ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕດີແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕຕົງແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕຊອບແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງ ພຣະຜູ້ມີພຣະພາຄ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ເມື່ອເຂົາຣະນຶກເຖິງພຣະສົງຄ໌ຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມ

ປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ວິສາຂາ! ປຽບເໝືອນຜ້າທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນ.

ວິສາຂາ! ກໍຜ້າທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງໃດ? ຈະກະທຳໃຫ້ສະອາດໄດ້ເພາະອາສັຍເກືອ ນ້ຳກົຕ ໂຄມັຍ ນ້ຳ ແລະຄວາມພະຍາຍາມທີ່ເກີດແຕ່ເຫຕນັ້ນຂອງບຸຣຸສ.

ວິສາຂາ! ຜ້າທີ່ເປື້ອນຍ່ອມກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງນີ້ແລ ສັນໃດ, ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ສັນນັ້ນເໝືອນກັນ. ຈິຕທີ່ເສົ້າ ໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງພຣະສົງຄ໌ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕດີແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕຕົງແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕຊອບແລ້ວ, ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄ ເປັນຜູ້ປະຕິບັຕສົມຄວນແລ້ວ, ໄດ້ແກ່ບຸຄຄົລເຫລົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ ໘ ບຸຣຸສ ນັ້ນແຫລະຄືສົງຄ໌ສາວົກຂອງ ພຣະຜູ້ມີພຣະພາຄ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານຳມາບູຊາ, ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ, ເປັນສົງຄ໌ຄວນຮັບທັກຂິນາທານ, ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທຳອັນຊະລີ, ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

ເມື່ອເຂົາຣະນຶກເຖິງພຣະສົງຄ໌ຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມ

ປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ວິສາຂາ! ອະຣິຍະສາວົກນີ້ຮຽກວ່າ ເຂົ້າຈຳສັງຄະອຸໂປສົຖ ຢູ່ຮ່ວມກັບສົງຄ໌ ແລະມີຈິຕຜ່ອງໃສເພາະປຣາຣົພສົງຄ໌ ຍ່ອມເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້. ວິສາຂາ ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງນີ້ແລ.

ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ.

ກໍຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງສີລຂອງຕົນທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ເມື່ອເຂົາຣະນຶກເຖິງສີລຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ວິສາຂາ! ປຽບເໝືອນແວ່ນທີ່ມົວຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນ.

ວິສາຂາ! ກໍແວ່ນທີ່ມົວຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງໃດ? ຈະກະທຳໃຫ້ສະອາດໄດ້ເພາະອາສັຍນ້ຳມັນ ເຖົ່າ ແປງ ແລະຄວາມພະຍາຍາມທີ່ເກີດແຕ່ເຫຕນັ້ນຂອງບຸຣຸສ.

ວິສາຂາ! ແວ່ນທີ່ມົວຍ່ອມກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງນີ້ແລ ສັນໃດ, ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ສັນນັ້ນເໝືອນກັນ. ຈິຕທີ່ເສົ້າ ໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງສີລຂອງຕົນທີ່ບໍ່ຂາດ ບໍ່ທະລຸ ບໍ່ດ່າງ ບໍ່ພ້ອຍ ເປັນອິສສະຣະ ວິນຍູຊົນສັນລະເສີນ ບໍ່ມີອັນໃດຄອບງຳ ເປັນໄປເພື່ອສະມາທິ ເມື່ອເຂົາຣະນຶກເຖິງສີລຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ