປັນຜູ້ບໍ່ກະທຳໃຫ້ບໍຣິບູນໃນສີລ ແລະອຸປາສົກປະມານ ໕໐໐ ເຫລົ່ານີ້ ກໍບໍ່ກະທຳໃຫ້ບໍຣິບູນໃນສີລ ຕ່າງຄົນຕ່າງກໍເທົ່າໆກັນ ບໍ່ໄດ້ຍິ່ງໄປກວ່າກັນ ເພາະສະນັ້ນ ເຮົາຄວນປະຕິບັຕໃຫ້ຍິ່ງກວ່າ. ຄັ້ງນັ້ນ ພະເວສີອຸປາສົກໄດ້ເຂົ້າໄປຫາອຸປາສົກປະມານ ໕໐໐ ເຫລົ່ານັ້ນ ແລ້ວໄດ້ກ່າວວ່າ:
ທ່ານຜູ້ມີອາຍຸທັງຫລາຍ! ຕັ້ງແຕ່ວັນນີ້ໄປ ຂໍທ່ານທັງຫລາຍຈົ່ງຈຳເຮົາໄວ້ວ່າ ເປັນຜູ້ກະທຳໃຫ້ບໍຣິບູນໃນສີລ.
ຄັ້ງນັ້ນ ອຸປາສົກປະມານ ໕໐໐ ເຫລົ່ານັ້ນໄດ້ຄິດວ່າ ພະເວສີອຸປາສົກຜູ້ເປັນນາຍ ເປັນຜູ້ມີອຸປະກາຣະຫລາຍ ເປັນຫົວໜ້າ ຊັກຊວນເຮົາທັງຫລາຍ ກໍພະເວສີອຸປາສົກຜູ້ເປັນນາຍຈັກກະທຳໃຫ້ບໍຣິບູນໃນສີລ ເຫຕໃດເຮົາທັງຫລາຍຈະກະທຳສີລໃຫ້ບໍຣິບູນບໍ່ໄດ້ໜໍ?








