ຄູ່ມືຮັກສາອຸໂປສົຖ
ໜ້າ/ 90
ວິສາຂາ! ປຽບເໝືອນຫົວທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນ ກໍຫົວທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງໃດ? ຈະກະທຳໃຫ້ສະອາດໄດ້ເພາະອາສັຍກັກກະ(ກັກກັນຈະ ປະຕິຈຈະ), ດິນໜຽວ, ນ້ຳ, ແລະຄວາມພະຍາຍາມອັນເກີດແຕ່ເຫຕນັ້ນຂອງບຸຣຸສ. ວິສາຂາ ຫົວທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງນີ້ແລ ສັນໃດ; ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ສັນນັ້ນເໝືອນກັນ. ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?
ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງ ຕະຖາຄົຕວ່າ:
ເພາະເຫຕຢ່າງນີ້ໆ
ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌,
ຕຣັສຮູ້ເອງໂດຍຊອບ,
ເຖິງພ້ອມດ້ວຍວິຊຊາແລະຈະຣະນະ,
ສະເດັຈໄປດີແລ້ວ,
ຊົງຮູ້ແຈ້ງໂລກ,
ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ,
ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ,
ເປັນຜູ້ເບີກບານແລ້ວ,
ເປັນຜູ້ຈຳແນກທັມ ດັ່ງນີ້.
ເມື່ອເຂົາຣະນຶກເຖິງຕະຖາຄົຕຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມ ປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ! ອະຣິຍະສາວົກນີ້ຮຽກວ່າ ເຂົ້າຈຳພຣັມມະອຸໂປສົຖ ຢູ່ຮ່ວມກັບພຣົມ ແລະມີຈິຕຜ່ອງໃສເພາະປຣາຣົພພຣົມ ຍ່ອມເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້. ວິສາຂາ ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງນີ້ແລ.
ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ.
ກໍຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?
ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງພຣະທັມວ່າ ພຣະທັມເປັນທັມທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ ອັນບຸຄຄົລຜູ້ບັນລຸຍ່ອມເຫັນເອງ ບໍ່ປະກອບດ້ວຍກາລ ຄວນຮຽກໃຫ້ມາເບິ່ງ ຄວນນ້ອມເຂົ້າມາ ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ເມື່ອເຂົາຣະນຶກເຖິງພຣະທັມຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ! ປຽບເໝືອນກາຍທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນ.
ວິສາຂາ! ກໍກາຍທີ່ເປື້ອນຈະກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງໃດ? ຈະກະທຳໃຫ້ສະອາດໄດ້ເພາະອາສັຍເຊືອກ, ຈຸນສຳຫລັບອາບນ້ຳ ແລະຄວາມພະຍາຍາມທີ່ເກີດແຕ່ເຫຕນັ້ນຂອງບຸຣຸສ.
ວິສາຂາ! ກາຍທີ່ເປື້ອນຍ່ອມກະທຳໃຫ້ສະອາດໄດ້ດ້ວຍຄວາມພຽນຢ່າງນີ້ແລ ສັນໃດ, ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ສັນນັ້ນເໝືອນກັນ. ຈິຕທີ່ເສົ້າ ໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?
ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງພຣະທັມວ່າ ພຣະທັມເປັນທັມທີ່ພຣະຜູ້ມີພຣະພາຄຕຣັສໄວ້ດີແລ້ວ ອັນບຸຄຄົລຜູ້ບັນລຸຍ່ອມເຫັນເອງ ບໍ່ປະກອບດ້ວຍກາລ ຄວນຮຽກໃຫ້ມາເບິ່ງ ຄວນນ້ອມເຂົ້າມາ ອັນວິນຍູຊົນຍ່ອມຮູ້ໄດ້ສະເພາະຕົນ ເມື່ອເຂົາຣະນຶກເຖິງພຣະທັມຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.
ວິສາຂາ! ອະຣິຍະສາວົກນີ້ຮຽກວ່າ ເຂົ້າຈຳທັມມະອຸໂປສົຖ ຢູ່ຮ່ວມກັບທັມ ແລະມີຈິຕຜ່ອງໃສເພາະປຣາຣົພທັມ ຍ່ອມເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້. ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງນີ້ແລ.
ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ.
ກໍຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?








