ຄູ່ມືຮັກສາອຸໂປສົຖ

ໜ້າ/ 90

ວິສາຂາ! ປຽບເໝືອນນາຍໂຄບາລ ຕອນແລງມອບຝູງງົວໃຫ້ແກ່ເຈົ້າຂອງແລ້ວ ພິຈາຣະນາດັ່ງນີ້ວ່າ ວັນນີ້ງົວໄດ້ທ່ຽວໄປໃນປະເທສນັ້ນໆ ດື່ມນ້ຳໃນປະເທສນັ້ນໆ ມື້ອື່ນງົວຈະທ່ຽວໄປໃນປະເທສນັ້ນໆ ຈະດື່ມນ້ຳໃນປະເທສນັ້ນໆ ສັນໃດ; ວິສາຂາ ສັນນັ້ນເໝືອນກັນ ຄົນຮັກສາອຸໂປສົຖບາງຄົນໃນໂລກນີ້ ພິຈາຣະນາດັ່ງນີ້ວ່າ ວັນນີ້ເຮົາຄ້ຽວຂອງຄ້ຽວຊະນິດນີ້ໆ ກິນຂອງຊະນິດນີ້ໆ ມື້ອື່ນເຮົາຈະຄ້ຽວຂອງຄ້ຽວຊະນິດນີ້ໆ ຈະກິນຂອງຊະນິດນີ້ໆ ເຂົາມີໃຈປະກອບດ້ວຍອະພິຊຊາ ກະທຳວັນເວລາໃຫ້ລ່ວງໄປດ້ວຍຄວາມໂລພນັ້ນ (ໂສ ເຕນະ ໂລເພນະ ອະພິຊຊາ-ສະຫະຄະເຕນະ ເຈຕະສາ ທິສະວັງ ອະຕິນາເມຕິ). ວິສາຂາ ໂຄປາລະກະອຸໂປສົຖເປັນຢ່າງນີ້ແລ. ວິສາຂາ ໂຄປາລະກະອຸໂປສົຖທີ່ບຸຄຄົລເຂົ້າຈຳແລ້ວຢ່າງນີ້ແລ ຍ່ອມບໍ່ມີຜົລຫລາຍ ບໍ່ມີອານິສົງສ໌ຫລາຍ ບໍ່ມີຄວາມຮຸ່ງເຮືອງຫລາຍ ບໍ່ມີຄວາມແພ່ໄພສາລຫລາຍ.

ວິສາຂາ! ກໍນິຄັນຖະອຸໂປສົຖເປັນຢ່າງໃດ?

ວິສາຂາ! ມີສະມະນະພວກໜຶ່ງມີນາມວ່າ ນິຄຣົນຖ໌ ນິຄຣົນຖ໌ເຫລົ່ານັ້ນຊັກຊວນສາວົກຢ່າງນີ້ວ່າ ມາເຖີດ ທ່ານທັງຫລາຍ ທ່ານຈົ່ງວາງທັນດະ(ທ່ອນໄມ້) ໃນໝູ່ສັຕທີ່ຢູ່ທາງທິສບູຣະພາໃນທີ່ເລີຍຮ້ອຍໂຍຊນ໌ໄປ ຈົ່ງວາງທັນດະໃນໝູ່ສັຕທີ່ຢູ່ທາງທິສປັຈຈິມໃນທີ່ເລີຍຮ້ອຍໂຍຊນ໌ໄປ ຈົ່ງວາງທັນດະໃນໝູ່ສັຕທີ່ຢູ່ທາງທິສອຸດອຣໃນທີ່ເລີຍຮ້ອຍໂຍຊນ໌ໄປ ຈົ່ງວາງທັນດະໃນໝູ່ສັຕທີ່ຢູ່ທາງທິສທັກຂິນໃນທີ່ເລີຍຮ້ອຍໂຍຊນ໌ໄປ ນິຄຣົນຖ໌ເຫລົ່ານັ້ນຊັກຊວນເພື່ອເອັນດູສັຕບາງເຫລົ່າ ບໍ່ຊັກຊວນເພື່ອເອັນດູສັຕບາງເຫລົ່າ ດ້ວຍປະກາຣຢ່າງນີ້.

ນິຄຣົນຖ໌ເຫລົ່ານັ້ນຊັກຊວນສາວົກໃນອຸໂປສົຖເຊັ່ນນັ້ນຢ່າງນີ້ວ່າ ມາເຖີດ ທ່ານທັງຫລາຍ ທ່ານຈົ່ງຖິ້ມຜ້າເສຍທຸກຊິ້ນ ແລ້ວກ່າວຢ່າງນີ້ວ່າ ເຮົາບໍ່ເປັນທີ່ກັງວົນຂອງໃຜໆ ໃນທີ່ໃດໆ ແລະຕົວເຮົາກໍບໍ່ມີຄວາມກັງວົນໃນບຸຄຄົລແລະສິ່ງຂອງໃດໆ ໃນທີ່ໃດໆ ດັ່ງນີ້ ແຕ່ມາຣດາບິດາຂອງເຂົາຍ່ອມຮູ້ຢູ່ວ່າ ຜູ້ນີ້ເປັນບຸຕຂອງເຮົາ ແມ່ນແຕ່ເຂົາເອງກໍຮູ້ຢູ່ວ່າ ທ່ານເຫລົ່ານີ້ເປັນມາຣດາບິດາຂອງເຮົາ. ອີກຢ່າງໜຶ່ງ ບຸຕແລະພະຣິຍາຂອງເຂົາກໍຮູ້ຢູ່ວ່າ ຜູ້ນີ້ເປັນບິດາ ເປັນສາມີຂອງເຮົາ ແມ່ນແຕ່ເຂົາກໍຮູ້ຢູ່ວ່າ ຜູ້ນີ້ເປັນບຸຕ ເປັນພະຣິຍາຂອງເຮົາ ພວກທາສກັມມະກອຣຂອງເຂົາກໍຮູ້ຢູ່ວ່າ ທ່ານຜູ້ນີ້ເປັນນາຍຂອງເຮົາ ແມ່ນແຕ່ເຂົາກໍຮູ້ຢູ່ວ່າ ຄົນເຫລົ່ານີ້ເປັນທາສກັມມະກອຣຂອງເຮົາ ເຂົາຊັກຊວນໃນກາຣເວົ້າຕົວະໃນສມັຍທີ່ຄວນຊັກຊວນໃນຄຳສັຈ ດ້ວຍປະກາຣຢ່າງນີ້ ນີ້ເຮົາກ່າວວ່າເປັນມຸສາວາທ (ອິທະມັສສະ ມຸສາວາທັສມິງ ວະທາມິ). ພໍລ່ວງຣາຕຣີນັ້ນໄປ ເຂົາຍ່ອມບໍຣິໂພຄໂພຄະເຫລົ່ານັ້ນທີ່ເຈົ້າຂອງບໍ່ໄດ້ໃຫ້ ນີ້ເຮົາກ່າວວ່າເປັນອະທິນນາທານ. ວິສາຂາ ນິຄັນຖະອຸໂປສົຖເປັນຢ່າງນີ້ແລ. ວິສາຂາ ນິຄັນຖະອຸໂປສົຖທີ່ບຸຄຄົລເຂົ້າຈຳແລ້ວຢ່າງນີ້ແລ ຍ່ອມບໍ່ມີຜົລຫລາຍ ບໍ່ມີອານິສົງສ໌ຫລາຍ ບໍ່ມີຄວາມຮຸ່ງເຮືອງຫລາຍ ບໍ່ມີຄວາມແພ່ໄພສາລຫລາຍ.

ວິສາຂາ! ກໍອະຣິຍະອຸໂປສົຖເປັນຢ່າງໃດ?

ວິສາຂາ! ຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນ.

ກໍຈິຕທີ່ເສົ້າໝອງຍ່ອມກະທຳໃຫ້ຜ່ອງໃສໄດ້ດ້ວຍຄວາມພຽນຢ່າງໃດ?

ວິສາຂາ! ອະຣິຍະສາວົກໃນທັມວິນັຍນີ້ ຍ່ອມຣະນຶກເຖິງ ຕະຖາຄົຕວ່າ:

ເພາະເຫຕຢ່າງນີ້ໆ

ພຣະຜູ້ມີພຣະພາຄ ພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌,

ຕຣັສຮູ້ເອງໂດຍຊອບ,

ເຖິງພ້ອມດ້ວຍວິຊຊາແລະຈະຣະນະ,

ສະເດັຈໄປດີແລ້ວ,

ຊົງຮູ້ແຈ້ງໂລກ,

ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ,

ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ,

ເປັນຜູ້ເບີກບານແລ້ວ,

ເປັນຜູ້ຈຳແນກທັມ ດັ່ງນີ້.

ເມື່ອເຂົາຣະນຶກເຖິງຕະຖາຄົຕຢູ່ ຈິຕຍ່ອມຜ່ອງໃສ ເກີດຄວາມ

ປຣາໂມທຍ໌ ລະເຄື່ອງເສົ້າໝອງແຫ່ງຈິຕເສຍໄດ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ