ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ບົທນຳ

ພິກຂຸທັງຫລາຍ ໃນດິຖີທີ ໘ ແຫ່ງປັກຂ໌ ເທວະດາຜູ້ເປັນບໍຣິວານຂອງທ້າວຈາຕຸມມະຫາຣາຊ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ ໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ (ອຸໂປສະຖັງ ອຸປະວະສັນຕິ) ປະຕິບັຕກະທໍາບຸນຍ໌ມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ໃນດິຖີທີ ໑໔ ແຫ່ງປັກຂ໌ ພວກໂອຣົສຂອງທ້າວຈາຕຸມມະຫາຣາຊ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ ໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ໃນວັນອຸໂປສົຖ ໑໕ ຄໍ່ານັ້ນ ທ້າວຈາຕຸມມະຫາຣາຊຍ່ອມທ່ຽວກວດເບິ່ງໂລກນີ້ດ້ວຍຕົນເອງວ່າ ໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີຢູ່ຫລາຍຫລືໜໍ.

ພິກຂຸທັງຫລາຍ ຖ້າໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີໜ້ອຍ ທ້າວຈາຕຸມມະຫາຣາຊຍ່ອມບອກເຖິງເຫຕທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງສ໌ທີ່ມາປະຊຸມກັນຢູ່ທີ່ສຸທັມມາສະພາວ່າ ທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອ ກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີໜ້ອຍ.

ພິກຂຸທັງຫລາຍ ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງສ໌ກໍພາກັນເສຍໃຈວ່າ ທ່ານຜູ້ຈະເຣີນທັງຫລາຍ ກາຍທິພຈັກເສື່ອມຫາຍ ອະສຸຣະກາຍຈັກເຕັມບໍຣິບູນ ດັ່ງນີ້.

ພິກຂຸທັງຫລາຍ ຖ້າໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີຢູ່ຫລາຍ ທ້າວຈາຕຸມມະຫາຣາຊຍ່ອມບອກເຖິງເຫຕທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງສ໌ທີ່ມາປະຊຸມກັນຢູ່ທີ່ສຸທັມມາສະພາວ່າ ທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸສ ມະນຸສທີ່ເກື້ອກູນແກ່ມາຣດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມນ໌ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ຮັກສາອຸໂປສົຖ ປະຕິບັຕກະທໍາບຸນຍ໌ມີຢູ່ຫລາຍແລ.

ພິກຂຸທັງຫລາຍ ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງສ໌ກໍພາກັນດີໃຈວ່າ ທ່ານຜູ້ຈະເຣີນທັງຫລາຍ ກາຍທິພຈັກເຕັມບໍຣິບູນ ອະສຸຣະກາຍຈັກເສື່ອມສູນ ດັ່ງນີ້.

ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໓໕/໔໗໖

ສາຣະບານ

4 ບົທນຳ

8 ສາຣະບານ

14 ບົທທັມທີ່ຄວນຊາບກ່ອນ

25 “ທ່ານທັງຫລາຍໄດ້ຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຫລືໜໍ?”

33 ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘ ຍ່ອມມີຜົລຫລາຍ ມີອານິສົງສ໌ຫລາຍ ມີຄວາມຮຸ່ງເຮືອງຫລາຍ

ມີຄວາມແພ່ໄພສາລຫລາຍ

47 ກາຣຮັກສາອຸໂປສົຖປະກອບດ້ວຍອົງຄ໌ ໘

ຍ່ອມເປັນໄປເພື່ອປະໂຍຊນ໌ເກື້ອກູນ ເພື່ອຄວາມສຸຂ

ຕລອດກາລນານ

64 ອຸໂປສົຖ ໓ ປະກາຣ

92 ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນອັນດະຊະ

ບາງພວກຮັກສາອຸໂປສົຖ

95 ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນຊະລາພຸຊະ

ບາງພວກຮັກສາອຸໂປສົຖ

98 ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນສັງເສທະຊະ

ບາງພວກຮັກສາອຸໂປສົຖ

101 ເຫຕປັຈຈັຍທີ່ເຮັດໃຫ້ນາຄທີ່ເປັນອຸປປາຕິກະ

ບາງພວກຮັກສາອຸໂປສົຖ

104 ເຣື່ອງນາຄແປງກາຍເປັນມະນຸສມາບວຊ

ພຣະຜູ້ມີພຣະພາຄຊົງຕຣັສບອກນາຄນັ້ນໃຫ້ໄປຮັກສາອຸໂປສົຖ ດ້ວຍວິທີນີ້ ຈັກພົ້ນຈາກກຳເນີດນາຄ

ແລະຈັກໄດ້ອັຕຕະພາບຄວາມເປັນມະນຸສຢ່າງວ່ອງໄວ

109 ຄວາມປາຖນາແຫ່ງໃຈຂອງບຸຄຄົລຜູ້ມີສີລຍ່ອມສຳເຣັຈໄດ້ເພາະຈິຕບໍຣິສຸທ

117 ສີລແລະຄວາມເຫັນຕົງເປັນເບື້ອງຕົ້ນແຫ່ງກຸສົລທັມ

122 ສີລະສັມປະທາເປັນນິມິຕ

ແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘

126 ອາສັຍສີລ ຕັ້ງຢູ່ໃນສີລແລ້ວ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ