ຄຳສອນພຸດທະ - ໜ້າຈໍໂຫລດ

ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ວິສາຂາ! ອະຣິຍະສາວົກນີ້ຮຽກວ່າ ເຂົ້າຈຳສີລອຸໂປສົຖ ຢູ່ຮ່ວມກັບສີລ ແລະມີຈິຕຜ່ອງໃສເພາະປຣາຣົພສີລ ຍ່ອມເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້. ວິສາຂາ ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງນີ້ແລ.

ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ.

ກໍຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງເທວະດາວ່າ ເທວະດາຊັ້ນຈາຕຸມມະຫາຣາຊິກາມີຢູ່ ເທວະດາຊັ້ນດາວະດຶງສ໌ມີຢູ່ ເທວະດາຊັ້ນຍາມາມີຢູ່ ເທວະດາຊັ້ນດຸສິຕມີຢູ່ ເທວະດາຊັ້ນນິມມານະຣະດີມີຢູ່ ເທວະດາຊັ້ນປະຣະນິມມິຕະວະສະວັຕດີມີຢູ່ ເທວະດາຊັ້ນພຣົມມະກາຍິກາມີຢູ່ ເທວະດາທີ່ສູງກວ່ານັ້ນມີຢູ່ ເທວະດາເຫລົ່ານັ້ນປະກອບດ້ວຍສັທທາເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສັທທາເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍສີລເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສີລເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍສຸຕະເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສຸຕະເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍຈາຄະເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ຈາຄະເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍປັນຍາເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ປັນຍາເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່.

ເມື່ອເຂົາຣະນຶກເຖິງສັທທາ ສີລ ສຸຕະ ຈາຄະ ປັນຍາຂອງຕົນແລະຂອງເທວະດາເຫລົ່ານັ້ນຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ວິສາຂາ! ປຽບເໝືອນຄຳທີ່ໝົ່ນໝອງຈະກະທຳໃຫ້ສຸກໄດ້ດ້ວຍຄວາມພຽນ.

ວິສາຂາ! ກໍຄຳທີ່ໝົ່ນໝອງຈະກະທຳໃຫ້ສຸກໄດ້ດ້ວຍຄວາມພຽນຢ່າງໃດ? ຈະກະທຳໃຫ້ສຸກໄດ້ເພາະອາສັຍເບົ້າຫລອມຄຳ ເກືອ ຢາງໄມ້ ຄີມ ແລະຄວາມພະຍາຍາມທີ່ເກີດແຕ່ເຫຕນັ້ນຂອງບຸຣຸສ.

ວິສາຂາ! ຄຳທີ່ໝົ່ນໝອງຈະກະທຳໃຫ້ສຸກໄດ້ດ້ວຍຄວາມພຽນຢ່າງນີ້ແລ ສັນໃດ, ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ ສັນນັ້ນເໝືອນກັນ. ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງເທວະດາວ່າ ເທວະດາຊັ້ນຈາຕຸມມະຫາຣາຊິກາມີຢູ່ ເທວະດາຊັ້ນດາວະດຶງສ໌ມີຢູ່ ເທວະດາຊັ້ນຍາມາມີຢູ່ ເທວະດາຊັ້ນດຸສິຕມີຢູ່ ເທວະດາຊັ້ນນິມມານະຣະດີມີຢູ່ ເທວະດາຊັ້ນປະຣະນິມມິຕະວະສະວັຕດີມີຢູ່ ເທວະດາຊັ້ນພຣົມມະກາຍິກາມີຢູ່ ເທວະດາທີ່ສູງກວ່ານັ້ນມີຢູ່ ເທວະດາເຫລົ່ານັ້ນປະກອບດ້ວຍສັທທາເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສັທທາເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍສີລເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສີລເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍສຸຕະເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ສຸຕະເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍຈາຄະເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ຈາຄະເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່; ເທວະດາເຫລົ່ານັ້ນປະກອບດ້ວຍປັນຍາເຊັ່ນໃດ ຈຸຕິຈາກໂລກນີ້ແລ້ວ ອຸບັຕໃນເທວະດາຊັ້ນນັ້ນ ປັນຍາເຊັ່ນນັ້ນແມ່ນແຕ່ເຮົາກໍມີຢູ່.

ເມື່ອເຂົາຣະນຶກເຖິງສັທທາ ສີລ ສຸຕະ ຈາຄະ ປັນຍາຂອງຕົນແລະຂອງເທວະດາເຫລົ່ານັ້ນຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມ ປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ວິສາຂາ! ອະຣິຍະສາວົກນີ້ຮຽກວ່າ ເຂົ້າຈຳເທວະຕາອຸໂປສົຖ ຢູ່ຮ່ວມກັບເທວະດາ ແລະມີຈິຕຜ່ອງໃສເພາະປຣາຣົພເທວະດາ ຍ່ອມເກີດຄວາມປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້. ວິສາຂາ ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງນີ້ແລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ